ເພງ “Gee” ວົງ Girls’ Generation ຖືກເລືອກໂດຍວາລະສານ Rolling Stone ໃຫ້ເປັນເພງທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ K-POP


ຫຼາຍຄົນທີ່ເປັນໄວໜຸ່ມໃນຍຸກ 2000 ອາດຈະຮູ້ກັນດີວ່າເພງ “Gee” ວົງ Girls’ Generation ນັ້ນໂດ່ງດັງໄປທົ່ວບ້ານທົ່ວເມືອງ ແລະ ທົ່ວໂລກ ດ້ວຍຄວາມທີ່ເພງຕິດຫູ ບວກກັບທ່າເຕັ້ນທີ່ສາມາດເຕັ້ນຕາມກັນໄດ້ ຈຶ່ງບໍ່ມີໃຜເລີຍທີ່ບໍ່ຮູ້ຈັກກັບຕຳນານເພງ Gee.

ໂດຍຫຼ້າສຸດ ທາງວາລະສານບັນເທີງລະດັບໂລກຢ່າງ Rolling Stone ໄດ້ອອກມາເປີດເຜີຍ 100 ອັນດັບເພງ K-POP ທີ່ດີເລີດທີ່ສຸດທີ່ເຄີຍມີມາ ເຊິ່ງແນ່ນອນວ່າຈະຖືກຈັດອັນດັບໂດຍບັນດາສື່ມວນຊົນ, ນັກຂ່າວສາຍດົນຕີ ແລະ ນັກວິຈານເພງທັງໃນປະເທດເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາ.

ໂດຍການຈັດອັນດັບ 1 ເພງທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ K-POP ຕົກເປັນຂອງເພງ “Gee” ວົງ Girls’ Generation ທີ່ຖືກປ່ອຍອອກມາຕັ້ງແຕ່ປີ 2009 ແລະ ຍັງຄົງຄອງໃຈບັນດາແຟນເພງທັງເກົາຫຼີໃຕ້ ແລະ ຕ່າງປະເທດ ອາດຈະເວົ້າໄດ້ວ່າຈົນຮອດປັດຈຸບັນນີ້ຍັງຄົງມີຄົນເຂົ້າໄປຟັງເພງ“Gee” ຢ່າງແນ່ນອນ.

ໂດຍທາງວາລະສານ Rolling Stone ເອງກໍໄດ້ອະທິບາຍວ່າ “ເພງນີ້ເຕັມໄປດ້ວຍຄຳສັບທີ່ຊ້ຳໆ ຢ່າງວ່ອງໄວ ທຸກໆຄຳເວົ້າກາຍເປັນຄຳຮຽນແບບສຽງ ນັ້ນຊ່ວຍເສີມໃຫ້ເພງນີ້ມີຄວາມໜ້າຮັກ ພ້ອມກັບເປັນພາບທີ່ໜ້າປະທັບໃຈ ບໍ່ຄືເພງອື່ນໆທີ່ເຄີຍມີມາກ່ອນໜ້ານີ້, ເປັນເພງທີ່ຕິດຫູ ແລະ ມີຄວາມໜ້າຫຼົງໃຫຼຢ່າງແທ້ຈິງ. ດັ່ງນັ້ນເພງ “Gee”  ເໝາະສົມກັບການເປັນເພງທີ່ຍິ່ງໃຫຍ່ທີ່ສຸດຢ່າງບໍ່ຕ້ອງສົງໄສ.

ແນ່ນອນວ່ານອກຈາກເພງ “Gee” ຂອງວົງ Girls’ Generation ທີ່ໄດ້ອັນດັບ 1 ແລ້ວຍັງມີທັງເພງເກົ່າ ແລະ ເພງໃໝ່ທີ່ຕິດອັນດັບຢ່າງຫຼາກຫຼາຍ ເຊັ່ນເພງ “Candy” ຂອງວົງ “H.O.T.” ທີ່ຕິດອັນດັບ 2, “Good Day” ຂອງ “IU” ໄດ້ອັນດັບ 3, “Spring Day” ຂອງໜຸ່ມ “BTS” ຄອງອັນດັບ 4 ແລະເພງ “Short Hair” ສິລະປິນໃນຕຳນານ “Cho Yong-pil” ທີ່ໄດ້ອັນດັນ 5​ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/