ຕະຫຼອດ 7 ປີທີ່ຜ່ານມານັບຕັ້ງແຕ່ ປີ 2015 ທີ່ ເຄວິນ ເດີບອຍ ກອງກາງຄົນເກັ່ງຊາວ ເບລຢຽມ ໄດ້ຍ້າຍມາຢູ່ກັບທີມ ແມນເຊັສເຕີ້ ຊິຕີ້, ເດີບອຍ ກໍໄດ້ສະຖາປະນາຕົນເອງ ໃຫ້ກາຍເປັນກອງກາງຕົວບຸກທີ່ດີທີ່ສຸດໃນໂລກ ພ້ອມກັບກາຍເປັນກຳລັງຫຼັກໃນການພາ ແມນ ຊິຕີ້ ປະສົບຄວາມສຳເລັດຢ່າງຫຼວງຫຼາຍໃນເວທິພຣີເມຍລີກ.

ດ້ວຍຄວາມສາມາດ ແລະ ຜົນງານທີ່ໂດດເດັ່ນ ຈົນເອີ້ນໄດ້ວ່າເປັນອີກໜຶ່ງນັກເຕະສັນຊາດເບລຢຽມໃນປັດຈຸບັນທີ່ເປັນໜ້າເປັນຕາໃຫ້ກັບປະເທດຊາດ ໝູ່ຂອງລາວເລີຍຕ້ອງການຈະມອບຮາງວັນໃຫ້ເປັນຂອງຂວັນກັບຜົນງານອັນສຸດຍອດຂອງລາວ.
ແຕ່ຂອງຂວັນທີ່ໝູ່ຂອງລາວມອບໃຫ້ນັ້ນ ເມື່ອ ເຄວິນ ເດີບອຍ ໄດ້ເຫັນ ລາວອົດຫົວບໍ່ໄດ້ ເພາະຂອງຂວັນທີ່ໝູ່ຂອງລາວມອບໃຫ້ ມັນແມ່ນເສຶ້ຶອບານເຕະ ຂອງທີມ ແມນຢູ ເຊິ່ງເປັນທີມຄູ່ແຂ່ງ ຄູ່ແຄ້ນ ຂອງທີມຕົ້ນສັງກັດລາວ ແຖມເສື້ອຜືນດັ່ງກ່າວ ຍັງມີຊື່ ພ້ອມເບີ 17 ຂອງລາວລົງໄປອີກ ປຽບເໝືອນກັບ ເຄວິນ ເດີບອຍ ເປັນອີກໜຶ່ງນັກເຕະຂອງ ແມນຢູ ເລີຍ.

ໂດຍ ໃນວິດີໂອສສະແດງໃຫ້ເຫັນວ່າ ຫຼັງຈາກລາວເຫັນເສື້ອຂອງແມນຢູທີ່ໝູ່ລາວກຳລັງຈະມອບໃຫ້ນັ້ນລາວໄດ້ຫົວອອກມາຢ່າງແຮງ ສ່ວນໝູ່ຂອງລາວກໍບອກວ່າ: “ນີ້ແມ່ນສຳລັບເຈົ້າເດີ້” ຈາກນັ້ນ ເຄວິນ ເດີບອຍ ໄດ້ຊູເສື້ອຂຶ້ນມາພ້ອມກັບເວົ້າຕິດຕະຫຼົກວ່າ: “ເອົາໄປເຜົາຖິ້ມເລີຍໄດ້ບໍ່” ພ້ອມກັບຫົວ.

ເຫດການດັ່ງກ່າວເປັນສ່ວນໜຶ່ງຂອງລາຍການຂ່າວກິລາ Mid Mid podcast ຈາກສະຖານີໂທລະພາບ Play Sports ຂອງປະເທດ ເບລຢຽມ ເຊິ່ງກຳລັງຖ່າຍທຳຄອນເທັ້ນທ່ຽວຊົມເມືອງ ແມນເຊັສເຕີ້ ກ່ອນການແຂ່ງຂັນເສິກ Manchester Darby ເມື່ອຕົ້ນເດືອນທີ່ຜ່ານມາ.
ສຳລັບ ຜົນງານໃນລະດູການ 2022-23 ຂອງເຄວິນ ເດີບອຍ ແມ່ນສາມາດຍິງໄດ້ 1 ປະຕູ ແລະ ຊ່ວຍເຮັດປະຕູໄປຫຼາຍເຖິງ 10 ເທື່ອ ໂດຍການລົງສະໜາມພຽງ 10 ນັດ ໃນທຸກລາຍການ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment