ຮູ້ຈັກກັບ ລູນ່າ ດາລາສັກ ຍອດຈະເລີນ ໄວໜຸ່ມຜູ້ຮ່ວມກໍ່ຕັ້ງ wecare ຈິດທີ່ດີເລີ່ມ ຈາກການຮັບຟັງ

ລູນ່າ ດາລາສັກ

ດາລາສັກ ຍອດຈະເລີນ ຫຼື ຮູ້ຈັກກັນດີໃນນາມ “ລູນ່າ”  ເປັນໜຶ່ງໃນໄວໜຸ່ມລາວຜູ້ທີ່ມີຄວາມສົນໃຈໃນດ້ານສຸຂະພາບຈິດ ແລະ ຍັງເປັນຄົນທີ່ຫຼົງໃຫຼໃນການຂີດຂຽນ, ຮ້ອງເພງ ແລະ ແຕ່ງເພງ. ນອກຈາກນີ້ແລ້ວ ລູນ່າ ຍັງເຄີຍເຂົ້າຮ່ວມແຂ່ງຂັນໃນໂຄງການຕ່າງໆ ອີກພ້ອມ ມື້ນີ້ Lao X ຈະພາມາຮູ້ຈັກກັບໄວໜຸ່ມຄົນນີ້ໃຫ້ຫຼາຍຂຶ້ນຕື່ມ.

Lao X: ຊ່ວຍແນະນໍາຕົວອີກຄັ້ງແດ່ໄດ້ບໍ່?

ຊື່ ດາລາສັກ ຍອດຈະເລີນ ລູນ່າ ອາຍຸ 25 ປີ ເປັນຄົນຈາກ ບ້ານ ວັດທົ່ງ, ເມືອງຈຳປາສັກ ແຂວງ ຈຳປາສັກ ຮຽນຈົບຈາກ ມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ ສາຂາເທັກໂນໂລຢີ ຂໍ້ມູນຂ່າວສານ ເປັນໄວໜຸ່ມຄົນໜຶ່ງທີ່ສົນໃຈເລື່ອງໄອທີ, ມັກຮັກໃນການຮ້ອງເພງ, ແຕ່ງເພງ, ຫຼົງໃຫຼການຂີດຂຽນ ແລະ ເປັນຄົນໜຶ່ງທີ່ສົນໃຈໃນດ້ານຈິດຕະວິທະຍາ ແລະ ເປັນຜູ້ສະໜັບສະໜູນດ້ານສຸຂະພາບຈິດ.

Lao X: ປັດຈຸບັນປະກອບອາຊີບຫຍັງ? 

ປັດຈຸບັນເປັນໜຶ່ງໃນຜູ້ຮ່ວມກໍ່ຕັ້ງ ແລະ ເປັນຫົວໜ້າຝ່າຍອອກແບບຂອງໂຄງການ wecare – ຈິດທີ່ດີເລີ່ມຈາກການຮັບຟັງ. ນອກນີ້ແລ້ວຍັງເປັນນັກຮ້ອງ-ນັກແຕ່ງເພງ ແລະ ເປັນນັກຂຽນ ເພຈ Lonely Girl And Her Books.

ລູນ່າ ດາລາສັກ

Lao x: ມີຜົນງານໃດແດ່ທີ່ພູມໃຈນໍາສະເໜີ?

ຜົນງານທີ່ຜ່ານມາ: 

ຜົນງານເພງທີ່ແຕ່ງເນື້ອຮ້ອງ ແລະ ຮ້ອງເອງ:

ເປັນແນວເພງໃຫ້ກຳລັງໃຈ ທີ່ຟັງແລ້ວຜູ້ຟັງຈະຮູ້ສຶກອຸ່ນໃຈ ແລະ ຖືກໂອບກອດ

ລູນ່າ ດາລາສັກ

ຜົນງານເພງ ຮ້ອງຮ່ວມກັບ ສິລະປິນໄທທີ່ປ່ອຍທາງ Spotify: 

พอรู้ตัว: https://spoti.fi/3pRFQKU

ในคืนนี้: https://spoti.fi/3AtM6NY

ທີ່ຈະປ່ອຍໄວໆນີ້: ຢູ່ກ່ອນໄດ້ບໍ່ – Please Stay 

Speaker: ເປັນໜຶ່ງໃນ youth Speaker ນັກເວົ້າໄວໜຸ່ມ

ທີ່ຕາງໜ້າໃຫ້ຊາວໜຸ່ມທົ່ວ ສປປ ລາວ ຜ່ານເວທີສຽງຊາວໜຸ່ມລາວ ຫຼື Lao Youth Talks ໃນຂົງເຂດດ້ານສຸຂະພາບຈິດ

ໃນຫົວຂໍ້: 

“ເປັນຫຍັງຈິດທີ່ດີເລີ່ມຈາກການຮັບຟັງ” https://youtu.be/JIXXwrT0_eA?t=3468

ເຊິ່ງງານນີ້ຈັດຂຶ້ນໂດຍ ອົງການ UNICEF  ​ຮ່ວມ​ກັບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກະຊວງຖະແຫຼ​ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດລາວ, ອົງການ ChildFund ໃນປະເທດລາວ, ອົງການ Global Shapers ແລະ Lao Youth Radio FM 90.0 MHz ໄດ້ຈັດງານທີ່ເຕົ້າໂຮມເອົາຊາວໜຸ່ມລາວ ທີ່ມີພອນສະຫວັນ ແລະ ມີຄວາມມຸ່ງໝັ້ນເປັນຕົວແທນຈໍານວນ 7 ຄົນ ທີ່ມາຈາກພື້ນຖານທີ່ແຕກຕ່າງກັນໃນຂອບເຂດທົ່ວປະເທດ ເພື່ອນຳສະເໜີທັດສະນະຂອງເຂົາເຈົ້າກ່ຽວກັບບັນຫາທີ່ສຳຄັນທີ່ສົ່ງຜົນກະທົບຕໍ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ພາຍໃຕ້ຫົວຂໍ້ “ເພື່ອຄົ້ນຄິດຄືນໃໝ່ເຖິງຄົນລາວແຕ່ນີ້ຫາປີ 2030  ສ້າງຍຸກຫຼັງການລະບາດຂອງພະຍາດໂຄວິດ-19 ທີ່ດີກວ່າ, ມີສີຂຽວຫຼາຍຂຶ້ນ ແລະ ຍືນຍົງກວ່າເກົ່າ ເພື່ອເດັກທຸກໆຄົນ” 

ຜົນງານການຂຽນ: ເພຈ Lonely Girl And Her Books ໃຫ້ກຳລັງໃຈ, ຣີວິວປຶ້ມ, ຮ້ານປຶ້ມ ແລະ ຄາເຟ່ຕ່າງໆທີ່ເຮົາໄດ້ໄປ.  ສຳລັບໃຜທີ່ມັກອ່ານ ຫຼື ສາຍຄາເຟ່ກໍສາມາດເຂົ້າໄປຕິດຕາມກັນໄດ້ເດີ.

𝐋𝐨𝐧𝐞𝐥𝐲 𝐠𝐢𝐫𝐥 𝐚𝐧𝐝 𝐡𝐞𝐫 𝐛𝐨𝐨𝐤𝐬 | Facebook (https://cutt.ly/wX8Lumz)

Lao X: ຄວາມເປັນມາ, ແຮງບັນດານໃຈ, ແລະ ຈຸດປະສົງຂອງການກໍ່ຕັ້ງ wecare?

ຖ້າເວົ້າເລື່ອງສຸຂະພາບຈິດໃນລາວ ບໍ່ວ່າແຕ່ກ່ອນ ຫຼື ປັດຈຸບັນນີ້ ຍັງເປັນສິ່ງທີ່ເຂົ້າເຖິງຍາກຢູ່

ແລະ ລູນ່າ ເປັນຄົນໜຶ່ງທີ່ເຄີຍປະສົບບັນຫາດ້ານສຸຂະພາບຈິດ ເພາະເຄີຍຕົກຢູ່ໃນພາວະຊຶມເສົ້າຈົນເຮັດໃຫ້ເຄີຍຄິດທີ່ຈະຈົບຊີວິດຕົນເອງ ແຕ່ກໍຍັງໂຊກດີທີ່ຊອກຫາທາງອອກໃຫ້ຕົນເອງຫຼຸດພົ້ນອອກຈາກພາວະຊຶມເສົ້າ ຫຼັງຈາກທີ່ຫາຍດີແລ້ວ ກໍມີແນວຄິດວ່າບໍ່ຢາກໃຫ້ໃຜເປັນຄືຕົນເອງ ຈຶ່ງໄດ້ຮ່ວມມືກັບໝູ່ເພື່ອນທີ່ສົນໃຈໃນດ້ານດຽວກັນກໍ່ຕັ້ງ wecare ຈິດທີ່ດີເລີ່ມທີ່ການຮັບຟັງ ຂຶ້ນມາໃນເດືອນ ສິງຫາ 2020.

ຈຸດປະສົງທີ່ກໍຕັ້ງ wecare ຂຶ້ນມາເພາະຢາກນໍາເອົາເທັກໂນໂລຢີເຂົ້າມາຊ່ວຍແກ້ໄຂບັນຫາດ້ານສຸຂະພາບຈິດເຊິ່ງຄວາມຕັ້ງໃຈແມ່ນຢາກໃຫ້ຄົນລາວເຂົ້າເຖິງ ການບໍລິການ ແລະ ການປິ່ນປົວດ້ານສຸຂະພາບຈິດຫຼາຍຂຶ້ນ, ສ້າງຄວາມຄຳນຶງກ່ຽວກັບເລື່ອງສຸຂະພາບຈິດໃຫ້ເປັນວົງກວ້າງຂຶ້ນຢູ່ໃນສັງຄົມລາວ.

ລູນ່າ ດາລາສັກ

ຜົນງານການແຂ່ງຂັນທີ່ຜ່ານມາຂອງ wecare ໄດ້ຮັບມີຄື:

  • 2020: Startup Festival: ຂວັນໃຈກຳມະການ ຈາກທະນາຄານ ມະລູຮານ ເຈແປນລາວ
  • 2021: ເປັນ 1 ໃນ 2 ທີມຕົວແທນຂອງປະເທດລາວ ເຂົ້າຮ່ວມການແຂ່ງຂັນໃນໂຄງການ ASEAN SEDP
  • 2021: ເປັນ 1 ໃນ 5 ທີມ ທີ່ຊະນະ ການແຂ່ງຂັນ ໃນງານ Tech Startup Contest
  • 2022: ເປັນທີມຊະນະທີ່ໄດ້ຮັບທຶນໃນໂຄງການ NOW-Us Award Laos

Lao X: ຢາກຝາກຫຍັງເຖິງຄົນທີ່ກຳລັງປະສົບບັນຫາດ້ານສຸຂະພາບຈິດ?

ຢາກຝາກເຖິງທຸກຄົນທີ່ກຳລັງປະສົບພົບພໍ້ກັບບັນຫານີ້ວ່າ ທ່ານບໍ່ໄດ້ຢູ່ຕົວຄົນດຽວເດີ ແລະ ຍັງມີຫຼາຍໆຄົນທີ່ເປັນແບບນີ້ຄືກັນ ແລະ ມັນບໍ່ແມ່ນເລື່ອງແປກ ຫຼື ເປັນຄວາມຜິດຫຍັງເລີຍ ເພາະຄວາມປ່ວຍທາງຈິດໃຈສາມາດເກີດຂຶ້ນໄດ້ກັບທຸກຄົນ ເມື່ອຮູ້ວ່າຕົນເອງເປັນ ຫຼື ຮູ້ສຶກວ່າຕົນເອງກຳລັງມີພາວະຊຶມເສົ້າ ສິ່ງທີ່ສຳຄັນຄື ເຮົາຕ້ອງຍອມຮັບວ່າຕົນເອງອາດຈະເປັນ ແລະ ຖ້າບໍ່ແນ່ໃຈເຮົາສາມາດໄປກວດເຊັກສະພາບຈິດໃຈຂອງເຮົາໄດ້ຢູ່ໂຮງໝໍມະໂຫສົດ ແລະ ໂຮງໝໍ 103 ແລະ ເມື່ອເປັນແລ້ວກໍຕ້ອງ ປິ່ນປົວໃຫ້ຖືກວິທີ ໂດຍການເຂົ້າພົບຜູ້ຊ່ຽວຊານດ້ານສຸຂະພາບຈິດ ກໍເຊັ່ນດຽວກັນ ຄ້າຍຄືກັບເຮົາເປັນໄຂ້ຍັງໄປໂຮງໝໍ ຫຼື ຖ້າວ່າມີບັນຫາ ຮູ້ສຶກບໍ່ສະບາຍໃຈ ຕ້ອງການຄົນຮັບຟັງກໍສາມາດທັກມາຫາ ເພຈ wecare – ຈິດທີ່ດີເລີ່ມຈາກການຮັບຟັງ ແລະ

ຫາກຕ້ອງການຄວາມຊ່ວຍເຫຼືອ ຫຼື ປຶກສາບັນຫາສຸຂະພາບຈິດສາມາດຕິດຕໍ່ໄດ້ທີ່: ສາຍດ່ວນຂອງສະຫະພັນແມ່ຍິງ 1362, ສາຍດ່ວນຂອງສູນກາງຊາວໜຸ່ມ 1554, ພະແນກສຸຂະພາບຈິດ ໂຮງໝໍ 103 ແລະ ໂຮງໝໍມະໂຫສົດ.

ລູນ່າ ດາລາສັກ

Lao X: ຢາກຝາກຫຍັງແດ່ເຖິງຄົນສະໜັບສະໜູນ ແລະ ຕິດຕາມຜົນງານຂອງເຮົາ?

ຢາກຂໍຂອບໃຈທຸກຄົນທີ່ໃຫ້ການສະໜັບສະໜູນ ແລະ ເປັນກຳລັງໃຈໃຫ້ລູນ່າມາໂດຍຕະຫຼອດ ຝາກທຸກຄົນຕິດຕາມຜົນງານຂອງເຮົາຕໍ່ໄປເນາະ ຈະມີມາໃຫ້ຮັບຊົມເລື້ອຍໆ ແລະ ກ່ອນຈາກລາກັນ ລູນ່າຂໍເປັນກະບອກສຽງໜຶ່ງທີ່ຢືນຢັນວ່າ ຄວາມເຈັບປ່ວຍທາງຈິດໃຈນັ້ນມີຢູ່ຈິງ ບໍ່ວ່າເຮົາຈະເປັນໃຜ ຢູ່ໃນຖານະໃດ ເຊື້ອຊາດໃດກໍຕາມ ທຸກຄົນມີໂອກາດທີ່ຈະມີບັນຫາດ້ານສຸຂະພາບຈິດຄືກັນໝົດ ແລະ ຢາກຂໍໃຫ້ທຸກຄົນທີ່ໄດ້ເຂົ້າມາອ່ານບົດສຳພາດຂອງເຮົາ ຊ່ວຍເປີດໃຈ, ຮັບຟັງ ແລະ ບໍ່ຕັດສິນ ຄົນທີ່ກຳລັງປະສົບບັນຫາໃນດ້ານນີ້ ເພາະພວກເຂົາຍັງຕ້ອງການກຳລັງໃຈ ແລະ ຄວາມເຂົ້າໃຈຈາກພວກເຮົາຢູ່ ເພາະສຸຂະພາບຈິດບໍ່ແມ່ນເລື່ອງໄກຕົວ ແຕ່ເປັນເລື່ອງໃກ້ຕົວທີ່ເຮົາທຸກຄົນຄວນໃສ່ໃຈ ແລະ ສຳຄັນບໍ່ໜ້ອຍໄປກວ່າສຸຂະພາບຮ່າງກາຍເລີຍ.

ແຜນໃນອະນາຄົດຂອງ wecare ຂອງພວກເຮົາມີຄື ພາຍໃນເດືອນພະຈິກ 2022 ນີ້ ຈະຈັດງານ  It’s Okay Fest (ເພື່ອສະເຫຼີມສະຫຼອງວັນສຸຂະພາບຈິດສາກົນ), 2023 ຈະປ່ອຍ It’s Okay Series (ຊີຣີ້ກ່ຽວກັບການສົ່ງເສີມໃຫ້ຄວາມຮູ້ດ້ານສຸຂະພາບຈິດ) ນອກນີ້ຍັງຈະມີການເປີດຕົວແອັບພິເຄຊັ່ນທີ່ໃຫ້ຜູ້ໃຊ້ສາມາດໂທປຶກສາກັບຜູ້ຊ່ຽວສານດ້ານສຸຂະພາບຈິດໃນໄວໆ ນີ້ ສາມາດເບິ່ງລາຍລະອຽດ ແລະ ແຜນການເຄື່ອນໄຫວຕ່າງໆ ຂອງ wecare ໄດ້ທີ່ Facebook: wecare ຈິດທີ່ດີເລີ່ມຈາກການຮັບຟັງ (https://cutt.ly/VX8JAOo)

ສາມາດຕິດຕາມ ລູນ່າໄດ້ທີ່:

Facebook: Luna Ayla

YouTube: Luna Ayla

ຂອບໃຈບົດສຳພາດຈາກ: ລູນ່າ ດາລາສັກ ຍອດຈະເລີນ

ສຳພາດໂດຍ: Tern Saiyasack

ສຳເລັດໃນວັນທີ: 8/29/2022

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ