ໃນລະດູຝົນແບບນີ້ ໜຶ່ງໃນພະຍາດລະບາດຄົງໜີບໍ່ພົ້ນໄຂ້ເລືອດອອກ. ໄຂ້ເລືອດອອກ ເປັນໂຣກທີ່ເກີດຈາກການຕິດເຊື້ອໄວຣັດເດງກີ (dengue virus) ໂດຍມີຍຸງລາຍເປັນພາຫະນຳເຊື້ອ ມັກເກີດໃນປະເທດເຂດຮ້ອນ ແລະ ລະບາດໃນລະດູຝົນຂອງທຸກໆປີ ອາການຂອງໂຣກໄຂ້ເລືອດອອກມີຕັ້ງແຕ່ບໍ່ມີອາການຜິດປົກກະຕິຈົນໄປເຖິງຂັ້ນເສຍຊີວິດໄດ້ຫາກບໍ່ໄດ້ຮັບການປິ່ນປົວໃຫ້ທ່ວງທັນ.
ໂຣກໄຂ້ເລືອກອອກຈຳຕ້ອງໄດ້ເຝົ້າລະວັງເລືອດອອກ ເຊິ່ງອາດຈະອອກໃນທຸກຈຸດຂອງຮ່າງກາຍ. ໃນກໍລະນີທີ່ມີເລືອດອອກທາງເດີນອາຫານ ຖ້າມີເລືອດອອກໃໝ່ ຫຼືອອກເປັນຈຳນວນຫຼາຍໃນກະເພາະອາຫານ ເລືອດຈະເປັນສີແດງ ຖ້າເລືອດອອກເປັນເວລາດົນສົມຄວນສຳຜັດກັບກົດໃນກະເພາະອາຫານ ເລືອດຈະປ່ຽນເປັນສີນໍ້າຕານ, ສີນ້ຳຕານເຂັ້ມ ຫຼື ອອກດຳໆ. ສະນັ້ນ, ຄວນຫຼີກເວັ້ນການກິນອາຫານທີ່ມີສີໃກ້ຄຽງກັບສີຂອງເລືອດ ເພາະວ່າຖ້າອາຈຽນ ອາດຈະເບິ່ງອອກໄດ້ຍາກ ແລະ ຕື່ນຕົກໃຈຖ້າສີຂອງຮາກມັນແປກໆ.

ອາຫານທິ່ເໝາະສົມສໍາລັບຄົນເປັນໄຂ້ເລືອດອອກ
ຄົນເຈັບທີ່ເປັນໄຂ້ເລືອດອອກຕ້ອງກິນອາຫານທີ່ມີທາດບໍາລຸງເພື່ອຊ່ວຍໃຫ້ຮ່າງກາຍສູ້ກັບເຊື້ອໄວຣັສ ແລະ ຟື້ນຕົວໄວຂຶ້ນ. ອາຫານທີ່ຄວນກິນແມ່ນຜັກໃບຂຽວ, ໝາກໄມ້ທີ່ມີວິຕາມິນຊີສູງ ເຊັ່ນ: ໝາກກ້ຽງ, ໝາກອະງຸ່ນ ເພື່ອເສີມສ້າງລະບົບພູມຕ້ານທານໃຫ້ແຂງແຮງ ແລະ ຄວນກິນອາຫານທີ່ມີທາດໂປຣຕີນສູງ. ນອກຈາກນັ້ນ, ອາຫານທີ່ກິນກໍຄວນຈະຍ່ອຍງ່າຍເຊັ່ນ: ເຂົ້າຕົ້ມ, ນ້ຳຜັກ ຫຼື ນ້ຳໝາກໄມ້, ແຕ່ສິ່ງສຳຄັນທີ່ສຸດແມ່ນຕ້ອງດື່ມນ້ຳໃຫ້ຫຼາຍໆ ເພາະການດື່ມນ້ຳຈະຊ່ວຍໃຫ້ຮ່າງກາຍຂັບສານພິດອອກໄດ້ດີຂຶ້ນ.
ປະເພດອາຫານທີ່ຫ້າມກິນ ເນື່ອງຈາກວ່າມັນອາດຈະເຮັດໃຫ້ເກີດຄວາມສ່ຽງຕໍ່ອາການເລືອດອອກຄື:
- ອາຫານທີ່ລະຄາຍເຄືອງຕໍ່ລະບົບຍ່ອຍອາຫານ ເຊັ່ນ: ອາຫານເຜັດ ແລະ ຣົດຊາດສົ້ມ
- ອາຫານກອບແຂງ ເພາະມັນອາດມີເລືອດອອກໃນຊ່ອງປາກ ແລະ ແຂ້ວໄດ້
- ຄວນຫຼີກເວັ້ນອາຫານທີ່ມີສີແດງ, ດຳ ຫຼື ສີນ້ຳຕານ ເພາະສີຂອງອາຫານອາດເຮັດໃຫ້ມີອາການເລືອດອອກໃນປັດສາວະ ແລະ ອາຈົມສັງເກດໄດ້ຍາກເຊັ່ນ: ນ້ຳໝາກເລັ່ນ, ນ້ຳໝາກກ້ຽງ, ໂກໂກ້, ນ້ຳຢາແດງ, ເຄື່ອງດື່ມທີ່ມີສີແດງ, ໝາກໂມ, ໝາກຫຸ່ງ, ສະຕໍເບີຣີ, ໝາກອະງຸ່ນແດງ… ແລະ ອາຫານທີ່ມີສ່ວນປະສົມຂອງສີອາຫານ, ສີດໍາ, ສີແດງ, ສີນ້ຳຕານ ເປັນຕົ້ນ.
ອ້າງອີງຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/