6 ວິທີຢຸດດື່ມສິ່ງມຶນເມົາໄດ້ຢ່າງຖາວອນ


ການຢຸດດື່ມສິ່ງມຶນເມົາຖືເປັນອີກໜຶ່ງສິ່ງທ້າທາຍຂອງໃຜຫຼາຍໆຄົນ ສຳລັບບາງຄົນແລ້ວມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຈະເລີກລາຢ່າງຖາວອນໄດ້ ເນື່ອງຈາກປະສົບກັບບັນຫາຊີວິດແລ້ວດື່ມເຫຼົ້າເບຍເພື່ອຄາຍຄຽດ ຫຼື ການດື່ມມາເປັນເວລາຫຼາຍປີຈົນກາຍເປັນຄວາມມັກ ແລະ ຕິດໄປແລ້ວ ເຊິ່ງວ່າຜົນກະທົບຂອງສິ່ງມືນເມົານີ້ມີຫຼາຍຢ່າງບໍ່ວ່າຈະເປັນ ສຸຂະພາບຮ່າງກາຍ ແລະ ຈິດໃຈອ່ອນເພຍ, ເມົາແລ້ວຂັບສ່ຽງເກີດອຸບັດຕິເຫດ, ຜິດຖຽງກັນ ຄວາມສຳພັນແຕກແຍກ, ກະທົບໄປເຖິງສູນເສຍໜ້າທີ່ການງານ ແລະ ຮ້າຍແຮງໄປກວ່ານັ້ນເຖິງຂັ້ນກໍ່ເຫດອາຊະຍາກຳ ເປັນຕົ້ນ.

ແຕ່ແນວໃດກໍຕາມ, ຍັງມີຄົນອີກຈຳນວນບໍ່ໜ້ອຍສາມາດເອົາຊະນະໃຈຕົວເອງ ແລະ ຢຸດເຊົາໄດ້ຢ່າງຖາວອນ ເຊິ່ງພວກເຂົາປະຕິບັດດ້ວຍວິທີໃດແດ່ນັ້ນເຮົາມາຕິດຕາມນຳກັນ.

1. ຫາແຮງບັນດານໃຈ

ກ່ອນອື່ນໝົດເຮົາຕ້ອງມີແຮງບັນດານໃຈ ແລະ ມີເປົ້າໝາຍຢ່າງຊັດເຈນວ່າຢ່າງຢຸດດື່ມສິ່ງມຶນເມົາເພື່ອຫຍັງ? ອາດຈະເພື່ອສຸຂະພາບຮ່າງກາຍຂອງເຮົາເອງ, ເພື່ອຄອບຄົວ, ເພື່ອມີເງິນທ້ອນ, ເພື່ອອະນາຄົດທີ່ດີ… ເພາະສະນັ້ນ ເມື່ອຮູ້ສຶກຢາກດື່ມສິ່ງມືນເມົາຂຶ້ນມາໃຫ້ນຶກຫາເປົ້າໝາຍທີ່ຕັ້ງໄວ້ແລ້ວອາການຈະຄ່ອຍບັນເທົາລົງ.

2. ຈຳກັດປະລິມານດື່ມລົງ

ເຮົາບໍ່ສາມາດຢຸດເຊົາດື່ມໄດ້ທັນທີ່ຕາມຕ້ອງການ ແຕ່ສາມາດປັບປ່ຽນພຶດຕິກຳຈາກດື່ມເປັນປະລິມານຫຼາຍລອງຄ່ອຍໆປັບລົງ ເຊັ່ນວ່າ: ຈາກເຄີຍດື່ມມື້ລະ 10 ຈອກ ມື້ຖັດໄປອາດຜ່ອນລົງເປັນ 9 ຈອກ, 8 ຈອກ ແລະ ຫຼຸດລົງເລື້ອຍໆ ເຊິ່ງມັນຈຳຕ້ອງໄດ້ໃຊ້ເວລາ ແຕ່ສາມາດເຫັນຜົນດີຂຶ້ນຢ່າງແນ່ນອນ.

3. ຫຼີກເວັ້ນສະຖານະການສ່ຽງຕໍ່ການດື່ມສິ່ງມືນເມົາ

ຄວນຫຼີກເວັ້ນສະຖານະການ ຫຼື ບັນຍາກາດຊວນດື່ມ ເຊັ່ນ: ຫຼີກເວັ້ນການໄປຮ້ານກິນດື່ມ, ຮ້ານອາຫານ, ສະຖານທີ່ບັນເທີງ ຫຼື ງານລ້ຽງສັງສັນຕ່າງໆ ຫາກຈຳເປັນຕ້ອງໄດ້ໄປແທ້ໆໃຫ້ເລືອກດື່ມເປັນນໍ້າໝາກໄມ້, ນໍ້າດື່ມ ຫຼື ນໍ້າຫວານແທນ.

4. ປະຕິເສດໃຫ້ເປັນ

ເຮົາຕ້ອງໜັກແໜ້ນກັບໃຈຕົນເອງກໍຄື: ຄວນປະຕິເສດເມື່ອໝູ່ເພື່ອນ ຫຼື ຄົນອື່ນຊັກຊວນດື່ມ ອາດບອກພວກເຂົາໄປເລີຍວ່າເຮົາກຳລັງຢຸດດື່ມເຫຼົ້າເບຍຢູ່ ແຕ່ຫາກເບິ່ງຄືວ່າເຂົາຈະບໍ່ຮັບຟັງກໍຄວນອ້າງໄປວ່າເຮົາມີວຽກຄ້າງທີ່ຕ້ອງໄດ້ເຮັດຢູ່, ຕ້ອງຂັບລົດກັບຄົນດຽວ, ຕ້ອງເດີນທາງ ຫຼື ຂໍ້ອ້າງອື່ນໆ.

5. ຫາກິດຈະກຳເຮັດຍາມວ່າງ

ບາງຄັ້ງເມື່ອເຮົາມີເວລາຫວ່າງຈິດໃຈອາດຄິດຫາສິ່ງມຶນເມົາກໍເປັນໄດ້. ສະນັ້ນ, ລອງຊອກຫາກິດຈະກຳທີ່ຕົນມັກ ຫຼື ຊອກຮຽນຮູ້ເຮັດສິ່ງໃໝ່ເຊັ່ນ: ເບິ່ງຮູບເງົາ, ຮ້ອງເພງ, ປູກຕົ້ນໄມ້, ແຕ້ມຮູບ, ອອກກຳລັງກາຍ…

6. ຫາທີ່ປຶກສາ

ມັນບໍ່ແມ່ນເລື່ອງງ່າຍເລີຍສຳລັບການເລີກດື່ມເຫຼົ້າເບຍ ໃນບາງຄັ້ງອາດຮູ້ສຶກທໍ້, ເມື່ອຍ, ໝົດຫວັງ. ເພາະສະນັ້ນ, ລອງປຶກສາ ຫຼື ລະບາຍໃຫ້ຄົນທີ່ຕົນໄວ້ວາງໃຈຟັງເພື່ອພວກເຂົາຈະຊອກຫາທາງອອກທີ່ດີ, ເປັນກຳລັງໃຈໃຫ້ ຫາກວ່າຮູ້ສຶກບໍ່ໄຫວແທ້ໆ ໃຫ້ລອງໄປປຶກສາແພດໝໍຮັບຮອງວ່າຈະຫາທາງອອກທີ່ດີແກ່ຕົວທ່ານໄດ້.

ນອກຈາກນີ້, ເພື່ອເປັນກຳລັງໃຈແກ່ທຸກຄົນທີ່ກຳລັງເຊົາດື່ມສິ່ງມຶນເມົາ LaoX ກໍບໍ່ພາດທີ່ລວບລວມເອົາຂໍ້ດີຂອງການເລີກເຫຼົ້າດື່ມມາຝາກບັນດາຜູ້ອ່ານທຸກຄົນ

  • ສຸຂະພາບດີ: ຄືດັ່ງທີ່ຮູ້ວ່າເຫຼົ້າເບຍເປັນສານເສບຕິດທຳຮ້າຍສະໝອງ ແລະ ຮ່າງກາຍບໍ່ວ່າຈະເປັນໂຣກຕັບແຂງ, ຕັບອັກເສບ, ຄວາມດັນເລືອກສູງ, ສະໝອງເສື່ອມ ແລະ ສາລະພັດໂຣກຮ້າຍ. ສະນັ້ນ, ເມື່ອເຮົາສາມາດເລີກລາໄດ້ແນ່ນອນວ່າສຸຂະພາບຈະແຂງແຮງ ລວມເຖິງຄົນອ້ອມຂ້າງກໍຈະມີຄວາມສຸກຮ່ວມກັບເຮົາອີກດ້ວຍ
  • ບໍ່ສ່ຽງເກີດອຸບັດຕິເຫດ: ເມື່ອເຮົາບໍ່ມີສິ່ງມຶນເມົາຢູ່ໃນຮ່າງກາຍ ເຮົາຈະມີສະຕິ, ມີການຄວບຄຸມທຸ່ນທ່ຽງໃນການຂັບຂີ່ລົດ ສົ່ງຜົນໃຫ້ບໍ່ສ່ຽງເກີດອຸບັດຕິເຫດ
  • ປະຢັດຄ່າໃຊ້ຈ່າຍ: ເນື່ອງຈາກເສດຖະກິດໃນປັດຈຸບັນແປປວນຫຼາຍ ການຫຼຸດຜ່ອນຄ່າໃຊ້ຈ່າຍໃນສິ່ງທີ່ບໍ່ຈຳເປັນຈຳຕ້ອງໄດ້ປະພຶດ. ສະນັ້ນ, ຫາກເຮົາຕັດຄ່າໃຊ້ຈ່າຍເລື່ອງເຫຼົ້າເບຍອອກໄປແນ່ນອນວ່າຈະມີເງິນເກັບ ຫຼື ໄວ້ໃຊ້ຈ່າຍໃຫ້ສິ່ງຈຳເປັນຫຼາຍກວ່າ
  • ນອນຫຼັບສະບາຍຂຶ້ນ: ເນື່ອງຈາກເຮົາບໍ່ໄດ້ຮັບສານມຶນເມົາໃນຮ່າງກາຍ, ບໍ່ໄດ້ອົດຫຼັບອົດນອນ ຫຼື ມີອາການປວດຮາກ, ວິນວຽນຫົວ. ແນ່ນອນວ່າການນອນເຮົາຈະມີປະສິດທິພາບ ແລະ ຮ່າງກາຍຟື້ນຟູດີຂຶ້ນ
  • ຄວາມສຳພັນດີຂຶ້ນ: ໂດຍປົກກະຕິແລ້ວເຮົາຈະຂາດສະຕິ ແລະ ໂວຍວາຍຜິດຖຽງກັນເມື່ອດື່ມເຫຼົ້າເບຍສົ່ງຜົນໄປສູ່ການທຳຮ້າຍສາຍສຳພັນທີ່ດີ. ແຕ່ກົງກັນຂ້າມ, ຫາກເຮົາບໍ່ດື່ມມີສະຕິຄົບຖ້ວນທຸກຢ່າງ ບັນຫາການຜິດຖຽງກັນກໍໜ້ອຍຫຼາຍທີ່ຈະເກີດຂຶ້ນ.

ສຸດທ້າຍແລ້ວ, ສິ່ງມຶນເມົາກໍເປັນພຽງສານທີ່ໃຫ້ຄວາມມ່ວນຊື່ນພຽງຊົ່ວຄາວເທົ່ານັ້ນ ແລະ ຍັງມີຜົນຮ້າຍຂ້າງຄຽງຫຼາຍຢ່າງ. ສຳລັບໃຜທີ່ກຳລັງຕ້ອງການຢາກຢຸດພຶດຕິກຳດື່ມເຫຼົ້າເບຍກໍຢ່າງລືມນຳເອົາ 6 ວິທີນີ້ໄປປັບໃຊ້ເບິ່ງເດີ ເຊື່ອວ່າທຸກທ່ານຈະສາມາດຢຸດດື່ມສິ່ງມຶນເມົາໄດ້ຢ່າງແນ່ນອນ.

ອ້າງອີງຈາກ:

https://cutt.ly/ZwjsZbhm

https://cutt.ly/EwjsZ2Ou

https://cutt.ly/AwjsXhcK

https://cutt.ly/nwjsX2WM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/