ການປະເມີນມູນຄ່າຂອງເກືອເກີດຂຶ້ນຫຼັງຈາກປະຫວັດສາດໂລກອັນຍາວນານ ທີ່ສະເເດງໃຫ້ເຫັນສົງຄາມການຕໍ່ສູ້ກັນເພື່ອຍາດຊີງເກືອ, ເສັ້ນທາງການຄ້າທີ່ສ້າງຂຶ້ນສໍາລັບສິນຄ້າ, ການເອີ້ນເກັບພາສີຈາກເກືອ ເເລະ ການເອົາຊື່ຂອງເກືອໄປຕັ້ງເປັນຊື່ເມືອງ
ເກືອໄດ້ຫຼໍ່ຫຼອມເສດຖະກິດໂລກ ແລະ ວິທີທີ່ພວກເຮົາໃຊ້ເກືອໄດ້ມີການປ່ຽນແປງຢ່າງຫຼວງຫຼາຍໃນຕະຫຼອດປະຫວັດສາດທີ່ຜ່ານມາ
“ເຈົ້າບໍ່ສາມາດເຮັດການຄ້າຂາຍລະຫວ່າງປະເທດໄດ້ຫາກເຈົ້າບໍ່ມີເກືອ” Mark Kurlansky ຜູ້ຂຽນ Salt: A World History ກ່າວກັບ CNBC “ມີອາຫານຈໍານວນໜ້ອຍຫຼາຍທີ່ທ່ານສາມາດສົ່ງອອກໂດຍບໍ່ໃຊ້ເກືອ”

- Road salt
ໃນປັດຈຸບັນ ຍ້ອນການເພີ່ມຂຶ້ນຂອງຕູ້ເຢັນ ແລະ ອາຫານແຊ່ແຂງ ເກືອຈຶ່ງຖືກນຳໄປໃຊ້ຖະໜົນຫົນທາງທີ່ຖືກປົກຄຸມດ້ວຍຫິມະ ແລະ ນ້ຳກ້ອນເປັນຫຼັກເພື່ອໃຫ້ລົດສາມາດສັນຈອນໃນລະດູໜາວໄດ້. ໂດຍມະຫາວິທະຍາໄລ Vermont ຄາດວ່າສະຫະລັດໃຊ້ເກືອ 20 ລ້ານໂຕນໃສ່ຖະໜົນ ເເລະ ທາງດ່ວນໃນທຸກໆປີ. ເຊິ່ງນ້ຳທີ່ໄຫຼຈາກການໃຊ້ເກືອທີ່ຖອກໃສ່ຖະໜົນຫົນທາງແມ່ນສາເຫດຫຼັກທີ່ເຮັດໃຫ້ເກືອສາມາດປົນເປື້ອນສິ່ງແວດລ້ອມໄດ້. EPA ຄາດຄະເນຄວາມເສຍຫາຍທາງດ້ານໂຄງສ້າງຈາກເກືອຢູ່ລະຫວ່າງ 800 ຫາ 3.300 ໂດລາຕໍ່ໂຕນ.

- ຜະລິດຕະພັນ Lower chloride
ເກືອມີລິດ corrosive ເນື່ອງຈາກວ່າ chloride ສາມາດກັດໂລຫະໄດ້.
Sujay Kaushal ນັກວິທະຍາສາດ ແລະ ອາຈານຢູ່ມະຫາວິທະຍາໄລ Maryland ອະທິບາຍວ່າ: “ບ່ອນຈອດລົດ, ທາງຍ່າງ, ອາຄານ ແລະ ໂຄງສ້າງຊີມັງແມ່ນເຮັດດ້ວຍທາດການຊຽມຄາບອນ ເຊິ່ງແມ່ນເກືອຊະນິດໜຶ່ງ ເມື່ອສະຫຼາຍຕົວ ເກືອຈະຖືກປ່ອຍອອກສູ່ສິ່ງແວດລ້ອມ” ໂດຍເກືອເຫຼົ່ານີ້ສາມາດເຂົ້າເຖິງແຫຼ່ງນໍ້າຈືດໄດ້ ແລະ ເມື່ອນ້ຳຊຶມເຂົ້າດິນ ມັນສາມາດເຮັດໃຫ້ເກີດມົນລະພິດແຫຼ່ງຕໍ່ນໍ້າດື່ມ ແລະ ສ້າງຄວາມເສຍຫາຍຕໍ່ສິ່ງກໍ່ສ້າງໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/