ຖົ່ວລຽນໄທມີຄຸນະພາບດີເປັນພິເສດ ເພາະນຳໃຊ້ລົດໄຟລາວ-ຈີນ ຂົນສົ່ງແບບວ່ອງໄວທັນໃຈ


ຜູ້ນຳເຂົ້າໝາກໄມ້ຈາກເອເຊຍຕາເວັນອອກສຽງໃຕ້ຊາວຈີນວ່າ ປີ 2023 ນີ້ ເປັນປີທີ່ຖົ່ວລຽນສາມາດຂາຍໄດ້ໃນລາຄາທີ່ສູງທີ່ສຸດໃນຮອບ 5 ປີ ເຊິ່ງທຸລະກິດຂອງຜູ້ນຳເຂົ້າຖົ່ວລຽນຊາວຈີນ ໄດ້ຮັບແຮງສະໜັບສະໜຸນຈາກລົດໄຟລາວ-ຈີນ ທີ່ເຊື່ອມຕັ້ງແຕ່ນະຄອນຄຸນໝິງໃນຈີນໄປຈົນຮອດນະຄອນຫຼວງວຽງຈັນ ສປປ ລາວ.

ໃນໄລຍະເວລາ ການຂົນສົ່ງຖົ່ວລຽນໄທມາເຖິງຈີນລົດລົງຢ່າງຫຼວງຫຼາຍ ປະມານ 3 ມື້ ຈາກການໃຊ້ລົດໄຟລາວ-ຈີນ, ເຊິ່ງກ່ອນໜ້ານີ້ ການນຳເຂົ້າຖົ່ວລຽນຍັງບໍ່ສຸກດີ ເພາະບໍ່ສາມາດນຳເຂົ້າຖົ່ວລຽນທີ່ສຸກຫຼາຍ ຈາກບັນຫາດ້ານການຂົນສົ່ງ. ຜູ້ກວດສອບຄນນະພາບຖົ່ວລຽນຊາວຈີນ ໃນນະຄອນຄຸນໝິງ ຍັງໄດ້ອອກຄວາມຄິດເຫັນວ່າ ປີນີ້ຖົ່ວລຽນໄທທີ່ນຳເຂົ້າມາມີລະດັບຄຸນະພາບທີ່ດີເປັນພິເສດ ມີຄວາມຫວານ ແລະ ຣົດຊາດດີ.

ຈີນເປັນຕະຫຼາດທີ່ສົ່ງອອກລາຍໃຫຍ່ທີ່ສຸດຂອງຖົ່ວລຽນໄທ ໃນປີ 2021 ໂດຍຄິດເປັນ 96% ຂອງປະລິມານສົ່ງອອກທັງໝົດ ໂດຍມີມູນຄ່າລວມເຖິງ 3,09 ພັນລ້ານໂດລາສະຫະລັດ. ນອກຈາກນີ້ ໝາກໄມ້ເຂດຮ້ອນຊະນິດອື່ນໆ ໃນອາຊຽນກໍມັກໃຊ້ບໍລິການຂົນສົ່ງຜ່ານລົດໄຟລາວ-ຈີນ ໂດຍຈາກຂໍ້ມູນຂອງບໍລິສັດ China Railway Kunming Group ພົບວ່າໝາກໄມ້ທີ່ນຳເຂົ້າ ເປັນຕົ້ນແມ່ນໝາກມຸງຄຸດ, ຖົ່ວລຽນ, ລຳໄຍ ແລະ ໝາກໄມ້ ຊະນິດອື່ນໆ ລວມກັນເຖິງ 17.200 ໂຕນ ຖືກຂົນສົ່ງຜ່ານເສັ້ນທາງລົດໄຟດັ່ງກ່າວ ຕັ້ງແຕ່ເດືອນທັນວ່າ ປີ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/