ຫຼຽນເງິນທຳອິດມາແລ້ວ! ລັດສະໝີ ສີປະເສີດ ຄວ້າຫຼຽນເງິນທຳອິດ ໃຫ້ນັກກິລາຄົນພິການທີມຊາດລາວ ອາຊຽນ ພາຣາເກມ ຄັ້ງທີ 12


ລັດສະໝີ ສີປະເສີດ ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຄວ້າ 1 ຫຼຽນເງິນ ຫຼຽນທຳອິດ ແລະ 1 ຫຼຽນທອງ (ຫຼຽນທີ 2) ໃນກິລາຍົກນໍ້າໜັກຮຸ່ນ 41 ກິໂລກຣາມຍິງ ໃຫ້ທັບນັກກິລາຄົນພິການລາວ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ.

ໂດຍການແຂ່ງຂັນກິລາຍົກນໍ້າໜັກຄົນພິການ ໄດ້ເປີດສາກຂຶ້ນໃນວັນທີ 4 ມິຖຸນາ ທີ່ຜ່ານມາ. ສຳລັບການແຂ່ງຂັນກິລາຍົກນໍ້າໜັກ ງານກິລາອາຊຽນພາຣາເກມ ມີການຊິງໄຊທັງໝົດ 38 ລາຍການ ສະເພາະ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 3 ຄົນ ຈາກ 6 ລາຍການ ກໍຄື ນາງ ລັດສະໝີ ສີປະເສີດ ຮຸ່ນນໍ້າໜັກ 41 ກິໂລກຣາມຍິງ, ທ້າວ ເອື້ອຍ ສີມາຍ ຮຸ່ນນໍ້າໜັກ 54 ກິໂລກຣາມຊາຍ ແລະ ທ້າວ ເປ້ຍ ລາວພັກດີ ຮຸ່ນນໍ້າໜັກ 49 ກິໂລກຣາມຊາຍ ທັງ 3 ຄົນ ໄດ້ລົງແຂ່ງຂັນໃນມື້ດຽວກັນ ໂດຍສະເພາະແມ່ນ ນາງ ລັດສະໝີ ສີປະເສີດ ອີກໜຶ່ງຄວາມຫວັງຫຼຽນຂອງທັບນັກກິລາຍົກນໍ້າຄົນພິການລາວ ກໍເຮັດໃຫ້ບໍ່ຜິດຫວັງ ສາມາດຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ.

ໂດຍໃນການແຂ່ງຂັນຄັ້ງນີ້ ຫຼຽນເງິນ ຫຼຽນທຳອິດຂອງທັບນັກກິລາລາວ ໄດ້ຈາກປະເພດຍົກຄະແນນລວມ  ສ່ວນຫຼຽນຄຳ ເປັນຂອງ ນາງ Maridol ນັກກິລາຈາກ ຟິລິບປິນ ແລະ ຫຼຽນທອງ ເປັນຂອງ ນາງ Eneng Paridah ນັກກິລາຈາກອິນໂດເນເຊຍ.

ສ່ວນຜົນງານຂອງສອງນັກກິລາຍົກນໍ້າໜັກລາວ ກໍຄື  ຮຸ່ນນໍ້າໜັກຂອງທ້າວ ເປ້ຍ ລາວພັກດີ ມີນັກກິລາເຂົ້າຮ່ວມ 6 ຊາດ ຜົນງານຂອງ ເປ້ຍ ຈົບທີ່ອັນດັບທີ 4  ແລະ ຜົນງານຂອງທ້າວ ເອື້ອຍ ສີມາຍ ຈົບອັນດັບທີ 6 ຈາກນັກກິລາເຂົ້າຮ່ວມ 7 ຄົນ ຈາກ 6 ຊາດເຂົ້າຮ່ວມແຂ່ງຂັນ ປັດຈຸບັນ ສຳລັບກິລາຍົກນໍ້າໜັກລາວ ແມ່ນສຳເລັດພາລະກິດການເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: https://t.ly/-g0b

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/