ເປັນຫຍັງຄົນເຮົາຈຶ່ງບໍ່ມີຂົນປົກຄຸມຄືກັບສັດລ້ຽງ​ລູກ​ດ້ວຍ​ນ້ຳ​ນົມຫຼາຍ​ຊະ​ນິດ


ເຄີຍສົງໄສກັນບໍ່ວ່າເປັນຫຍັງມະນຸດເຮົາຈຶ່ງບໍ່ມີຂົນປົກຄຸມທົ່ວຮ່າງກາຍຄືກັບສັດລ້ຽງລູກດ້ວຍນ້ຳນົມສ່ວນຫຼາຍ ແຕ່ກັບມີເປັນບາງຈຸດແທນເຊັ່ນ: ຜົມ, ຄິ້ວ, ຕາ, ບໍລິເວນຂີ້ແຮ້, ອະໄວຍະວະເພດ ເປັນຕົ້ນ

ອີງຕາມທິດສະດີວິວັດທະນາການ

ຕ້ອງຢ້ອນກັບໄປເມື່ອຫຼາຍລ້ານປີກ່ອນທີ່ທະວີບອາຟຣິກາຍັງຄົງມີສະພາບເປັນປ່າ ນັກວິທະຍາສາດເຊື່ອວ່າບັນພະບຸລຸດຂອງຄົນເຮົານັ້ນເປັນລີງໄຮ້ຫາງທີ່ອາໄສຢູ່ບໍລິເວນຊາຍປ່າແຖວນັ້ນ ເຊິ່ງພວກເຂົາກໍມີຮູບຮ່າງໜ້າຕາຄ້າຍລີງທົ່ວໄປທີ່ມີຂົນປົກຄຸມເຕັມຕົວ ແລະ ໃຊ້ຊີວິດຢູ່ໃນປ່າໂດຍອາໄສຫາກິນໝາກໄມ້ ຂົນພວກນີ້ກໍຄືກັບຂົນຂອງສັດລ້ຽງລູກດ້ວຍນົມຊະນິດອື່ນໆ ທີ່ມີໄວ້ເພື່ອຮັກສາອຸນຫະພູມຂອງຮ່າງກາຍ.

ແຕ່ເນື່ອງຈາກມະນຸດເຮົານັ້ນເປັນສັດເລືອດອຸ່ນເຊິ່ງໝາຍຄວາມວ່າ ການຮັກສາອຸນຫະພູມຮ່າງກາຍ ນັ້ນເປັນເລື່ອງສຳຄັນຫຼາຍເມື່ອຮ່າງກາຍຮ້ອນ ຫຼື ໜາວເກີນໄປຈະເຮັດໃຫ້ເປັນໄຂ້ ຫຼື ເຖິງຂັ້ນເສຍຊີວິດໄດ້.

ແຕ່ເມື່ອປະມານ 1.7 ລ້ານປີທີ່ຜ່ານມາ ພູມອາກາດຂອງໂລກກໍປ່ຽນແປງໄປເຮັດໃຫ້ປ່າໄມ້ທີ່ຂຽວອຸດົມສົມບູນໃນອາຟຣິການັ້ນກາຍມາເປັນທົ່ງຫຍ້າຄື​ທຸກ​ມື້​ນີ້ ເຮັດໃຫ້ບັນພະບຸລຸດເຮົາມີທາງເລືອກຢູ່ 2 ທາງນັ້ນກໍຄືການເດີນທາງເຂົ້າໄປໃນປ່າ ຫຼື ປັບຕົວເພື່ອໃຊ້ຊີວິດຢູ່ທີ່ທົ່ງຫຍ້າ.

ແນ່ນອນວ່າບັນພະບຸລຸດທີ່ກາຍມາເປັນຄົນໃນອະນາຄົດນັ້ນເລືອກທີ່ຈະປັບຕົວ ​ດ້ວຍ​ຄວາມ​ທີ່​ວ່າການໃຊ້ຊີວິດໃນທົ່ງຫຍ້ານັ້ນແຕກຕ່າງຈາກໃນປ່າຢ່າງສິ້ນເຊີງ ສະພາບອາກາດທີ່ຮ້ອນກວ່າ ແລະ ເປັນທີ່ໂລ່ງເຮັດໃຫ້ການຫາອາຫານມີການປ່ຽນແປງໄປໂດຍປ່ຽນຈາກການຫາກິນໝາກໄມ້ມາເປັນການລ່າສັດ ເຮັດໃຫ້ມະນຸດຕ້ອງຈຳຕ້ອງມີ 2 ທັກສະເພື່ອທີ່​ຈະ​ສາ​ມາດ​ລ່າ​ສັດ ແລະ ຢູ່ລອດນັ້ນກໍຄື: ທັກສະການແລ່ນທີ່ຍາວນານ ແລະ ທັກສະການສື່ສານ.

  • ທັກສະການແລ່ນທີ່ຍາວນານ

ໃນ​ການ​ລ່າ​ສັດ ​ມະ​ນຸດ​ບໍ່​ແມ່ນ​ສັດ​ທີ່​ແລ່ນ​ໄວ​ຄື​ກັບ​ເສືອ ຫຼື ກວາງ ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ມະ​ນຸດ​ຍັງ​ຄົງ​ສາ​ມາດ​ຫາ​ອາ​ຫານຢູ່ລອດ​ມາ​ໄດ້​ກໍ​ຄື​ທັກ​ສະ​ການ​ແລ່ນ​ທີ່​ຍາວ​ນານປະ​ກອບ​ກັບ​ການ​ເຮັດ​ວຽກ​ເປັນ​ທີມ​ນັ້ນ​ເອງ ​ແຕ່ດ້ວຍຄວາມທີ່ອາກາດຮ້ອນຫຼາຍ ການມີຂົນໜາປົກຄຸມຮ່າງກາຍຈຶ່ງບໍ່ເອື້ອອຳນວຍຕໍ່ການລະບາຍຄວາມຮ້ອນອອກຈາກຮ່າງກາຍ ທຳມະຊາດຈຶ່ງສ້າງໃຫ້ຮ່າງກາຍຂອງມະນຸດປ່ຽນຂົນໃຫ້ນ້ອຍ ແລະ ບາງລົງຈົນແນມບໍ່ເຫັນດ້ວຍຕາ​ເປົ່າ​ ແຕ່​ນັ້ນ​ກໍ​ຍັງ​ບໍ່​ພຽງ​ພໍ ຕໍ່ມາຮ່າງກາຍຈຶ່ງໄດ້ສ້າງເຫື່ອຂຶ້ນມາ ເຊິ່ງເຫື່ອນີ້ຖື​ເປັນ​ລະ​ບົບ​ລະ​ບາຍ​ຄວາມ​ຮ້ອນ​ອອກ​ຈາກ​ຮ່າງ​ກາຍ​ໄດ້​ດີ​ສຸດໆຈົນເຮັດໃຫ້ມະນຸດ​ກາຍເປັນສິ່ງມີຊີວິດທີ່ແລ່ນໄດ້ຍາວນານທີ່ສຸດໃນໂລກໃນເວລາຕໍ່ມານັ້ນເອງ.

  • ທັກສະການສື່ສານ

ມະນຸດເປັນສັດທີ່ເຮັດວຽກເປັນທີມສະນັ້ນການສື່ສານຈຶ່ງເປັນສິ່ງສຳຄັນຫຼາຍ ນັກວິທະຍາສາດພົບວ່າໃບໜ້າທີ່ໄຮ້ຂົນນັ້ນຊ່ວຍເນັ້ນການສື່ສານໄດ້ດີກວ່າ ໃນເມື່ອສາມາດສື່ສານໄດ້ດີກໍຈະຫາອາຫານໄດ້ເຮັດໃຫ້ມີໂອກາດມີຊີວິດລອດ ແລະ ສົ່ງຕໍ່ກຳມະພັນໃຫ້ຄົນຮຸ່ນຕໍ່ໆໄປ​ເລື້ອຍໆ.

ທິດສະດີການຄັດເລືອກທາງເພດ

ໃນ​ໄລຍະຕໍ່​ມາການທີ່ຄົນ​ຈະເລືອກຄູ່​ສືບ​ພັນນັ້ນ​ແມ່ນອີງ​ໃສ່ສຸຂະພາບ​ຂອງ​ອີກ​ຝ່າຍເປັນຫຼັກ ສຳລັບຄົນທີ່ມີ​ຂົນໜ້ອຍຈະເຮັດໃຫ້ອີກ​ຝ່າຍສາມາດແນມເຫັນເຫັບ, ເຫົາໄດ້ງ່າຍ​ຈຶ່ງ​​ສາ​ມາດຮັບຮູ້ໄດ້ວ່າ​ຄົນ​ໃດມີສຸຂະພາບດີ ຫຼື ບໍ່​ດີ ສະນັ້ນຜູ້ທີ່ຮ່າງກາຍໄຮ້ຂົນ​ກໍ​ຈະມີໂອກາດຫາຄູ່ໄດ້ງ່າຍກວ່າຄົນທີ່ມີຂົນ​ ເພາະ​ແບບ​ນີ້ພວກເຂົາຈຶ່ງ​ສາ​ມາ​ດສົ່ງຕໍ່ກຳມະພັນໄຮ້ຂົນ​ຂອງ​ຕົນ​ເອງຕໍ່ໄປເລື້ອຍໆ.

ສະຫຼຸບແລ້ວຂໍ້ດີຂອງການບໍ່ມີຂົນໜາປົກຄຸມກໍຄື: ຊ່ວຍໃນເລື່ອງການລະບາຍຄວາມຮ້ອນຂອງຮ່າງກາຍ, ຊ່ວຍໃນການລ່າສັດ (ແລ່ນໄດ້ຍາວນານ) ແລະ ການຫາຄູ່​ນັ້ນ​ເອງ

ດັ່ງນັ້ນ, ມະນຸດໃນຍຸກປັດຈຸບັນຈຶ່ງເກືອບຈະບໍ່ເຫຼືອຂົນຢູ່ເລີຍ​ ຈະມີກໍສະເພາະແຕ່ບາງຈຸດທີ່ສຳຄັນເທົ່ານັ້ນ ເຊິ່ງທຳມະຊາດກໍຄັດເລືອກມາໃຫ້ພ້ອມກັບໜ້າທີ່ຂອງມັນ ຕົວຢ່າງເຊັ່ນ:

– ຂົນຂີ້ແຮ້ສາມາດຊ່ວຍຫຼຸດການສຽດສີບໍລິເວນຂີ້ແຮ້ໄດ້

– ຂົນໃນອະໄວຍະເພດມີໜ້າທີ່ປ້ອງກັນສິ່ງເປິເປື້ອນລວມທັງຊ່ວຍຫຼຸດການສຽດສີເວລາມີເພດສຳພັນກັນ

– ຂົນຄິ້ວມີໜ້າທີ່ປ້ອງກັນເຫື່ອບໍ່ໃຫ້ເຂົ້າຕາ ແລະ ຊ່ວຍໃນການສື່ສານໂດຍຄິ້ວມີຄວາມສຳຄັນໃນການສະແດງສີໜ້າອາລົມຂອງມະນຸດ

– ຜົມເຮັດໜ້າທີ່ຄວບຄຸມອຸນຫະພູມໃນສະໝອງເນື່ອງຈາກສະໝອງເປັນອະໄວຍະວະທີ່ອ່ອນໄຫວຕໍ່ອຸນຫະພູມ

ອ້າງ​ອີງ:

YouTube

https://shorturl.at/dlBU8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/