ເລີກຄົບກັບໝູ່ສະໜິດອາດຈະເຈັບກວ່າເລີກກັບແຟນ


ເມື່ອເຮົາເຕີບໃຫຍ່ຂຶ້ນ ຮູບແບບຄວາມສຳພັນຂອງຄົນເຮົາກັບບຸກຄົນອື່ນກໍຍິ່ງມີຄວາມຊັບຊ້ອນຫຼາຍຂຶ້ນ ຄວາມສຳພັນແບບ “ໝູ່ເພື່ອນ” ເຖິງແມ່ນວ່າຈະເບິ່ງຄືເປັນຮູບແບບຄວາມສຳພັນທີ່ລຽບງ່າຍ ແລະ ບໍ່ຄ່ອຍມີອາລົມຄວາມຮູ້ສຶກທີ່ຮຸນແຮງໃສ່ກັນ ແຕ່ໃນຄວາມເປັນຈິງແລ້ວການມີປະຕິສຳພັນ ແລະ ການຮັກສາຈິດໃຈຂອງໝູ່ຄົນໜຶ່ງໄວ້ນັ້ນລ້ວນຕ້ອງໃຊ້ຄວາມລະອຽດອ່ອນ ແລະ ໃຊ້ສິລະປະໃນການຮັກສາມິດຕະພາບພໍສົມຄວນ.

ສະໄໝປະຖົມທີ່ໝູ່ເຮັດໃຫ້ເຮົາລົ້ມ ຫຼື ເວົ້າທຳຮ້າຍຈິດໃຈ, ດ່າກັນເສຍໆຫາຍ, ລໍ້ລຽນເຮົາ ຫຼື ແມ່ນແຕ່ເຮົາໄປເຮັດແບບນັ້ນກັບໝູ່ເອງກໍຕາມ ສິ່ງທີ່ເກີດຂຶ້ນໃນຕອນນັ້ນກໍຄືຕ່າງຝ່າຍຕ່າງໃຫ້ອະໄພກັນແລະກັນຢູ່ສະເໝີບໍ່ວ່າຈະດ້ວຍເຫດຜົນໃດ ໝູ່ຄົງບໍ່ໄດ້ຕັ້ງໃຈ ໝູ່ຫວັງດີ ໝູ່ເປັນຫ່ວງ ເຮົາຄິດຫຼາຍເກີນໄປ ເຮົາອ່ອນໄຫວໄປເອງ ເຮົາກໍຍັງຄົງໃຫ້ອະໄພກັນຢ່າງງ່າຍດາຍເພື່ອຄົງຮັກສາໄວ້ເຊິ່ງມິດຕະພາບ.

ຄວາມສຳພັນແບບໝູ່ເພື່ອນນັ້ນຕ່າງອອກໄປຈາກຄວາມສຳພັນແບບຄົນຮັກຄືມັນຄ່ອຍເປັນຄ່ອຍໄປ ພວກເຮົາຄ່ອຍໆຜູກພັນກັນຢ່າງຊ້າໆບໍ່ມີຄວາມຟ້າວຟັ່ງ ຫຼື ຄາດຫວັງຫຼາຍເກີນໄປ ຄ່ອຍໆສະໜິດສະໜົມກັນຫຼາຍຂຶ້ນເທື່ອລະເລັກລະໜ້ອຍອາດຈະມີບາງຄັ້ງທີ່ຜິດໃຈກັນ ແລະ ໃຫ້ອະໄພກັນຢ່າງງຽບໆ ດັ່ງນັ້ນມິດຕະພາບຈຶ່ງເປັນຕົວແທນຂອງຄວາມໝັ່ນຄົງ ແລະ ຍືນຍົງ.

ແຕ່ເຖິງຢາກຮັກສາຈະໃຫ້ມິດຕະພາບນັ້ນໃຫ້ຍາວນານເທົ່າໃດ ແຕ່ກໍຢ່າລືມວ່າມັນບໍ່ໄດ້ຂຶ້ນຢູ່ກັບຝ່າຍໃດຝ່າຍໜຶ່ງເທົ່ານັ້ນ ຍິ່ງເຕີບໃຫຍ່ຂຶ້ນ ນິດໄສ, ຄວາມຄິດເຫັນ ແລະ ວິທີແນມໂລກຍິ່ງແຕກຕ່າງກັນ ຫຼາຍຄົນເລືອກທີ່ຈະເກັບຄວາມບໍ່ພໍໃຈຂອງຕົນເອງເອົາໄວ້ ບໍ່ນຳມາເວົ້າກັນຢ່າງຈິງຈັງປ່ອຍຜ່ານຄວາມ toxic ຕ່າງໆດ້ວຍຄຳວ່າ “ໝູ່ກັນ” ຈຶ່ງບໍ່ແມ່ນເລື່ອງແປກທີ່ໃນມື້ໜຶ່ງຈະມີຝ່າຍໃດຝ່າຍໜຶ່ງເມື່ອຍໃຈທີ່ຈະທົນໝູ່ຄົນນີ້ອີກຕໍ່ໄປ ເຮັດໃຫ້ໝູ່ອີກຄົນກຽມໃຈບໍ່ທັນສຳລັບຄວາມໂດດດ່ຽວທີ່ກຳລັງຄືບຄານເຂົ້າມາ ແລະ ເມື່ອມາເຖິງຈຸດສິ້ນສຸດຂອງມິດຕະພາບກໍມັກຈະມີຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍຮູ້ສຶກເຈັບປວດກັບຄວາມສຳພັນທີ່ຈົບລົງໄປນີ້.

ມີຫຼາຍຄົນໂດຍສະເພາະໃນໄວໜຸ່ມສາວ ຫຼື ຄົນທີ່ອາຍຸ 20 ຕົ້ນໆທີ່ບອກວ່າພວກເຂົາຮູ້ສຶກເສຍໃຈ ແລະ ເຈັບປວດກັບການເລີກລາກັບໝູ່ສະໜິດຍິ່ງກວ່າເລີກກັບແຟນອີກ ເຊິ່ງສາເຫດຫຼັກໆທີ່ເຮັດໃຫ້ການເລີກຄົບກັບໝູ່ສະໜິດນັ້ນອາດເຈັບປວດກວ່າການເລີກລາກັບຄົນຮັກມີດັ່ງນີ້:

ການບໍ່ຄາດຄິດ ຫຼື ຈິນຕະນາການເຖິງຕອນທີ່ຕ້ອງເລີກຄົບກັບໝູ່

ເຮົາຕ່າງບໍ່ຄາດຄິດ ຫຼື ຈິນຕະນາການເຖິງພາບຕອນທີ່ຕ້ອງແຍກຈາກໝູ່ສະໜິດອອກ ເພາະໃນໃຈເລິກໆແລ້ວເຮົາຕ່າງຄາດຫວັງວ່າໝູ່ຈະມາຢູ່ຂ້າງໆບໍ່ວ່າຈະເກີດຫຍັງຂຶ້ນ ແລະ ນັ້ນເອງເຮັດໃຫ້ທຸກສັນຍານການຈາກລາໃຊ້ບໍ່ໄດ້ຜົນກັບໝູ່ສະໜິດ ເພາະຄົນເຮົາມັກຫຼີກເວັ້ນການເວົ້າເຖິງສິ່ງທີ່ຕົນເອງບໍ່ມັກກ່ຽວກັບອີກຝ່າຍເພື່ອຄົງຄວາມສຳພັນໄວ້ ເຊິ່ງຕ່າງຈາກຄວາມສຳພັນແບບໂຣແມນຕິກທີ່ຄົນສ່ວນໃຫຍ່ມັກແນມເຫັນຂໍ້ເສຍຂອງຕົນເອງ ແລະ ຄົນຮັກ ເກັບມາຄິດຢ່າງໜັກໜ່ວງ ແລະ ພ້ອມເຜື່ອໃຈໄວ້ວ່າຖ້າມື້ໜຶ່ງຕ້ອງເລີກກັນ (ເຖິງຈະບໍ່ຢາກເລີກກໍຕາມ) ເຮົາຈະຮັບມືກັບຄວາມເຈັບປວດນີ້ແນວໃດ ຢ່າງໜ້ອຍກໍຕ້ອງໂທ ຫຼື ໄປປຶກສາກັບໝູ່ສະໜິດຈັກຄົນໜຶ່ງທີ່ຢູ່ນຳກັນມາທຸກຈັງຫວະຊີວິດ.

ການເລີກຄົບກັບໝູ່ປຽບເໝືອນການສູນເສຍຕົວຕົນບາງສ່ວນໄປ

ການເລີກຄົບກັບໝູ່ສະໜິດໂດຍສະເພາະຊ່ວງໄວໜຸ່ມສາວນັ້ນບໍ່ຕ່າງກັບການສູນເສຍຕົວຕົນບາງຢ່າງໄປ ຕາມທີ່ Caroline Hunt ສາສະດາຈານໃນສະຖາບັນຈິດຕະວິທະຍາຂອງມະຫາວິທະຍາໄລ Sydney ກ່າວ “ເພາະເປັນໄວທີ່ພວກເຂົາຍັງຄົງຄົ້ນຫາຕົວຕົນວ່າພວກເຂົາເປັນໃຜ ແລະ ແນ່ນອນເມື່ອໝູ່ສະໜິດຄົນນັ້ນມີບົດບາດໃນການຊ່ວຍສ້າງຄວາມເປັນຕົວຕົນຂອງເຂົາຂຶ້ນມາ ອາດຈະເຮັດໃຫ້ເຂົາເປັນຄົນທີ່ມີຄວາມໝັ້ນໃຈຫຼາຍຂຶ້ນ, ຄົ້ນພົບເອກະລັກ, ຄວາມມັກຂອງຕົນ ຫຼື ນຳໄປສູ່ການຕັ້ງຄຳຖາມເພື່ອພັດທະນາຕົວເອງວ່ານິດໃສໃດຂອງຕົວເອງທີ່ຄົນອື່ນມີທ່າອ່ຽງຈະຍອມຮັບ ແລະ ນິດໃສໃດທີ່ຜູ້ຄົນບໍ່ໃຫ້ການຍອມຮັບ”

ຢ່າງທີ່ Caroline Hunt ກ່າວໄວ້ຂ້າງເທິງວ່າໝູ່ເປັນສ່ວນໜຶ່ງທີ່ເຮັດໃຫ້ເຮົາກາຍມາເປັນເຮົາ ດັ່ງນັ້ນຫຼາຍຄົນຈຶ່ງບໍ່ເຄີຍໄປເຖິງຈຸດທີ່ສາມາດກ່າວໄດ້ຢ່າງເຕັມປາກວ່າ ຂ້ອຍໂອເຄຢູ່ແລ້ວຖ້າໝູ່ສະໜິດ(ຄົນທີ່ມີສ່ວນຊ່ວຍໃນການສ້າງຕົວຕົນຂອງເຮົາຂຶ້ນມາ)ຈະຍ່າງຈາກໄປ

ຜູ້ຄົນບໍ່ຄ່ອຍເວົ້າເຖິງການເລີກຄົບກັບໝູ່

“ເຮົາມັກຈະຄິດວ່າການເລີກຄົບໝູ່ຈະເກີດຈາກການຫັກຫຼັງຢ່າງຮຸນແຮງ ເພາະມັນງ່າຍທີ່ຈະບອກວ່ານີ້ຄືຈຸດສິ້ນສຸດຂອງມິດຕະພາບນີ້ ແຕ່ຫຼາຍຄັ້ງການເລີກຄົບໝູ່ມັກຈະມາຈາກໄລຍະທາງ, ຄວາມແຕກຕ່າງຂອງ lifestyle ຫຼື ການເຫັນພຶດຕິກຳບໍ່ດີທີ່ໝູ່ປະຕິບັດກັບຄົນອື່ນໆ ເຊິ່ງການເລີກຄົບໝູ່ແບບນີ້ສາມາດສ້າງຄວາມເຈັບປວດໄດ້ເພາະບໍ່ເຄີຍຄາດຄິດ ຫຼື ບໍ່ຮູ້ວ່າການເລີກຄົບກັບໝູ່ນັ້ນມີໜ້າຕາເປັນແບບໃດ”

Miriam Kirmayer ນັກບຳບັດໂຣກທີ່ຊ່ຽວຊານເລື່ອງມິດຕະພາບໃນໄວໜຸ່ມສາວ ແລະ ຜູ້ໃຫຍ່ກ່າວປະໂຫຍກຂ້າງເທິງ ນາງຄິດວ່າເຫດຜົນຫຼັກມາຈາກການທີ່ຜູ້ຄົນເວົ້າເຖິງການເລີກຄົບໝູ່ໜ້ອຍກວ່າການເລີກຄົບແຟນ ເຮັດໃຫ້ເຮົາບໍ່ມີຕົ້ນແບບໃຫ້ເຫັນຫຼາຍເທົ່າໃດວ່າ ອໍ້ ຕອນນີ້ເຮົາຄວນເລີກຄົບໝູ່ຄົນນີ້ໄດ້ແລ້ວ ມັນເປັນຄວາມສັບສົນສຳລັບຫຼາຍຄົນ ແລ້ວມັນກໍເປັນການຍາກຫຼາຍ ໂດຍສະເພາະໃນກໍລະນີທີ່ຄົນຈະຮູ້ສຶກຜິດຖ້າຈະອອກຈາກຊີວິດໝູ່ຄົນນັ້ນ ເຖິງວ່າຄວາມສຳພັນຈະ Toxic ກໍຕາມ.

ອ້າງອີງຈາກ:

https://shorturl.at/orGRY

https://shorturl.at/lLUWZ

https://shorturl.at/cAHPW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/