ເບິ່ງຮູບເງົາສະຫຍອງຂວັນກັບຄົນຮັກ ຊ່ວຍກະຊັບສາຍສຳພັນໃຫ້ແໜ້ນແຟ້ນ


ສຳລັບໃຜຫຼາຍໆຄົນຈະຮູ້ສຶກຢ້ານກົວ ຫຼື ບໍ່ກ້າເບິ່ງຮູບເງົາສະຫຍອງຂວັນຫາກວ່າເບິ່ງຄົນດຽວ ແຕ່ຕໍ່ໄປນີ້ເລື່ອງທີ່ເປັນຕາຢ້ານຈະບໍ່ເປັນຕາຢ້ານອີກຕໍ່ໄປຫາກມີຄົນຮູ້ໃຈມານັ່ງເບິ່ງນຳກັນຂ້າງໆ. 

ອາດເວົ້າໄດ້ວ່າຮູບເງົາສະຫຍອງຂວັນເປັນເຄື່ອງມືຊ່ວຍໃຫ້ເຮົາມີຄວາມຜູກພັນກັບຄົນອື່ນຫຼາຍຂຶ້ນ ເນື່ອງຈາກທັງສອງໄດ້ສະແດງຄວາມຄິດເຫັນ, ແລກປ່ຽນປະສົບການຈາກຮູບເງົາທີ່ເບິ່ງດ້ວຍກັນ. ມັນຮູ້ສຶກວ່າເຮົາບໍ່ໄດ້ປະເຊີນກັບຄວາມຢ້ານກົວພຽງຄົນດຽວເພາະມີຄົນນັ່ງຢູ່ຂ້າງໆ, ຈິດໃຈຈະເຊື່ອມໂຍງເຂົ້າຫາກັນໂດຍບໍ່ຮູ້ຕົວ. ຖ້າຢາກໃກ້ຊິດກັບໃຜ ລອງຊວນໄປເບິ່ງຮູບເງົາສະຫຍອງຂວັນດ້ວຍກັນມັນອາດຊ່ວຍສ້າງສາຍສຳພັນລະຫວ່າງທັງສອງໄດ້.

ໂດຍສາສະດາຈານ Arthur B Markman, ນັກຈິດຕະສາດຈາກສະຫະລັດອາເມຣິກາ ໄດ້ສຶກສາກ່ຽວກັບເລື່ອງຄວາມຢ້ານ ແລະ ຄວາມຮັກ ລາວໄດ້ກ່າວວ່າ ການທີ່ຄູ່ຮັກເບິ່ງຮູບເງົາຮ່ວມກັນໂດຍສະເພາະແມ່ນແນວຜີ ຫຼື ສະຫຍອງຂວັນ ຈະສົ່ງທາງດ້ານບວກຕໍ່ຄວາມສໍາພັນຂອງທັງສອງ ເຊິ່ງເຫັນຢ່າງຊັດເຈນວ່າມີຄວາມໃກ້ຊິດກັນຫຼາຍຂຶ້ນ. ໃນລະຫວ່າງເບິ່ງຮູບເງົາແລ້ວພົບກັບຕອນເປັນຕາຢ້ານ ສະໝອງຂອງຄົນເຮົາຈະປ່ອຍສານ Dopamine ອອກມາເຊິ່ງເປັນສານດຽວກັນທີ່ປ່ອຍອອກມາເມື່ອພວກເຮົາຮູ້ສຶກຫຼົງຮັກໃຜຄົນໜຶ່ງ. ນອກຈາກນີ້ ສານ Dopamine ຍັງຫຼັ່ງງອອກມາເມື່ອເຮັດກິດຈະກຳຕ່າງໆເຊັ່ນ: ການໂດດບັນຈີ້ຈ້ຳ (Bungee jumping), ໄປຄອນເສີດຮ່ວມກັນ ແລະ ກິດຈະກຳອື່ນໆ.

ນອກຈາກນີ້ແລ້ວ ການເບິ່ງຮູບເງົາສະຫຍອງຂວັນຊ່ວຍໃຫ້ຄູ່ຮັກມີຄວາມກ້າສະແດງອອກຫຼາຍຂຶ້ນ ເພາະບາງຄູ່ອາດຍັງມີຄວາມເຂີນອາຍຕໍ່ກັນ. ສະນັ້ນ, ຈຶ່ງເປັນໂອກາດດີທີ່ອີກຝ່າຍຈະສະແດງຄວາມເປັນຮີໂຣ້ໃນຄວາມສໍາພັນໃນຂະນະທີ່ເບິ່ງ “ຮູບເງົາສະຫຍອງຂວັນ” ເຮັດໜ້າທີ່ຊ່ວຍປົກປ້ອງ, ປອບໂຍນໃຫ້ຄົນທາງຂ້າງຮູ້ສຶກປອດໄພ, ສະບາຍໃຈ ແລະ ອົບອຸ່ນ.

ສິ່ງທີ່ທຸກທ່ານອາດຍັງບໍ່ຮູ້ ການເບິ່ງຮູບເງົາສະຫຍອງຂວັນເຮັດໃຫ້ເຮົາຮູ້ຕົວຕົນຂອງອີກຝ່າຍຫຼາຍຂຶ້ນ ເພາະເມື່ອເບິ່ງຮູບເງົາສະຫຍອງຂວັນໃນຊີນທີ່ເປັນຕາຢ້ານ ຮ່າງກາຍຈະສູນເສຍການຄວບຄຸມ ແລະ ສະແດງຕົວຕົນທີ່ແທ້ຈິງອອກມາ. ໃນທີ່ນີ້ພວກເຮົາສາມາດສັງເກດເຫັນວ່າອີກຝ່າຍປະພຶດຕົນແນວໃດເມື່ອປະເຊີນກັບຄວາມຢ້ານ ແລະ ຄວາມກົດດັນ.

ກ່າວໄດ້ວ່າອົງປະກອບເຫຼົ່ານີ້ ຈະຊ່ວຍສົ່ງເສີມສາຍສຳພັນເຊິ່ງກັນ ແລະ ກັນ, ເຮັດໃຫ້ເຮົາຮູ້ສຶກດີກັບຄົນຂ້າງໆ, ມີຄວາມສຸກ, ຫຼົງໃຫຼ ແລະ ຮູ້ຕົນຕົວອັນແທ້ຈິງຂອງອີກຝ່າຍຫຼາຍຂຶ້ນ.

ອ້າງອີງ:

https://bit.ly/3adQkws

https://bit.ly/3adCE4I

https://bit.ly/3Bjq2os

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/