ກິນໝີ່ສຳເລັດຮູບທຸກມື້ ສ່ຽງເສຍຊີວິດໄວຂຶ້ນ


ຄົງປະຕິເສດບໍ່ໄດ້ວ່າໃນເວລາທີ່ເຮົາຮີບຮ້ອນ, ມີເວລາຈຳກັດ “ໝີ່ສຳເລັດຮູບ” ກາຍເປັນເມນູທາງເລືອກທີ່ຄົນສ່ວນໃຫ່ຍນິຍົມ ເນື່ອງຈາກວ່າມັນສະດວກ, ມີຫຼາຍຣົດຊາດໃຫ້ເລືອກ ແລະ ລາຄາສະບາຍກະເປົາເມື່ອທຽບກັບລາຄາອາຫານປະເພດອື່ນໆ. ແຕ່ຮູ້ບໍວ່າ ຖ້າຫາກກິນໝີ່ສຳເລັດຮູບທຸກມື້ ຫຼື ກິນຈຳນວນຫຼາຍຈະເກີດຫຍັງຂຶ້ນຕໍ່ຮ່າງກາຍ?

ໃນຮ່າງກາຍຂອງຄົນເຮົາຄວນໄດ້ຮັບປະລິມານໂຊດຽມບໍ່ເກີນ 2,000 ມິນລີກຣາມຕໍ່ມື້ ຫຼື ເທົ່າກັບເກືອ 1 ບ່ວງກາເຟ. ແຕ່ທຸກທ່ານຮູ້ຫຼືບໍ່ ສ່ວນຫຼາຍແລ້ວໝີ່ສຳເລັດຮູບ 1 ຖົງປະກອບໄປດ້ວຍແປ້ງສາລີ 60-70% ໄຂມັນ ແລະ ເຄື່ອງປຸງ 15-20%, ເກືອ ແລະ ແປ້ງນົວ 5-6% ເຊິ່ງເຫັນວ່າໂຊດຽມແມ່ນສູງຫຼາຍ.

ສານອາຫານໃນໜີ່ສຳເລັດຮູບນັ້ນມີພຽງແຕ່ ຄາໂບໄຮເດດ ແລະ ໂຊດຽມເທົ່ານັ້ນ. ເມື່ອກິນໝົດ 1ຖົງຈະໄດ້ຮັບໂຊດຽມປະມານ 1,400 – 2,600 ມິນລີກຣາມ ແຕ່ຫາກກິນຄາບລະ 2-3 ຖົງໃນທຸກໆມື້ ຫຼື ຖ້າເປັນຖົງໃຫ່ຍຂຶ້ນ ປະລິມານຂອງຜົງເຄື່ອງປຸງກໍເພີ່ມຂຶ້ນເຊັ່ນກັນ ຍັງລວມທັງປຸງຣົດຊາດເພີ່ມເຕີມອີກ ເຊັ່ນວ່າ: ເພີ່ມນໍ້າປາ, ແປ້ງນົວ, ນໍ້າຕານ… ດັ່ງນັ້ນ, ຈຶ່ງສົ່ງຜົນໃຫ້ຮ່າງກາຍໄດ້ຮັບໂຊດຽມຫຼາຍກວ່າປະລິມານທີ່ຕ້ອງການ ເຊິ່ງກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບຕາມມາ.

ໃນດ້ານສຳນັກງານໂພຊະນາການໃຫ້​ຂໍ້​ມູນ​ວ່າ​ ເມື່ອຮ່າງກາຍບໍ່ສາມາດກໍາຈັດເກືອ (ໂຊດຽມ) ແລະ ນ້ຳສ່ວນເກີນໃນຮ່າງກາຍ ຈະເຮັດໃຫ້ທັງສອງສິ່ງນີ້ຄ້າງຢູ່ໃນອະໄວຍະວະຕ່າງໆ ເຊັ່ນ: ເຮັດໃຫ້ແຂນຂາບວມ, ເມື່ອຍງ່າຍ, ແໜ້ນໜ້າເອິກ, ຖ້າຮ່າງກາຍບໍ່ສາມາດຂັບຖ່າຍສິ່ງເຫຼົ່ານີ້ອອກໄດ້ທັນ ມັນຈະເຂົ້າໄປສະສົມຢູ່ໃນຮ່າງກາຍກໍ່ໃຫ້ເກີດຄວາມສ່ຽງເປັນໂຣກຄວາມດັນເລືອດສູງ ແລະ ມີອາການແຊກຊ້ອນເຊັ່ນ: ໝາກໄຂ່ຫຼັງເສື່ອມ, ຫົວໃຈເຮັດວຽກໜັກ, ເຮັດໃຫ້ຫົວໃຈຂະຫຍາຍໃຫຍ່ຂື້ນ ແລະ ຫົວໃຈວາຍໃນທີ່ສຸດ.

ສະນັ້ນ, ມື້ນີ້ພວກເຮົາຈຶ່ງໄດ້ລວມເທັກນິກການກິນໝີ່ສຳເລັດຮູບ ໃຫ້ສົ່ງຜົນເສຍຕໍ່ສຸຂະພາບໜ້ອຍທີ່ສຸດມາຝາກທຸກທ່ານນັ້ນກໍຄື:

  1. ບໍ່ຄວນກິນໝີ່ສຳເລັດຮູບພຽງຢ່າງດຽວ​ ເນື່ອງຈາກວ່າຮ່າງກາຍບໍ່ໄດ້ຮັບສານອາຫານພຽງພໍ ຄວນເພີ່ມຊີ້ນ, ໄຂ່ ແລະ ຜັກໃສ່ຕື່ມເພື່ອເພີ່ມໂພຊະນາການຄົບຖ້ວນສົມບູນ
  2. ຫຼີກເວັ້ນການກິນໝີ່ດິບ ເນື່ອງຈາກວ່າອາດສົ່ງຜົນໃຫ້ເກີດອາການປວດຮາກ, ເຈັບທ້ອງ, ທ້ອງອືດ ແລະ ອາຫານບໍ່ຍ່ອຍ
  3. ໃສ່ເຄື່ອງປຸງພຽງເຄິ່ງຖົງ ແລະ ຢ່າກິນນໍ້າຊຸບໝີ່ຈົນໝົດ ເພື່ອຫຼຸດຜ່ອນການໄດ້ຮັບໂຊດຽມຫຼາຍເກີນໄປ
  4. ບໍ່ຄວນກິນເລື້ອຍໆ ຫຼື ຕິດຕໍ່ກັນເປັນປະຈໍາ ໂດຍສະເພາະເດັກນ້ອຍ ເພາະຈະເຮັດໃຫ້ຮ່າງກາຍບໍ່ໄດ້ຮັບສານອາຫານຄົບຖ້ວນ ສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງເດັກ
  5. ເລືອກກິນໝີ່ສຳເລັດຮູບທີ່ມີເຄື່ອງໝາຍ “ທາງເລືອກທີ່ດີຕໍ່ສຸຂະພາບ” ຫຼືເລືອກໝີ່ສຳເລັດຮູບສູດມີໂຊດຽມໜ້ອຍລົງ

ອ້າງອີງ:

https://cutt.ly/pwa0hW95

https://cutt.ly/Rwa0hMOF

https://cutt.ly/Ewa0jp5V

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/