Toxic People ນິດໄສດ້ານລົບທຳຮ້າຍສຸຂະພາບຈິດ


ທຸກຄົນລ້ວນແຕ່ມີຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິແຕກຕ່າງກັນໄປ ເຊື່ອວ່າຫຼາຍຄົນຍ່ອມຢາກຢູ່ໃນສະພາບແວດລ້ອມອ້ອມຮອບໄປດ້ວຍຄົນທີ່ມີທັດສະນະຄະຕິທີ່ດີ ແຕ່ໃນສັງຄົມ ຫຼື ກຸ່ມຄົນໃດໜຶ່ງຍັງປາສະຈາກບໍ່ໄດ້ກັບບຸກຄົນທີ່ມີຄວາມຄິດດ້ານລົບ ຫຼື ຄວາມຄິດເປັນພິດ ເຊິ່ງເອີ້ນວ່າ: Toxic People ນັ້ນເອງ.

Toxic People ແມ່ນພຶດ​ຕິ​ກໍາ​ຂອງ​ຄົນທີ່ເອົາຕົນ​ເອງ​ເປັນ​ຈຸດ​ສູນ​ກາງ​, ມັກຄວບຄຸມຄົນອື່ນ, ອາລົມແປປວນ, ໃຊ້ຄໍາເວົ້າສຽດສີ. ນອກາກນີ້, ທ່ານ Perpetua Neo ນັກຈິດຕະສາດຂອງ DClinPsy ທີ່ວິທະຍາໄລລອນດອນ, ປະເທດອັງກິດ, ອະທິບາຍເພີ່ມເຕີມອີກວ່າຄົນເຫຼົ່ານີ້ຈະສະແດງພຶດຕິກໍາທຳຮ້າຍຮ່າງກາຍ ແລະ ຈິດໃຈຜູ້ອື່ນ ກ່າວໄດ້ວ່າການກະທໍາ ຫຼື ພຶດຕິກໍາຂອງບຸກຄົນປະເພດນີ້ເປັນພິດຕໍ່ຄົນອ້ອມຂ້າງນັ້ນເອງ.

ພຶດ​ຕິ​ກໍາ Toxic people ສະແດງອອກຄື:

1. ບໍ່ກ່າວຄຳຂໍໂທດເມື່ອຕົນເຮັດຜິດ
ບຸກຄົນປະເພດນີ້ຈະບໍ່ຮູ້ສຶກຜິດ ເຖິງແມ່ນວ່າສາເຫດທັງໝົດຈະມາຈາກຕົນເອງໂດຍກົງກໍຕາມ ໂດຍຖືຄະຕິທີ່ວ່າ: ຕົນເປັນຄົນຖືກສະເໝີ.

2. ບໍ່ຮູ້ສຶກຍິນດີກັບຄົນອື່ນ
ເມື່ອຄົນອ້ອມຂ້າງປະສົບຜົນສໍາເລັດ ນອກຈາກຈະບໍ່ສະແດງຄວາມຍິນດີແລ້ວກັບຍັງດູຖູກໝິ່ນປະໝາດ ພ້ອມທັງມີຄວາມອິດສາຄົນອື່ນອີກດ້ວຍ.

3. ເຫັນແກ່ຕົວ
ຄົນເຫຼົ່ານີ້ຄິດເຫັນຕົນເອງເປັນຫຼັກໂດຍບໍ່ຄຳນຶງເຖິງຜົນປະໂຫຍດສ່ວນລວມ ແລະ ເອົາຕົນເອງເປັນສູນກາງຂອງຈັກກະວານ.

4. ບໍ່ມີຄົນຄົບຫາ
ນີ້ອາດເປັນສັນຍານຊັດເຈນທີ່ສຸດຫາກໝູ່ເພື່ອນ ຫຼື ຄົນອ້ອມຂ້າງພະຍາຍາມຫຼີກເວັ້ນ ແລະ ຕີຕົວອອກຫ່າງ.

5. ຈົ່ມຂວັນນິນທາ
Toxic People ມັກເອົາເລື່ອງບໍ່ດີຂອງຄົນອື່ນມາເວົ້າເປັນເລຶ່ອງຕະຫຼົກ ແລະ ເຮັດໃຫ້ຄົນອື່ນດ້ອຍຄ່າ ເປັນຕົວຕະຫຼົກໃນການສົນທະນາ.

6. ຕັດສິນຄົນອື່ນ
ຄົນປະເພດນີ້ມັກໃຊ້ອາລົມຫຼາຍກວ່າເຫດຜົນ, ຕັດສິນຄົນອື່ນຈາກການກະທໍາ ຍົກ​ຕົວ​ຢ່າງ: ເມື່ອຄົນອື່ນເຮັດໃນສິ່ງທີ່ບໍ່ຖືກໃຈ ຫຼື ເຮັດຜິດເລັກນ້ອຍກໍດ່ວນຕັດສິນໃຈວ່າເປັນຄົນບໍ່ດີ, ເຮັດວຽກບໍ່ໄດ້ ພ້ອມທັງມັກວິພາກວິຈານເລື່ອງຂອງຄົນອື່ນ ແລະ ຄິດວ່າເລື່ອງຂອງຕົນເອງແມ່ນດີທີ່ສຸດ.

 7. ມັກໂຍນຄວາມຜິດໃຫ້ຄົນອື່ນ
ໃນບັນຫານີ້ພວກເຮົາມັກຈະເຫັນໃນແງ່ຂອງການເຮັດວຽກເປັນທີມ ຍົກ​ຕົວ​ຢ່າງ: ແຜນການສົ່ງໃຫ້ລູກຄ້າເຮັດໃຫ້ເກີດຄວາມຜິດພາດ ຫຼື ຂໍ້ມູນຂາດຫາຍໄປ. ຄົນ​ເຫຼົ່າ​ນີ້​ຈະ​ບໍ່​ຊອກ​ຫາ​ທາງ​ແກ້​ໄຂ ແຕ່​ຈະ​ຊອກ​ຫາ​ຜູ້​ທີ່​ຜິດ ​ຫຼື​ ໂທດ​ຄົນ​ອື່ນ​ນອກ​ຈາກ​ຕົນ​ເອງ.

ສາເຫດນິດໄສຂອງຄົນເປັນພິດນີ້ເກີດຈາກຫຼາຍປັດໃຈ ເຊັ່ນວ່າ: ຄວາມຜິດປົກກະຕິທາງດ້ານບຸກຄະລິກກະພາບ, ເປັນໂຣກໄບໂພລ່າ (Bipolar) ແລະ ຄວາມຕຶງຄຽດ, ບໍ່ສາມາດຄວບຄຸມອາລົມໄດ້ ແລະ ເປັນຄົນມັກຖືກຍ້ອງ. ນອກຈາກນັ້ນ, ຍັງມີສາເຫດມາຈາກຜູ້ປົກຄອງເອົາໃຈຫຼາຍເກີນໄປ, ຄອບຄົວມີບັນຫາ, ສານເສບຕິດ ແລະ ຜ່ານເຫດການເຈັບປວດໃນອະດີດ ກາຍເປັນປັດໄຈປູກຝັງນິດໄສຄົນເປັນພິດ.

ນອກຈາກນີ້ແລ້ວ, ຍັງໄດ້ແບ່ງປະເພດ Toxic People ອອກເປັນ 4 ປະເພດຄື:

  1. ກຸ່ມ Narcissist ແມ່ນເຫັນ​ຕົນ​ເອງ​ດີ​ກວ່າ​ຄົນ​ອື່ນ, ໃຊ້ຄວາມເຊື່ອທີ່ວ່າຕົນຢູ່ເໜືອຄົນອື່ນ ເຊັ່ນ: ອວດອ້າງວ່າຕົນມີພອນສະຫວັນ, ມີ​ສະ​ຖາ​ນະ​ການ​ທາງ​ດ້ານ​ການ​ເງິນ​ທີ່​ດີກ​ວ່າ​ 
  2. Manipulate ມັກຄວບຄຸມຄົນອື່ນໃຫ້ເປັນໄປຕາມທີ່ຕົນຕ້ອງການ
  3. Gaslighting ການເຮັດໃຫ້ຄົນອື່ນໂທດຕົນເອງວ່າເປັນຄົນຜິດ
  4. ປ້ອຍດ່າ, ໃສ່ຮ້າຍ, ທຳຮ້າຍຮ່າງກາຍ ແລະ ຂົ່ມເຫັງຄົນອື່ນ

ວິທີການຈັດການກັບຄົນທີ່ເປັນພິດ

  1. ບໍ່ຄວນປ່ອຍປະລະເລີຍ ແລະ ຄິດວ່າ Toxic People ເປັນພຶດຕິກຳປົກກະຕິ. ສະນັ້ນ, ຄວນໂອ້ລົມກັບຄົນປະເພດນີ້ຢ່າງຈິງຈັງ ແລະ ບອກເຂົາໃຫ້ຮູ້ວ່າເຮົາບໍ່ມັກພຶດຕິກຳແງ່ລົບດັ່ງທີ່ເຂົາກະທຳ.
  2. ຖາມເຫດຜົນທີ່ຄົນປະເພດນີ້ປະພຶດ ແລະ ອາດຈະໃຫ້ໂອກາດເຂົາເພື່ອປັບປຸງນິດໄສ.
  3. ກໍານົດຂອບເຂດ ແລະ ພື້ນທີ່ຂອງທ່ານເອງຢ່າງຊັດເຈນ.
  4. ຫຼີກເວັ້ນການພົວພັນກັບຄົນທີ່ເປັນພິດຫາກເປັນໄປໄດ້
  5. ຢ່າໂທດຕົນເອງ ເພາະຄົນທີ່ເປັນພິດມັກໃຊ້ຄໍາເວົ້າ ແລະ ການກະທໍາຂອງຕົນເພື່ອທໍາຮ້າຍຄວາມຮູ້ສຶກຄົນອ້ອມຂ້າງໂດຍບໍ່ໄດ້ເຮັດຫຍັງຜິດ.
  6. ຜ່ອນຄາຍຄວາມກົດດັນໂດຍການພັກຜ່ອນໃຫ້ພຽງພໍ, ເຮັດກິດຈະກຳທີ່ທ່ານມັກ ແລະ ໃຊ້ເວລາກັບຄົນຮັກ.

ສຳລັບໃຜທີ່ສົງໄສວ່າເປັນ Toxic People ລອງປະຕິບັດຕົນດັ່ງນີ້:

  1. ຈົ່ງລະມັດລະວັງ, ກວດເບິ່ງພຶດຕິກໍາ ແລະ ຄວາມຄິດຂອງຕົນເອງ
  2. ເຝິກ​ການ​ເປັນ​ຜູ້​ຟັງ​ທີ່​ດີ
  3. ມີຄວາມເມດຕາ ແລະ ຈິງໃຈຕໍ່ຄົນອື່ນ
  4. ຄິດກ່ອນລົງມື  ຫຼື​ ຕອບໂຕ້ກັບ​ເລື່ອງ​ໃດ​ໜຶ່ງ​
  5. ມີຄວາມຮັບຜິດຊອບເມື່ອເຮັດສິ່ງທີ່ຜິດພາດ
  6. ປ່ອຍວາງອີໂກ້ ແລະ ບໍ່ຢຶດຖືຕົນເອງເປັນຫຼັກ

ອ້າງອີງ:

https://cutt.ly/dwa89RZP

https://cutt.ly/Jwa83TZe

https://cutt.ly/mwa88kwq

https://cutt.ly/Rwa84fL1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/