ຮູ້ຈັກ Binge Watching ພຶດຕິກຳຢຸດເບິ່ງຊີຣີ້ບໍ່ໄດ້


ໃນມື້ພັກຜ່ອນ ຫາກໄດ້ນອນຫົ່ມຜ້າເປີດເບິ່ງຊີຣີ້ທີ່ຕົນມັກ ແລະ ດອງໄວ້ຫຼາຍໆເລື່ອງຄົງຈະເປັນຄວາມສຸກຂອງໃຜຫຼາຍຄົນ. ສຳລັບຄົນຮັກຊີຣີ້ແລ້ວການເບິ່ງເທື່ອລະ 1-2 ຕອນອາດເຮັດໄດ້ຍາກ ເນື່ອງຈາກຄວາມມ່ວນຊື່ນ, ຄວາມໜ້າດຶງດູດ ຫຼື ພະເອກຫຼໍ່, ນາງເອກງາມ ຈຶ່ງເປັນແຮງຂັບເຄື່ອນໃຫ້ຜູ້ເບິ່ງຢາກຕິດຕາມ ແລະ ລໍຖ້າເບິ່ງຕອນຖັດໄປບໍ່ໄຫວ. ສະນັ້ນ, ໂດຍສ່ວນໃຫຍ່ແລ້ວຄົນຮັກການເບິ່ງຊີຣີ້ມັກມີພຶດຕິກຳຢຸດເບິ່ງບໍ່ໄດ້, ເບິ່ງເທື່ອໃດກໍໃຊ້ເວລາໄປຫຼາຍຊົ່ວໂມງ.

ທຸກຄົນຮູ້ບໍວ່າ ພຶດຕິກຳເຫຼົ່ານີ້ມີຊື່ເອີ້ນວ່າ Binge Watching ເປັນພຶດຕິກໍາເສບຕິດການເບິ່ງຊີຣີ້ຢ່າງຕໍ່ເນື່ອງເປັນເວລາດົນນານໂດຍບໍ່ມີການຢຸດພັກຜ່ອນ.

ໂດຍມີອາການສະແດງອອກຄື:

  1. ເບິ່ງຮອບດຽວໃຫ້ຈົບເລື່ອງ ຫຼື ເບິ່ງຢ່າງຕໍ່ເນື່ອງເປັນເວລາ 7–8 ຊົ່ວໂມງ ຫຼື ອາດຫຼາຍກວ່ານັ້ນ
  2. ເບິ່ງຫຼາຍເກີນໄປຈົນບໍ່ມີເວລາເຮັດກິດຈະກຳອື່ນເລີຍ ເຊັ່ນ: ບໍ່ກິນເຂົ້າ, ບໍ່ນອນພັກຜ່ອນ…
  3. ເມື່ອເລີ່ມມີອາການເມື່ອຍລ້າກໍຍັງຄົງສຶບຕໍ່ເບິ່ງຊີຣີ້
  4. ຄວາມຮັບຜິດຊອບ ແລະ ປະສິດທິພາບໃນການເຮັດວຽກຫຼຸດລົງ ລວມທັງຄວາມສຳພັນກັບຄົນອ້ອມຂ້າງໜ້ອຍລົງ ເພາະຈົດຈໍ່ຢູ່ແຕ່ການເບິ່ງຊີຣີ້

ເຮົາມາຮູ້ສາເຫດນຳກັນວ່າ ເປັນຫຍັງເມື່ອເຮົາເບິ່ງຊີ້ຣີ້ແລ້ວຈຶ່ງຢຸດເບິ່ງໄດ້ຍາກ ຫຼື ຢຸດບໍ່ໄດ້ເລີຍ?

ເຫດຜົນທີ່ເຮົາບໍ່ສາມາດຢຸດເບິ່ງຊີຣີ້ໄດ້ ຍ້ອນວ່າ  Corticotropin-Releasing Hormone ຫຼື CRH ຖືກປ່ອຍອອກມາຈາກຮ່າງກາຍໃນເວລາທີ່ເຮົາຕື່ນເຕັ້ນ, ເກີດຄວາມສົງໄສ, ​ຢາກ​ຮູ້​ຢາກ​ເຫັນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນໃນຕອນ​ຕໍ່​ໄປ​. ສະນັ້ນ, ຜູ້ສ້າງຊີຣີ້ຈຶ່ງໃຊ້ຄຸນປະໂຫຍດຂອງຮໍໂມນນີ້ດ້ວຍການຕັດຈົບ ຫຼື ຖິ້ມປະເດັນໄວ້ໃຫ້ຢາກ​ສືບຕໍ່ເບິ່ງ​ ແລະ ອົດໃຈລໍຖ້າເບິ່ງບໍ່ໄຫວໃນຕອນຖັດໄປ​. ໃນລະຫວ່າງການເບິ່ງສະໝອງຈະປ່ອຍຮໍໂມນ Dopamine, ເປັນຮໍໂມນແຫ່ງຄວາມສຸກອອກມາ ສົ່ງຜົນໃຫ້ເຮົາຮູ້ສຶກເພີດເພີນ, ຜ່ອນຄາຍ ຈົນຕ້ອງອົດຫຼັບອົດນອນເພື່ອເບິ່ງຊີຣີ້ໃຫ້ຈົບນັ້ນເອງ.

ແຕ່ເນື່ອງຈາກເຮົາເບິ່ງເປັນເວລາດົນ ຜົນກະທົບຕໍ່ສຸຂະພາບກໍຕາມມາເຊັ່ນວ່າ:

 • ໂຣກທາງສາຍຕາ ຫຼື Computer Vision Syndrome: ເກີດຈາກການເບິ່ງໜ້າຈໍເປັນເວລາດົນໆ ທັງໃນຄອມພິວເຕີ ແລະ ໂທລະສັບມືຖື ເຮັດໃຫ້ເກີດອາການຕາແຫ້ງ, ປວດຕາ, ເມື່ອຍຕາ, ສາຍຕາມົວ ພ້ອມຍັງສ່ຽງເປັນໂຣກຕໍ້ຫີນ ແລະ ສາຍຕາສັ້ນ ຍິ່ງໄປກວ່ານັ້ນ, ອາດມີອາການເຈັບຫົວ ເນື່ອງຈາກວ່າລະບົບປະສາດຕາເຊື່ອມຕໍ່ກັບສະໝອງຂອງເຮົານັ້ນເອງ.

 • ຮ່າງກາຍອິດເມື່ອຍສະສົມ: ມີສາເຫດມາຈາກການນອນພັກຜ່ອນບໍ່ພຽງພໍ ລວມທັງການນອນບໍ່ຫຼັບ ເປັນຜົນມາຈາກແສງສີຟ້າຈາກໜ້າຈໍໂທລະສັບທີ່ລົບກວນສະໝອງ ເມື່ອຮ່າງກາຍອ່ອນເພຍລົງໂຣກຕ່າງໆກໍສາມາດເຂົ້າມາແຊກຊ້ອນໄດ້ງ່າຍ.

 • ໂຣກກະເພາະອາຫານ: ຈາກການເບິ່ງຊີຣີ້ຢ່າງເພີນເພີດຈົນລືມກິນເຂົ້າ, ບໍ່ຢາກລຸກຂຶ້ນມາກິນອາຫານ ແລະ ກິນອາຫານບໍ່ກົງເວລາ ພຶດຕິກຳເຫຼົ່ານີ້ຈຶ່ງມີຄວາມສ່ຽງຕໍ່ການເປັນໂຣກກະເພາະ.

 • ໂຣກຕຸ້ຍ: ເນື່ອງຈາກເຮົານັ່ງ ຫຼື ນອນເບິ່ງຊີຣີ້ໂດຍບໍ່ໄດ້ເຄື່ອນໄຫວຮ່າງກາຍເລີຍ ແນ່ນອນວ່າແຄລໍຣີບໍ່ໄດ້ຖືກເຜົາຜານ ຊໍ້າບໍ່ໜຳຍັງນຳອາຫານມາກິນຕາມໃຈປາກເຊັ່ນ: ເຂົ້າໜົມ, ນໍ້າອັດລົມ… ສົ່ງຜົນໃຫ້ນໍ້າໜັກເພີ່ມຂຶ້ນຢ່າງວ່ອງໄວ.

 • ອາການຫງຸດຫງິດງ່າຍ:  ນີ້ແມ່ນຜົນມາຈາກການນອນໜ້ອຍ ຫຼື ບໍ່ໄດ້ນອນເລີຍ ກໍ່ໃຫ້ເກີດອາລົມແປປວນງ່າຍ, ໃຈຮ້າຍ ເຮັດໃຫ້ຄົນອ້ອມຂ້າງບໍ່ຢາກຢູ່ໃກ້.

 • ອາການຂອງ Office Syndrome ດ້ວຍການນັ່ງ ຫຼື ນອນໃນທ່າເກົ່າ ແລະ ບໍ່ເຄື່ອນໄຫວຮ່າງກາຍຈະມີອາການປວດເມື່ອຍໄດ້ງ່າຍຂຶ້ນ.

 • ອາການຊຶມເສົ້າ ຫຼື Post-Series Depression (PSD) ມັກເກີດຂຶ້ນເມື່ອຜູ້ເບິ່ງອິນຕາມຕົວລະຄອນ ຫຼື ເນຶ້ອເລື່ອງຫຼາຍເກີນໄປ ຈົນເກີດມີອາການເສຍໃຈ, ຮ້ອງໄຫ້ ແລະ ໂສກເສົ້າຈົນນຳໄປສູ່ໂຣກຊຶມເສົ້າໄດ້.

ມື້ນີ້, LaoX ຈຶ່ງໄດ້ນຳເອົາ 8 ວິທີການເບິ່ງຊີຣີ້ຢ່າງເໝາະສົມ ເຊິ່ງທຸກຄົນສາມາດປະຕິບັດຕາມໄດ້ຄື:

 1. ຕັ້ງເວລາ ຫຼື ຈໍານວນຕອນທີ່ຈະເບິ່ງ

 2. ຖ້າທົນບໍ່ໄດ້ທີ່ຈະເບິ່ງໃນຕອນຕໍ່ໄປ ໃຫ້ເບິ່ງໃນຕອນກາງຂອງເລື່ອງແທນ ເພື່ອບໍ່ໃຫ້ເກີດຄວາມຄ້າງຄາໃຈ

 3. ຕັ້ງເປົ້າໝາຍໃນຊີວິດໃຫ້ຊັດເຈນ ເຊິ່ງມັນເປັນແຮງຈູງໃຈໃຫ້ໄປເຮັດສິ່ງອື່ນໆ

 4. ຊອກຫາກິດຈະກໍາທີ່ຕົນສົນໃຈ ແລະ ແບ່ງເວລາໄປເຮັດກິດຈະກຳອື່ນໆ

 5. ພັກຜ່ອນສາຍຕາທຸກໆ 30-40 ນາທີ ໂດຍການລຸກຂຶ້ນໄປດື່ມນ້ຳ, ເຂົ້າຫ້ອງນ້ຳ ຫຼື ຫຼັບຕາ 2-3 ນາທີ.

6. ພະຍາຍາມເຄື່ອນໄຫວຮ່າງກາຍ ຢ່ານັ່ງ ຫຼື ນອນຢູ່ທ່າເກົ່າດົນເກີນໄປ

 7. ອອກກຳລັງກາຍໄປພ້ອມ ໄດ້ທັງສຸຂະພາບແຂງແຮງ ແລະ ໄດ້ເບິ່ງຊີຣີ້ເລື່ອງທີ່ມັກນຳອີກ

 8. ຊວນໝູ່ ຫຼື ຄົນຮັກ​ມາເບິ່ງ​ນຳກັນ ເພື່ອ​ເພີ່ມ​ຄວາມ​ສໍາ​ພັນ​ ແລະ ຫຼຸດຜ່ອນເວລາທີ່ໃຊ້ໃນການເບິ່ງໜ້າຈໍເປັນເວລາດົນນານ

ອ້າງອີງ:

https://cutt.ly/Ewa0MEPA

https://cutt.ly/Ewa0MNWU

https://cutt.ly/Qwa01kkv

https://cutt.ly/6wa011OJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/