ເຖິງເວລາຍອມຮັບຄວາມຈິງ ເມື່ອສັດລ້ຽງຕ້ອງເດີນທາງກັບຄືນສູ່ດາວ


ຂຶ້ນຊື່ວ່າສັດລ້ຽງ ບໍ່ວ່າຈະເປັນໝາ, ແມວ ຫຼື ສັດລ້ຽງຊະນິດໃດກໍຕາມ ເມື່ອໄດ້ລ້ຽງແລ້ວກໍເກີດຄວາມຜູກພັນບໍ່ຕ່າງຫຍັງກັບສະມາຊິກໃນຄອບຄົວຜູ້ໜຶ່ງ, ຈາກທີ່ເຄີຍມີຢູ່ ເຄີຍຢອກຫຼິ້ນນຳທຸກມື້ ເຄີຍແລ່ນອອກມາຕ້ອນຮັບເຮົາໃນເວລາກັບຮອດເຮືອນ ພໍຮູ້ວ່າຈະຕ້ອງບໍ່ໄດ້ພົບກັນອີກແລ້ວ ພຽງແຕ່ຄິດໃນໃຈກໍຮູ້ສຶກເຈັບປວດແບບບອກບໍ່ຖືກ. ເວົ້າເຖິງຄວາມສູນເສຍແລ້ວ ການຈາກເປັນ ອາດຍັງພໍມີໂອກາດຄາດຫວັງວ່າ ຖ້າໂຊກດີຄົງຈະໄດ້ກັບມາພົບກັນອີກ ແຕ່ການຈາກຕາຍຄືຕ້ອງພັດພາກຕະຫຼອດໄປ ມັນຈຶ່ງບໍ່ແມ່ນເລື່ອງງ່າຍປານໃດທີ່ຈະຍອມຮັບຄວາມຈິງ. ດັ່ງນັ້ນ, ຖ້າເຖິງເວລາທີ່ສັດລ້ຽງຕ້ອງເດີນທາງກັບຄືນສູ່ດາວ ຜູ້ເປັນເຈົ້າຂອງທີ່ຍັງຢູ່ຕໍ່ ຈະມີວິທີເຝິກຈິດໃຈແນວໃດ ໃຫ້ປ່ອຍວາງ ແລະ ຍອມຮັບຄວາມຈິງ.

  1. ເຂົ້າໃຈກົດເກນການຈາກລາ

ສິ່ງທຳອິດທີ່ເຮົາສາມາດເຮັດໄດ້ ຄືການຍອມຮັບຄວາມຈິງ ແລະ ເຂົ້າໃຈກົດເກນທຳມະຊາດຂອງໂລກ ບໍ່ວ່າຈະເປັນຄົນ, ສັດ, ພືດ ຫຼື ແມ່ນແຕ່ວັດຖຸສິ່ງຂອງ ກໍມີກົດເກນເວລາ ມີວາລະເສື່ອມສະຫຼາຍຂອງມັນເຊັ່ນກັນ. ເມື່ອຍອມຮັບຄວາມຈິງໄດ້ແລ້ວ ທີ່ເຫຼືອກໍພຽງແຕ່ໃຫ້ເວລາໄດ້ຟື້ນຟູຈິດໃຈຂອງຕົນ. ໄລຍະທຳອິດ ອາດຍັງມີຄວາມຮູ້ສຶກໂສກເສົ້າ ເຊິ່ງຕ້ອງໃຊ້ເວລາພໍສົມຄວນ ແຕ່ເມື່ອເວລາຜ່ານໄປ ເຮົາຈະເລີ່ມເຂົ້າໃຈ ແລະ ຍອມຮັບຄວາມຈິງໄດ້ເອງ.

  1. ລະບາຍກັບຄົນທີ່ເຄີຍສູນເສຍສັດລ້ຽງເຊັ່ນກັນ

ຄົງບໍ່ມີໃຜທີ່ຈະເຂົ້າໃຈເຮົາໄດ້ດີໄປກວ່າການໄດ້ໂອ້ລົມກັບຄົນທີ່ສູນເສຍສັດລ້ຽງເຊັ່ນດຽວກັນກັບເຮົາອີກແລ້ວ. ດັ່ງນັ້ນ, ການທີ່ເຮົາມີຄົນອ້ອມຂ້າງທີ່ເຄີຍສູນເສຍສັດລ້ຽງໄປ ລອງຫາເວລາໂອ້ລົມ ຫຼື ລະບາຍຮ່ວມກັນກໍເປັນອີກວິທີໜຶ່ງ ທີ່ຈະຊ່ວຍໃຫ້ເຮົາຫຼຸດຜ່ອນຄວາມໂສກເສົ້າ ແລະ ຍອມຮັບຄວາມຈິງໄດ້ໄວຂຶ້ນ. ທ້າຍທີ່ສຸດແລ້ວ ເຮົາຈະເຂົ້າໃຈເອງວ່າ ບໍ່ມີແຕ່ເຮົາຄົນດຽວທີ່ສູນເສຍສັດລ້ຽງທີ່ຕົນຮັກ ແຕ່ຍັງມີອີກຫຼາຍຄົນໃນໂລກນີ້ ທີ່ຕ່າງກໍເຄີຍສູນເສຍເຊັ່ນກັນ.

  1. ຖ້າບໍ່ມີຄົນໃຫ້ລະບາຍ ລອງຂຽນລົງເຈ້ຍ

ຖ້າຫາກຮູ້ສຶກວ່າການລະບາຍກັບຄົນອື່ນ ຍັງບໍ່ຊ່ວຍໃຫ້ເຮົາໄດ້ຮູ້ສຶກດີຂຶ້ນ ຫຼື ອາດຍັງບໍ່ມີຄົນທີ່ເຂົ້າໃຈຄວາມຮູ້ສຶກຂອງຄົນທີ່ຮັກສັດຄືກັນກັບເຮົາ ກໍໃຫ້ລອງປ່ຽນມາລະບາຍກັບຕົນເອງກໍດີຄືກັນ. ຮູ້ຫຼືບໍ່ວ່າ ການໄດ້ລະບາຍຄວາມຮູ້ສຶກທີ່ຕົນເອງກຳລັງໂສກເສົ້າຢູ່ ດ້ວຍວິທີການຂຽນມັນລົງໃສ່ເຈ້ຍ ຈະຊ່ວຍໃຫ້ເຮົາຮູ້ສຶກດີຂຶ້ນ ປຽບເໝືອນກັບເຮົາໄດ້ລົມກັບຕົນເອງໃນອີກມິຕິໜຶ່ງ.

  1. ຢ່າກ່າວໂທດຕົນເອງອີກເລີຍ

ຄົງບໍ່ມີເຈົ້າຂອງຄົນໃດ ທີ່ຢາກເປັນຕົ້ນເຫດເຮັດໃຫ້ສັດລ້ຽງຕ້ອງຕາຍຈາກໄປ. ແຕ່ບາງຄັງ ກໍເກີດເຫດການບໍ່ຄາດຄິດຂຶ້ນກັບສັດລ້ຽງຂອງຕົນເອງ ເຊັ່ນ: ເຮົາພາໝາອອກໄປຫຼິ້ນນອກບ້ານ ແຕ່ບັງເອີນໝາຖືກລົດຕຳຈົນເຖິງແກ່ຊີວິດ ເປັນຕົ້ນ. ຍ້ອນແນວນັ້ນ ບາງຄົນຈຶ່ງເອົາແຕ່ກ່າວໂທດວ່າເປັນຄວາມຜິດຂອງຕົນເອງທີ່ເບິ່ງແຍງບໍ່ດີ, ປ່ອຍປະລະເລີຍ,​ ບໍ່ມີເວລາໃສ່ໃຈ ຈຶ່ງເກີດເຫດຂຶ້ນກັບສັດລ້ຽງທີ່ຕົນຮັກ. ດັ່ງນັ້ນ, ເມື່ອເລື່ອງມັນເກີດຂຶ້ນແລ້ວ ແລະ ເຮົາເອງກໍບໍ່ໄດ້ເຈຕະນາທີ່ຈະໃຫ້ມັນເປັນເຊັ່ນນັ້ນ ກໍພະຍາຍາມຢ່າກ່າວໂທດຕົນເອງອີກຕໍ່ໄປເລີຍ ເພາະນອກຈາກຈະເຮັດໃຫ້ຮູ້ສຶກຈົມຢູ່ກັບຄວາມຜິດແລ້ວ ຍັງບໍ່ສາມາດກ້າວຂ້າມຄວາມໂສກເສົ້າອີກດ້ວຍ.

  1. ຢ່າຟ້າວຮັບເອົາສັດລ້ຽງໂຕໃໝ່ມາທົດແທນ

ມີຫຼາຍຄົນທີ່ເມື່ອສູນເສຍສັດລ້ຽງໄປ ຈຶ່ງເກີດມີຄວາມຮູ້ສຶກໂສກເສົ້າວ່າງເປົ່າ ຫຼື ອາດຮູ້ສຶກຜິດກັບສັດລ້ຽງໂຕເກົ່າທີ່ຕາຍຈາກໄປ ຈຶ່ງຢາກຮີບຮ້ອນຊອກຫາສັດລ້ຽງໂຕໃໝ່ມາທົດແທນ ເພື່ອຄາດຫວັງວ່າມັນຈະເຂົ້າມາຊ່ວຍເຕີມເຕັມໃຫ້ຄວາມຮູ້ສຶກທີ່ຂາດຫາຍໄດ້ເບົາບາງລົງ. ແຕ່ຄວາມຈິງແລ້ວ ສັດລ້ຽງທຸກໂຕລ້ວນມີນິດໄສບໍ່ຄືກັນ ເມື່ອພົບວ່າໂຕທີ່ເອົາມາທົດແທນ ບໍ່ໄດ້ເປັນຄືໂຕທີ່ຕາຍຈາກໄປ ຍິ່ງຈະເປັນການເພີ່ມຄວາມຮູ້ສຶກປຽບທຽບ ແລະ ຄິດຮອດແຕ່ສັດລ້ຽງໂຕເກົ່າ ຈົນປ່ອຍປະລະເລີຍທີ່ຈະໃສ່ໃຈສັດລ້ຽງທີ່ເອົາມາໃໝ່.

  1. ໃຫ້ຄວາມຊ່ວຍເຫຼືອສັດລ້ຽງໂຕອື່ນ

ລອງຊອກຫາຂໍ້ມູນກ່ຽວກັບມູນນິທິຊ່ວຍເຫຼືອສັດບໍ່ມີບ້ານ, ຍັງມີນ້ອງໆອີກຫຼາຍຊີວິດ ທີ່ຕ້ອງການຊອກຫາເຮືອນຫຼັງສຸດທ້າຍອັນແສນອົບອຸ່ນໄວ້ເປັນບ່ອນພັກພິງອາໄສ. ດັ່ງນັ້ນ, ໃນໄລຍະທີ່ເຮົາເອງກຳລັງຟື້ນຟູຈິດໃຈຈາກການສູນເສຍ ເຮົາອາດລອງແວະໄປຫຼິ້ນນຳນ້ອງໆເຫຼົ່ານີ້ ຫຼື ນໍາອາຫານສັດ ໄປໄວ້ໃຫ້ພວກເຂົາໄດ້ກິນ, ນຳເຄື່ອງຫຼິ້ນເກົ່າສະພາບຍັງດີ ທີ່ເປັນຂອງສັດລ້ຽງທີ່ຈາກໄປແລ້ວ ໄປມອບໃຫ້ນ້ອງໆບ້ານມູນນິທິໄວ້ຫຼິ້ນ ກໍເປັນການດີບໍ່ໜ້ອຍ. ເມື່ອເຖິງເວລາທີ່ເຮົາກັບມາມີຄວາມພ້ອມ ທີ່ຈະຮັບລ້ຽງສັດອີກຄັ້ງ ການເລືອກນ້ອງໆບໍ່ມີບ້ານເຫຼົ່ານີ້ມາລ້ຽງ ກໍອາດເປັນທາງເລືອກທີ່ດີເຊັ່ນກັນ.

 ຄວາມສູນເສຍ ເປັນເລື່ອງປົກກະຕິ ທີ່ເກີດຂຶ້ນໄດ້ທັງຄົນ ແລະ ສັດ, ຕໍ່ໃຫ້ເຮົາຈະມີຄວາມຜູກພັນຫຼາຍປານໃດກໍຕາມ ແຕ່ທ້າຍສຸດແລ້ວ ເຮົາທຸກຄົນກໍລ້ວນແລ້ວແຕ່ຕ້ອງພົບກັບການສູນເສຍ ບໍ່ທາງໃດກໍທາງໜຶ່ງຢ່າງຫຼີກເວັ້ນບໍ່ໄດ້. ດັ່ງນັ້ນ, ເມື່ອຕອນທີ່ເຮົາຍັງມີສັດລ້ຽງຢູ່ນຳ ແລະ ມີໂອກາດໄດ້ເບິ່ງແຍງເຂົາ ກໍຢ່າລືມໃຫ້ເວລາ, ໃສ່ໃຈເບິ່ງແຍງເຂົາໃຫ້ດີທີ່ສຸດ ເມື່ອເຖິງເວລາທີ່ພວກເຂົາເຫຼົ່ານີ້ ຕ້ອງເດີນທາງກັບຄືນສູ່ດວງດາວ ເຮົາຈຶ່ງຈະສາມາດຟື້ນຟູຈິດໃຈຕົນເອງໄດ້ໄວຂຶ້ນ ເພາະເຮົາເຊື່ອວ່າເວລາທີ່ມີຮ່ວມກັນຜ່ານມາ ເຮົາໄດ້ເຮັດໜ້າທີ່ເບິ່ງແຍງໃສ່ໃຈພວກເຂົາຢ່າງເຕັມທີ່ແລ້ວ ນັ້ນເອງ. 

ແຫຼ່ງຂໍ້ມູນອ້າງອີງ:

https://shorturl.at/ikBLU

https://shorturl.at/dhFOT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/