ປົກເວັບ 2026 08 05T095329 775

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນດ່ວນໃຫ້ປະຊາຊົນໃນ 8 ແຂວງທົ່ວປະເທດ ເຝົ້າລະວັງໄພນໍ້າຖ້ວມຊູ ແລະ ດິນເຈື່ອນຂັ້ນຮ້າຍແຮງ ຈາກອິດທິພົນຮ່ອງຝົນທີ່ພາດຜ່ານ. ສະພາບດັ່ງກ່າວອາດສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຢ່າງໜັກໜ່ວງ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນກຽມພ້ອມຮັບມືຕະຫຼອດ 24 ຊົ່ວໂມງ.

ອີງຕາມແຈ້ງການສະບັບເລກທີ 0694/ກອຕ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ລົງວັນທີ 4 ສິງຫາ 2026 ໄດ້ລະບຸແຈ້ງເຖິງເຂດທີ່ມີຄວາມສ່ຽງສູງສຸດ ຫຼື ລະດັບສີແດງ ທີ່ຕ້ອງກຽມອົບພະຍົບ ແລະ ຮັບມືໄພພິບັດຮີບດ່ວນ ເຊິ່ງກວມເອົາຫຼາຍເມືອງໃນແຂວງຜົ້ງສາລີ ເຊັ່ນ: ເມືອງສຳພັນ, ບຸນໃຕ້, ບຸນເໜືອ, ຍອດອູ ແລະ ເມືອງໃໝ່. 

ພ້ອມດຽວກັນນັ້ນ, ແຂວງຄຳມ່ວນ ໃນເຂດເມືອງບົວລະພາ, ຫີນບູນ, ມະຫາໄຊ, ນາກາຍ ແລະ ຍົມມະລາດ ລວມເຖິງແຂວງອັດຕະປື ຢູ່ເຂດເມືອງສະໜາມໄຊ ແລະ ຊານໄຊ ກໍລ້ວນແຕ່ຖືກຈັດຢູ່ໃນກຸ່ມສ່ຽງສູງສຸດເຊັ່ນກັນ. 

ສຳລັບເຂດເຝົ້າລະວັງຄວາມສ່ຽງປານກາງ ຫຼື ລະດັບສີເຫຼືອງ ທີ່ຍັງປະໝາດບໍ່ໄດ້ນັ້ນ ແມ່ນກວມເອົາແຂວງຊຽງຂວາງ (ເມືອງຄຳ, ພູກູດ, ແປກ), ແຂວງໄຊສົມບູນ (ເມືອງທ່າໂທມ, ອານຸວົງ, ລ້ອງຊານ), ແຂວງບໍລິຄຳໄຊ (ເມືອງປາກກະດິງ, ຄຳເກີດ, ບໍລິຄັນ), ແຂວງສະຫວັນນະເຂດ (ເມືອງທ່າປາງທອງ, ເຊໂປນ, ພີນ, ວິລະບູລີ, ນອງ) ແລະ ແຂວງຈຳປາສັກ ຢູ່ເມືອງບາຈຽງຈະເລີນສຸກ. 

ທາງການໄດ້ເນັ້ນໜັກໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນທຸກພື້ນທີ່ດັ່ງກ່າວ ຍົກລະດັບຄວາມລະມັດລະວັງສູງສຸດ ພ້ອມທັງຕິດຕາມສະຖານະການນໍ້າປ່າໄຫຼຊູ ແລະ ດິນເຈື່ອນຢ່າງໃກ້ຊິດ.

ສຳລັບການອັບເດດສະພາບພະຍາກອນອາກາດປະຈຳວັນທີ 5 ສິງຫາ 2026 ໃນຊ່ວງເວລາ 07:00 ຫາ 12:00 ໂມງ, ສາເຫດຫຼັກທີ່ເຮັດໃຫ້ເກີດສະພາບອາກາດຮ້າຍແຮງແມ່ນມາຈາກຮ່ອງຄວາມກົດດັນອາກາດຕໍ່າ ທີ່ຍັງຄົງພາດຜ່ານພາກເໜືອຂອງລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້. 

ປັດໄຈເຫຼົ່ານີ້ຈະສົ່ງຜົນໃຫ້ເກີດຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວທຸກພາກ ແລະ ອາດມີລົມກັນໂຊກແຮງໃນບາງພື້ນທີ່. 

ໂດຍສະເພາະແຂວງຜົ້ງສາລີ ແລະ ຫົວພັນ ຈະປະເຊີນກັບຝົນຕົກກວມເອົາ 35% ຫາ 60% ຂອງພື້ນທີ່ ພ້ອມອຸນຫະພູມເຢັນສະບາຍລະຫວ່າງ 18 ຫາ 26 ອົງສາ. ຂະນະທີ່ແຂວງຊຽງຂວາງ ແລະ ອຸດົມໄຊ ຈະມີຝົນຕົກຟ້າຮ້ອງກວມເອົາ 50% ຂອງເນື້ອທີ່ ໂດຍມີອຸນຫະພູມແຕກຕ່າງກັນໄປແຕ່ 22 ຫາ 29 ອົງສາ. 

ໃນເຂດແຂວງບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ກໍຈະມີຝົນຕົກຄ່ອຍກວມເອົາເຄິ່ງໜຶ່ງຂອງພື້ນທີ່ (50%) ພ້ອມອຸນຫະພູມສູງສຸດແຕະ 30 ອົງສາ. 

ປິດທ້າຍທີ່ນະຄອນຫຼວງວຽງຈັນ ຊາວເມືອງຍັງຕ້ອງກຽມພ້ອມຮັບມືກັບຝົນ ໂດຍຄາດວ່າມີໂອກາດເກີດຝົນຕົກ 30% ຫາ 50% ເຊິ່ງເມືອງສັງທອງ ແລະ ສີສັດຕະນາກ ມີໂອກາດຕົກໜ້ອຍກວ່າໝູ່ (30%) ແຕ່ເມືອງຫາດຊາຍຟອງ, ປາກງື່ມ ແລະ ເມືອງອື່ນໆ ຍັງມີຄວາມສ່ຽງຝົນຕົກຫຼາຍກວ່າໝູ່ຮອດ 40% ຫາ 50% ທ່າມກາງອຸນຫະພູມສະເລ່ຍ 25 ຫາ 30 ອົງສາ.

#LaoX #ແຈ້ງເຕືອນນໍ້າຖ້ວມ #ພະຍາກອນອາກາດ #ກົມອຸຕຸນິຍົມແລະອຸທົກກະສາດ #ເຕືອນໄພພິບັດ #ລາວ #August2026

Comments are disabled