ປົກເວັບ 50

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນດ່ວນເຖິງປະຊາຊົນທົ່ວປະເທດ ໃຫ້ກຽມຮັບມືກັບປະກົດການ ແອລນີໂຢ (El Nino) ປະຈຳປີ 2026 ທີ່ຈະສົ່ງຜົນໃຫ້ລະດູຝົນມາຊ້າ, ອາກາດຮ້ອນຈັດແຕະ 38 ອົງສາ ແລະ ສ່ຽງເກີດໄພແຫ້ງແລ້ງເປັນວົງກວ້າງໃນທ້າຍປີ ເຊິ່ງຈະກະທົບໜັກຕໍ່ພາກກະສິກຳ ແລະ ການດຳລົງຊີວິດ.

ຕາມການລາຍງານແຈ້ງເຕືອນຫຼ້າສຸດໃນວັນທີ 11 ພຶດສະພາ 2026, ສປປ ລາວ ພວມປະເຊີນກັບອິດທິພົນຂອງປະກົດການ ແອລນີໂຢ ເຊິ່ງຈະເຮັດໃຫ້ລະດູຝົນປີນີ້ມາຊ້າກວ່າປົກກະຕິ. 

ໃນໄລຍະເດືອນພຶດສະພາ ຫາ ເດືອນມິຖຸນາ ສະພາບອາກາດຈະຮ້ອນອົບເອົ້າເຖິງຮ້ອນຈັດ ໂດຍອຸນຫະພູມອາດພຸ່ງສູງເຖິງ 35-38 ອົງສາ ພ້ອມທັງມີຝົນຕົກໜ້ອຍໃນທົ່ວທຸກພາກ. ເຖິງຢ່າງໃດກໍຕາມ, ໃນຊ່ວງກາງປີແຕ່ເດືອນກໍລະກົດ ຫາ ກັນຍາ ຈະມີຝົນຕົກເພີ່ມຂຶ້ນ ເຊິ່ງປະຊາຊົນຈຳເປັນຕ້ອງໄດ້ເຝົ້າລະວັງຄວາມສ່ຽງຈາກນໍ້າຖ້ວມຊຸ ແລະ ດິນເຈື່ອນໃນບາງພື້ນທີ່ຂອງພາກເໜືອ, ພາກກາງ ແລະ ພາກໃຕ້.

ສິ່ງທີ່ໜ້າເປັນຫ່ວງທີ່ສຸດແມ່ນໄລຍະທ້າຍປີ ຕັ້ງແຕ່ເດືອນຕຸລາ ຫາ ທັນວາ 2026 ເຊິ່ງປະກົດການແອລນີໂຢຈະທະວີຄວາມຮຸນແຮງຂຶ້ນໃນລະດັບປານກາງຫາແຮງ ສົ່ງຜົນໃຫ້ປະລິມານນໍ້າຝົນຫຼຸດລົງຢ່າງຈະແຈ້ງ. 

ຫາກສະພາບການນີ້ຍັງຄົງແກ່ຍາວໄປຮອດຕົ້ນປີ 2027 ກໍອາດຈະສ້າງວິກິດໄພແຫ້ງແລ້ງຢ່າງຮ້າຍແຮງໃນທົ່ວທຸກພາກຂອງປະເທດ. ຕໍ່ກັບສະພາບການດັ່ງກ່າວ, ທາງການຈຶ່ງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ຮີບຮ້ອນວາງແຜນການຄຸ້ມຄອງ ແລະ ກຽມສຳຮອງນໍ້າໄວ້ໃຊ້ຢ່າງປະຢັດທີ່ສຸດ ເພື່ອປ້ອງກັນຜົນກະທົບອັນໜັກໜ່ວງທີ່ຈະຕາມມາ ໂດຍສະເພາະແມ່ນຕໍ່ຂະແໜງການປູກຝັງ, ລ້ຽງສັດ, ອຸດສາຫະກຳ ແລະ ການດຳລົງຊີວິດປະຈຳວັນ, ພ້ອມທັງແນະນຳໃຫ້ປະຊາຊົນຕິດຕາມຂ່າວສານພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງໃກ້ຊິດ ແລະ ຕໍ່ເນື່ອງ.

#LaoX #ElNino2026 #ແຈ້ງເຕືອນສະພາບອາກາດ #ກົມອຸຕຸນິຍົມແລະອຸທົກກະສາດ #ໄພແຫ້ງແລ້ງ #ຂ່າວລາວ #ແອລນີໂຢ

Comments are disabled