ເດືອນກຸມພາ ອາກາດຮ້ອນທຳລາຍສະຖິຕິ ອຸນຫະພູມໂລກສູງຢ່າງຕໍ່ເນື່ອງ!


ໃຜຮູ້ສຶກວ່າຕອນນີ້ມັນຮ້ອນເກີນໄປບໍ່? ນັກວິທະຍາສາດໄດ້ອອກມາເຕືອນວ່າເດືອນກຸມພາ ຈະທຳລາຍສະຖິຕິຄວາມຮ້ອນແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເກີດເປັນມື້ລະດູໜາວທີ່ອຸນຫະພູມສູງຜິດປົກກະຕິ ຜົນມາຈາກພາວະໂລກຮ້ອນທີ່ໄວຂຶ້ນ ແລະ ປາກົດການເອວນີໂຢ.

ມະນຸດກຳລັງຢູ່ໃນໄລຍະທີ່ສຳຜັດກັບເດືອນກຸມພາ ທີ່ຮ້ອນສຸດເທົ່າທີ່ເຄີຍບັນທຶກມາໃນປະຫວັດສາດ ການທີ່ອຸນຫະພູມສູງຂຶ້ນຫຼາຍ ເປັນຫຼັກຖານເຖິງການເລັ່ງຕົວຂຶ້ນຂອງອຸນຫະພູມໃນໄລຍະບໍ່ຈັກປີທີ່ຜ່ານມາ ສະຖານີກວດສະພາບອາກາດໃນໂມຣັອກໂຄ 12 ແຫ່ງໄດ້ເຜີຍໃຫ້ເຫັນຕົວເລກທີ່ສູງກວ່າ 33,9 ອົງສາ.

ນັກວິທະຍາສາດກ່າວວ່າຄວາມຮ້ອນໃນ 140 ປະເທດ ທຳລາຍສະຖິຕິປະຈຳເດືອນ ແລະ ຄາດການວ່າອຸນຫະພຸມຈະສູງຂຶ້ນຢ່າງຕໍ່ເນື່ອງ ໃນເວລາດຽວກັນ ທາງນັກອຸຕຸນິຍົມວິທະຍາກໍກຳລັງພະຍາຍາມລະບຸສາເຫດທີ່ຊັດເຈນໃຫ້ໄດ້ ແຕ່ພວກເຂົາເຕືອນວ່າທາງທີ່ດີທີ່ສຸດຄື “ເຮັດເທົ່າທີ່ເຮັດໄດ້ໃນຕອນນີ້ໃຫ້ດີທີ່ສຸດ” ສ່ວນສະພາບອາກາດໃນລາວເດືອນກຸມພາ ສະພາບອາກດຈະຢູ່ປະມານທີ່ 36 ອົງສາ – 37 ອົງສາ ແລະ ອາດຈະໄປຮອດ 40 ອົງ ນັບວ່າເປັນສະພາບອາກາດທີ່ຮ້ອນຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/