ການສ້າງຕັ້ງສະມາຄົມ ທ່ອງທ່ຽວລາວ-ຈີນ ຈະຊຸກຍູ້ ແລະ ດຶງດູດນັກທ່ອງທ່ຽວຈີນ ໃຫ້ເຂົ້າມາລາວຫຼາຍຂຶ້ນ


ສປປ ລາວ ສ້າງຕັ້ງ ສະມາຄົມສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາ ລາວ – ຈີນ  ເພື່ອດຶງດູດນັກທ່ອງທ່ຽວຈີນ ທີ່ເປັນທ່າແຮງໃນສຳຄັນໃນການຊຸກຍູ້ ການທ່ອງທ່ຽວ ແລະ ເສດຖະກິດຂອງ ສປປ ລາວ.

ກອງປະຊຸມ ສ້າງຕັ້ງສະມາຄົມສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາ ລາວ – ຈີນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ກຸມພາ ນີ້ ທີ່ ໂຮງແຮມ ເລີ ທາດຫຼວງ ດໍ ບູຕິກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງຈາກກະຊວງ ຖວທ ແລະ ກະຊວງພາຍໃນ ເຂົ້າຮ່ວມ.

ທ່ານ ສາລີ ພິມພິນິດ ປະທານສະມາຄົມສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາ ລາວ – ຈີນດັ່ງ ກ່າວວ່າ: ສະມາຄົມສົ່ງເສີມການທ່ອງທ່ຽວດ້ານວັດທະນະທໍາລາວ-ຈີນ ຈະກາຍເປັນເຄື່ອງມື ແລະ ກົນໄກສໍາລັບການພົວພັນ ແລະ ສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ, ໂດຍສະເພາະໃນວຽກງານການໂຄສະນາດຶງດູດນັກທ່ອງທ່ຽວຈີນມາຍັງ ສປປ ລາວ.

ສະມາຄົມດັ່ງກ່າວ ຖືກສ້າງຕັ້ງຂຶ້ນມາຈາກ ທ່າແຮງ ເງື່ອນໄຂ ແລະ ຄວາມມຸ່ງຫວັງຂອງທັງ ສອງຊາດ ທີ່ຕ້ອງການຊຸກຍູ້ການຮ່ວມມືຮອບດ້ານ ໂດຍສະເພາະ ການທ່ອງທ່ຽວ ທີ່ລັດຖະບານຍົກໃຫ້ເປັນວຽກງານບຸລິມະສິດໜຶ່ງທີ່ສໍາຄັນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ໃນໄລຍະຜ່ານມາ ລັດຖະບານໄດ້ລົງທຶນມະຫາສານ ເພື່ອກໍ່ສ້າງພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກ ແລະ ເຝິກອົບຮົມບຸກຄາລະກອນ, ພ້ອມທັງການຮ່ວມມືກັບສາກົນ ໃນຫຼາຍຂອບການຮ່ວມມື ທັງເວທີພາກພື້ນ ແລະ ເວທີສາກົນ ເພື່ອສົ່ງເສີມການທ່ອງທ່ຽວລາວ ອອກສູ່ສາກົນ.

ສະເພາະດຶງດູດນັກທ່ອງທ່ຽວຈີນ ແມ່ນມີທ່າແຮງ ແລະ ກາລະໂອກາດ ທີ່ເອື້ອອໍານວຍທີ່ສຸດ ເພາະວ່າ ສປປ ລາວ ແລະ ສປ ຈີນ ມີຊາຍແດນ, ມີແມ່ນໍ້າ ແລະ ສາຍພູຕິດຈອດກັນ, ໂດຍສະເພາະຢ່າງຍິ່ງແມ່ນການເຊື່ອມຈອດກັນດ້ວຍເສັ້ນທາງລົດໄຟຄວາມໄວສູງທີ່ໄດ້ເປີດບໍລິການການໄປມາຫາສູ່ ແລະ ການທ່ອງທ່ຽວລະຫວ່າງສອງປະເທດໄດ້ສອງປີກວ່າຜ່ານມາ.

ຄາດວ່າຈໍານວນນັກທ່ອງທ່ຽວຈີນທີ່ຕັດສິນໃຈເດີນທາງມາທ່ຽວລາວຈະເພີ່ມຂຶ້ນ ດ້ວຍຈັງຫວະແບບກະໂດດຂັ້ນ ເຊິ່ງຈະເປັນການປະກອບສ່ວນສ້າງລາຍຮັບຂອງການທ່ອງທ່ຽວ ລາວເປັນຢ່າງດີ.

ນອກຈາກນີ້ ສະມາຄົມດັ້ງກ່າວ ຍັງຈະເຮັດໜ້າທີ່ ຄຸ້ມຄອງ – ຊີ້ນໍາຂອງພາກລັດ ຕໍ່ບັນດາຫົວໜ່ວຍທຸລະກິດທີ່ບໍລິການນັກທ່ອງທ່ຽວຈີນ ໂດຍຜ່ານສະມາຄົມ ຈະມີຄວາມສະດວກ, ວ່ອງໄວ; ເຮັດໃຫ້ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດຖືກຕ້ອງຕາມລະບຽບກົດໝາຍ, ສະກັດກັ້ນການບໍລິການນອກລະບົບ, ຕີຖອຍປາກົດການຫຍໍ້ທໍ້ຕ່າງໆ; ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນລະດັບຜູ້ຈັດການໃນການບໍລິຫານ – ບໍລິການການທ່ອງທ່ຽວໃຫ້ເປັນມືອາຊີບ ໂດຍຜ່ານເວທີສໍາມະນາ, ເຝິກອົບຮົມ ແລະ ທັດສະນະສຶກສາຢູ່ ສປ ຈີນ

ຕະຫຼາດນັກທ່ອງທ່ຽວຈີນເປັນຕະຫຼາດໃຫຍ່ ແລະ ຂະຫຍາຍຕົວຢ່າງວ່ອງໄວ, ໃນປີ 2010 ມີຈໍານວນ 57,4 ລ້ານເທື່ອຄົນ, ມາໃນປີ 2019 ໄດ້ເພີ່ມຂຶ້ນເຖິງ 169 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 3 ເທົ່າ (300%) ທຽບໃສ່ປີ 2010.

ນັກທ່ອງທ່ຽວຈີນ ຍັງເປັນຕະຫຼາດນັກທ່ອງທ່ຽວ ທີ່ມີລາຍຈ່າຍສູງເປັນອັນດັບໜຶ່ງຂອງໂລກ ຄືໃນປີ 2019 ມີລາຍຈ່າຍເຖິງ 255 ຕື້ໂດລາ ນັກທ່ອງທ່ຽວຈີນ ແມ່ນກຸ່ມຕະຫຼາດນັກທ່ອງທ່ຽວສາກົນທີ່ສໍາຄັນຕໍ່ການທ່ອງທ່ຽວຂອງ ສປປ ລາວ ກໍຄືການທ່ອງທ່ອງຂອງຂົງເຂດອາຊີ-ປາຊີຟິກ ແລະ ພາກພື້ນອື່ນໆ.

https://www.facebook.com/photo/?fbid=931217592025031&set=a.563325788814215

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/