4 ທະນາຄານໃຫຍ່ ຈີນ ກຽມອອກເງິນກູ້ 8 ຕື້ໂດລາ ເພື່ອອຸ້ມໂຄງການ ອະສັງຫາລິມະຊັບ ໃນປະເທດທີ່ກຳລັງມີບັນຫາ


ທະນາຄານລັດ ລະດັບແຖວໜ້າ 4 ແຫ່ງ ຂອງ ສປ ຈີນ ພິຈາລະນາ ອອກວົງເງິນກູ້ ຢ່າງໜ້ອຍ 8 ຕື້ໂດລາສະຫະລັດ ເພື່ອຈັດສັນ ໃຫ້ກັບ ໂຄງການ ອະສັງຫາລິມະຊັບ ທີ່ມີສິດ ໄດ້ຮັບການຊ່ວຍເຫຼືອ ຫຼັງຈາກ ລັດຖະບານຈີນ ຮຽກຮ້ອງໃຫ້ເພິີ່ມວົງເງິນກູ້ ເພື່ອສະໜັບສະໜູນຕະຫຼາດທີ່ຢູ່ອາໄສ ເຊິ່ງພວມປະເຊີນກັບວິກິດການໃນຂະນະນີ້.

ທະ​ນາ​ຄານ​ ກະ​ສິ​ກໍາ ແຫ່ງປະເທດ​ຈີນ ​(Agricultural Bank of China) ໄດ້​ອະ​ນຸ​ມັດ​ເງິນ​ກູ້​ ຫຼາຍກວ່າ 40 ຕື້​ຢວນ ​ສຳ​ລັບ​ໂຄງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ ໃນບັນຊີ White list ເຊິ່ງ​ມີຊື່ຂອງ Country Garden Holdings ແລະ Sunac China Ho Holdings ລວມຢູ່ນຳ.

ຂະນະທີ່ ທະນາຄານ China Construction Bank Corp ຈັດສັນ ວົງເງິນ 3 ຕື້ຢວນ ໃຫ້ກັບໂຄງການ ອະສັງຫາລິມະຊັບ 5ໂຄງການ ໂດຍມີເງິນກູ້ ທີ່ໄດ້ຮັບ ຫຼາຍກວ່າ 20 ຕື້ຢວນ ແລະ ຍັງມີອີກຫຼາຍທະນາຄານ ທີ່ກຽມໃຫ້ການຊ່ວຍເຫຼືອ ດ້ານການເງິນ ສຳລັບບາງໂຄງການທີ່ກ່ຽວຂ້ອງກັບອະສັງຫາລິມະຊັບຕື່ມອີກ.

https://www.bnnbloomberg.ca/china-state-banks-earmark-over-8-billion-for-property-projects-1.2036374

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/