ຕັ້ງແຕ່ອະດີດ ເຖິງປັດຈຸບັນ ເຮົາມັກຈະເຫັນຕຳຫຼວດຫຼືທະຫານນຳໃຊ້ສັດຕ່າງໆ ເພື່ອປະຕິບັດວຽກງານແທນ ເພາະພວກມັນມີຄວາມສາມາດບາງຢ່າງທີ່ມະນຸດເຮົາບໍ່ມີເຊັ່ນ: ການໃຊ້ໝາດົມຫາຢາບ້າ ຫຼື ເກັບກູ້ລະເບີດ, ການໃຊ້ນົກເປັນກ້ອງສອດແນມ …
ແຕ່ຮູ້ຫຼືບໍ່ວ່າໃນປະເທດຈີນເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ໄດ້ນິຍົມນຳໃຊ້ສັດຊະນິດໜຶ່ງເຂົ້າມາປະຕິບັດໜ້າທີ່ຊ່ວຍເຫຼືອໃນການກວດສອບຕາມຊາຍແດນ ເພື່ອປ້ອງກັນຄົນລັກເຂົ້າປະເທດແບບຜິດກົດໝາຍ ແລະ ສັດຊະນິດນັ້ນກໍຄື “ຫ່ານ” ນັ້ນເອງ.

ເນື່ອງຈາກວ່າຕັ້ງແຕ່ໃນໄລຍະເຄິ່ງປີທີ່ຜ່ານມາ ພາຍໃຕ້ມາດຕະການປ້ອງກັນແລະສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ທີ່ຊາຍແດນເຂດ Longzhou ທີ່ຢູ່ລະຫວ່າງແນວຊາຍແດນຂອງຈີນແລະຫວຽດນາມ ມັກຈະມີຄົນລັກເຂົ້າມາປະເທດແບບຜິດກົດໝາຍ.
ດັ່ງນັ້ນເຈົ້າໜ້າທີ່ຫຼາຍກຸ່ມ ຈຶ່ງໄດ້ມີການນຳຫ່ານມາໃຊ້ວຽກ ເພື່ອປ້ອງກັນການລັກລອບເຂົ້າປະເທດແບບຜິດກົດໝາຍແລະ ມີການລະບຸວ່າມັນເຮັດວຽກໄດ້ດີກວ່າໝາອີກ.
ອ້າງອີງຈາກລາຍງານຂອງຕຳຫຼວດ ເບິ່ງຄືວ່າຫ່ານນັ້ນຈະມີປະຕິກິລິຍາຕໍ່ຄົນແປກໜ້າ ແລະ ສົ່ງສຽງດັງກວ່າໝາ ເຊິ່ງມັນເໝາະກັບການໃຊ້ເຝົ້າຍາມໃນພື້ນທີ່ຂອງມົນທົນ Longzhou ທີ່ອ້ອມຮອບດ້ວຍພູສູງແລະປ່າທີ່ຕຶບໜາ.

ຜ່ານມາ ມັນມີຜົນງານໜ້າປະທັບໃຈໃນການຈັບຄົນລັກລອບເຂົ້າປະເທດມາແລ້ວຫຼາຍຕໍ່ຫຼາຍຄົນ ພ້ອມນັ້ນຍັງມີຜົນງານຊ່ວຍຈັບ ການລັກລອບຂົນສົ່ງສິນຄ້າ ແລະ ການຄ້າສັດປ່າຕ່າງໆ ອີກດ້ວຍ.
Li Fei ເຈົ້າໜ້າທີ່ຊາຍແດນໃນ Naguan ກ່າວວ່າ “ຫ່ານນັ້ນໄວຕໍ່ສຽງຫຼາຍ” ແລະ “ມັນຈະຮ້ອງສຽງດັງ ເມື່ອມີສິ່ງລົບກວນເຖິງວ່າຈະເປັນສິ່ງເລັກໜ້ອຍ ແລະ ຈະຍິ່ງຮ້ອງດັງຂຶ້ນໄປອີກເມື່ອເຫັນຄົນແປກໜ້າ”.

ໃນປັດຈຸບັນ ຈີນມີການນຳຫ່ານກວ່າ 500 ໂຕ ມາປະຈຳການຕາມຈຸດກວດປ້ອງກັນແລະຄວບຄຸມໂຣກລະບາດຕາມເຂດຊາຍແດນແລ້ວ ເຊິ່ງມັນມີຈຳນວນຫຼາຍກວ່າໝາທີ່ມີຈຳນວນປະມານ 400 ໂຕທີ່ມາປະຈຳການເຊັ່ນກັນ.
ເອີ້ນໄດ້ວ່າເປັນໄອເດຍທີ່ດີເລີຍໃນການນຳຫ່ານມາປະຈຳການຕາມເຂດຊາຍແດນ ຖ້າທຽບກັບເຮົາພວກເຈົ້າຄິດວ່າຈະນຳໃຊ້ສັດຊະນິດໃດຈຶ່ງຈະເໝາະສົມ?
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/