“ເຈົ້າຄົງບໍ່ແນມ” ເພງໃໝ່ຂອງທີມລູກເຂີຍໃສ່ມອງ ທີ່ຄົນຟັງກຳລັງນິຍົມ ຍອດວິວສູງຂຶ້ນຢ່າງໄວວາ


ໄວໜຸ່ມລາວເຮົາ ມີຫຼາຍກຸ່ມ ແລະ ຫຼາຍຄົນ ທີ່ເຮັດໃນສິ່ງທີ່ຕົນເອງມັກ, ຮັກ ມາປະກອບເປັນລາຍໄດ້ ຫຼື ອາຊີບໃຫ້ແກ່ຕົນເອງ ຈົນປະສົບຜົນສຳເລັດ ແລະ ຍັງເຮັດໃຫ້ມີຄົນຍ້ອງຍໍ ພ້ອມກັບມີຄົນຮູ້ຈັກຫຼາຍຂຶ້ນນັບມື້. ອາຊີບນັກຮ້ອງ ກໍເປັນອີກອາຊີບໜຶ່ງ ທີ່ຫຼາຍຄົນມັກ ແລະ ຢາກຈະເປັນໃຫ້ໄດ້ ເພາະຄວາມມັກໃນວົງການເພງ.

ທີມລູກເຂີຍໃສ່ມອງ ທີ່ຄົນລາວສ່ວນຫຼາຍໄດ້ຮູ້ຈັກ ຕະຫຼອດໄລຍະທີ່ຜ່ານມາ ພວກເຂົາໄດ້ສ້າງຜົນງານໃນວົງການເພງໃຫ້ຄົນລາວໄດ້ຮັບຟັງ ໄດ້ດີຈົນຕິດຫູຕິດໃຈໄປກັບບົດເພງ ທີ່ມ່ວນຊື່ນໄປພ້ອມໆກັນ, ມີທັງແຟນໆຕ່າງປະເທດທີ່ໃຫ້ຄວາມສົນໃຈເປັນຈຳນວນຫຼວງຫຼາຍ ອາດຈະມີຄົນເອົາໄປສະແດງ ຫຼື Cover ເປັນບົດເພງ ແລະ ເປັນ MV ຕ່າງໆ. ຖືໄດ້ວ່າເປັນອີກໄວໜຸ່ມລາວ ທີ່ຫຼາຍຄົນໃຫ້ຄວາມສົນໃຈໃນວົງການເພງລາວ ປະກອບກັບຜົນງານຂອງພວກເຂົາ ທີ່ມີຄວາມໂດດເດັ່ນເປັນພິເສດ, ຈົນປັດຈຸບັນນີ້ ຄົນທີ່ຕິດຕາມໃນຊ່ອງຢູທູບເພີ່ມຂຶ້ນເລື້ອຍໆ.

ທີ່ຜ່ານມາ ທາງທີມລູກເຂີຍໃສ່ມອງ ມີບົດເພງທີ່ຍອດວິວສູງສຸດຂອງວົງການເພງລາວ ເຊັ່ນ: ຢາກເປັນລູກເຂີຍ, ໃສ່ໃຈໄດ້ແຕ່ມອງ, ພໍ່ແມ່ອ້າຍຖາມຫາ, ແພງນ້ອງ, ແພງອ້າຍ ແລະ ອີກຫຼາຍເພງດ້ວຍກັນ. ປັດຈຸບັນ ກໍມີເພງໃໝ່ອອກມາຊື່ເພງວ່າ: ເຈົ້າຄົງບໍ່ແນມ ເຊິ່ງຮ້ອງໂດຍ 4 ໜຸ່ມເຊັ່ນເຄີຍຄື: Sophana, Gx2, T’JAME UNO, Bigyai ແລະ ເພງນີ້ກໍກຳລັງເປັນທີ່ສົນໃຈໃຫ້ແກ່ຜູ້ຟັງ ແລະ ຫຼາຍຄົນທີ່ໄດ້ຟັງຕ່າງກໍບອກວ່າເປັນເພງທີ່ຟັງງ່າຍສະບາຍໆ ປະກອບກັບມີເອັມວີທີ່ສ່ອງແສງໃຫ້ເຫັນເຖິງຄວາມເປັນລາວ, ສ່ວນສຽງດົນຕີ ກໍເຂົ້າກັບບົດເພງໄດ້ດີ ເຊິ່ງຍອດວິວໃນຕອນນີ້ກໍ 1,3 ລ້ານປາຍແລ້ວ (ວັນທີ 9 ມິຖຸນາ ເວລາ 18:00 ໂມງ) ຄາດວ່າຈະສູງເພີ່ມຂຶ້ນເລື້ອຍໆ.

ພິເສດໄປກວ່ານີ້ ກໍຄືຜູ້ທີ່ຢູ່ເບື້ອງຫຼັງເຊັ່ນ: Lyrics, Record, Beat Prod, Mix and Mastered, MV Production ແລະ Camera Man, ທັງໝົດນີ້ເປັນອົງປະກອບທີ່ສຳຄັນ ທີ່ຂາດສິ່ງໃດສິ່ງໜຶ່ງໄປບໍ່ໄດ້ ແລະ ຖືໄດ້ວ່າຜູ້ຢູ່ໃນເບື້ອງຫຼັງນີ້ ເຮັດວຽກໄດ້ຢ່າງລົງຕົວສຸດໆ ບໍ່ວ່າຈະອົງປະກອບໃດກໍສຳຄັນ ແລະ ເຮັດຜົນງານອອກມາໄດ້ດີທຸກຄົນ.

ຜູ້ຢູ່ເບື້ອງຫຼັງເປັນທີມງານ ຫຼື ເປັນໝູ່ເພື່ອນອ້າຍນ້ອງ ທີ່ຜ່ານສຸກຜ່ານທຸກກັນມາຫຼາຍພໍສົມຄວນ ແລະ ທີ່ສຳຄັນພວກເຂົາເປັນທີມທີ່ເປັນໄວໜຸ່ມ ທີ່ສ້າງຜົນງານໃຫ້ຜູ້ຮັບຊົມໄດ້ດີເກີນຄາດໝາຍ. ແນວໃດກໍຝາກຜົນງານໄວໜຸ່ມບ້ານເຮົາແດ່ເດີ.

ສາມາດຕິດຕາມຜົນງານພວກເຂົາໄດ້ທີ່: https://bit.ly/3v3Gbu9

ຮຽບຮຽງໂດຍ: Cat_Meo_ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/