ປະທານປະເທດຝຣັ່ງຖືກຕົບໜ້າ ໃນຂະນະທີ່ລົງຢ້ຽມຢາມພາກໃຕ້ຂອງຝຣັ່ງ


ໃນວັນອັງຄານ 8 ມິຖຸນາ, ປະທານປະເທດຝຣັ່ງ ເອັມມານຸຍແອນ ມາຄຣົງ ໄດ້ຖືກຊາຍຄົນໜຶ່ງຕົບໜ້າທ່າມກາງມວນຊົນ ໃນຂະນະທີ່ລາວໄດ້ໂບກມືທັກທາຍ ຕອນທີ່ລາວລົງຢ້ຽມຢາມພາກໃຕ້ຂອງຝຣັ່ງ (ມີວີດີໂອບັນທຶກເຫດການ ເຊິ່ງກໍາລັງເປັນກະແສໃນສື່ອອນລາຍ).

ວີດີໂອດັ່ງກ່າວ ໄດ້ບັນທຶກຕອນ ທ່ານ ປະທານປະເທດກຳລັງຍ່າງມຸ່ງໜ້າໄປຫາກຸ່ມມວນຊົນທີ່ກຳລັງຢືນລໍຖ້າທັກທາຍລາວ ຢູ່ຫຼັງຮົ້ວເຫຼັກທີ່ໄດ້ກັ້ນພວກເຂົາເອົາໄວ້ ແລະ ມີຊາຍຄົນໜຶ່ງ ໃສ່ເສື້ອສີຂຽວ ຍື່ນແຂນອອກມາ ເພື່ອທັກທາຍ ທ່ານ ປະທານປະເທດ ແລະ ໃນຂະນະທີ່ປະທານປະເທດກຳລັງຍ່າງເຂົ້າໃກ້ຊາຍຄົນນັ້ນເພື່ອຈັບມືທັກທາຍ ຊາຍຄົນນັ້ນກໍຮ້ອງອອກມາວ່າ «Montjoie ! Saint-Denis !» (ສະໂລແກນການຕໍ່ສູ້ທີ່ໃຊ້ໃນຍຸກລາຊາທິປະໄຕ) ແລະ ກໍໃຊ້ໂອກາດດັ່ງກ່າວຕົບໜ້າ ປະທານປະເທດ ແລະ ຮ້ອງອອກມາຕື່ມວ່າ «À bas la Macronie !» (ແປວ່າ Down to Macronia – ມາໂຄຣນີແມ່ນໃຊ້ພັນລະນາການການປົກຄອງທີ່ມີທ່ານມາຄຣົງເປັນປະມຸກລັດ). ບໍ່ພໍເທົ່າໃດນາທີ ເຈົ້າໜ້າທີ່ຮັກສາຄວາມປອດໄພກໍໄດ້ເຂົ້າມາຫ້າມປາມ, ດຶງທ່ານປະທານປະເທດອອກຫ່າງຈາກມວນຊົນ ແລະ ຈັບຕົວຊາຍຄົນດັ່ງກ່າວ.

French President Emmanuel Macron slapped in face while meeting crowds

ເຫດການແມ່ນເກີດຂຶ້ນໃນຂະນະທີ່ປະທານປະເທດໄດ້ອອກມາຈາກໂຮງຮຽນການໂຮງແຮມຂອງ ແຕັງ ແລກມິຕາເຊີ (Tain-l’Hermitage) ທີ່ຢູ່ ແຂວງ ໂດຣມ (Drôme). ການລົງຢ້ຽມຢາມພື້ນທີ່ດັ່ງກ່າວກໍແມ່ນເພື່ອພົບຜູ້ປະກອບການຮ້ານອາຫານ ກ່ອນທີ່ມາດຕະການຜ່ອນຜັນເພື່ອຕ້ານໂຄວິດ-19 ຈະເລີ່ມຖືກຈັດຕັ້ງປະຕິບັດ.

ຊາຍຄົນທີ່ຕົບໜ້າປະທານປະເທດ ພ້ອມດ້ວຍຊາຍອີກໜຶ່ງຄົນທີ່ມານຳລາວນັ້ນ ໄດ້ຖືກຕຳຫຼວດກັກຕົວໃນເວລາ 13.45 ໂມງຂອງຝຣັ່ງ ໃນຂໍ້ຫາ ການໃຊ້ຄວາມຮຸນແຮງຕໍ່ກັບເຈົ້າໜ້າທີ່ລັດ, ກ່າວໂດຍ ຫ້ອງການໄອຍະການຂອງເມືອງ ວາລັງເຊິ (Valence).

ປະທານປະເທດ ເອັມມານຸຍແອນ ມາຄຣົງ ບໍ່ແມ່ນນັກການເມືອງຄົນທຳອິດທີ່ຖືກຕົບໜ້າ ໃນຂະນະຈັບມືທັກທາຍ ແຕ່ນີ້ແມ່ນຄັ້ງທຳອິດທີ່ລາວຖືກຕົບໜ້າໃນຕອນທີ່ເປັນປະມຸກລັດ.

Macron during a visit to Montpellier, southern France, in April.

ທ່ານ ມານຸຍແອນ ວານ (Manuel Walls), ອະດີດນາຍົກລັດຖະມົນຕີໃນໄລຍະການເປັນປະທານປະເທດຂອງ ທ່ານ ຝຣັ່ງຊົວ ໂອນລັງ (Francois Hollande) ກໍເຄີຍຖືກໂຈມຕີໃນຂະນະລົງຢ້ຽມຢາມ ແຂວງ ເບຣີຕາຍເຍິ (Bretagne) ໃນປີ 2017.

ຕໍ່ກັບເຫດການດັ່ງກ່າວ ທ່ານ ມາຣີນ ເລີ ປັງ (Marine Le Pen) ຜູ້ນໍາຝ່າຍຂວາ ທັງເປັນຄູ່ແຂ່ງທາງການເມືອງຂອງ ເອັມມານຸຍແອນ ມາຄຣົງ ກໍໄດ້ອອກມາສະແດງຄຳຄິດເຫັນວ່າ ການໂຈມຕີປະທານປະເທດທາງດ້ານຮ່າງກາຍນີ້ເປັນເລື່ອງທີ່ຍອມຮັບບໍ່ໄດ້ ເຮົາສາມາດໂຈມຕີລາວທາງດ້ານການເມືອງໄດ້ ແຕ່ການໂຈມຕີທາງຮ່າງກາຍຄວນເປັນສິ່ງທີ່ຖືກປະນາມໃນລະບອບປະຊາທິປະໄຕ.

ເຖິງແມ່ນວ່າເກີດເຫດການດັ່ງກ່າວຂຶ້ນ ທ່ານ ປະທານປະເທດ ກໍຍັງສືບຕໍ່ເດີນຂະບວນພົບປະປະຊາຊົນຕາມໂປຣແກຣມທີ່ໄດ້ຈັດວາງໄວ້.

ທີ່ມາ:

https://cnn.it/3pBVQ2V

https://bit.ly/3grvUCZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/