Seiko TV Watch – Smart Watch ໜ່ວຍທຳອິດຂອງໂລກຈາກປີ 1982


ເຮົາອາດຈະຄຸ້ນເຄີຍກັບ Apple Watch ຫຼື smart watch ຈາກຫຼາຍໆບໍລິສັດຜູ້ຜະລິດ Smartphone ໃນປັດຈຸບັນ.

ແຕ່ເຊື່ອບໍ່ວ່າເມື່ອກັບໄປໃນປີ 1982 ທາງບໍລິສັດຜູ້ຜະລິດໂມງຢ່າງບໍລິສັດ Seiko ເອງກໍໄດ້ເຄີຍຜະລິດ smart watch ມາກ່ອນເຊັ່ນກັນ ຊື່ວ່າ “Seiko TV Watch” ເຊິ່ງເປັນການຫຍໍ້ຂະໜາດຂອງໂທລະທັດມາໄວ້ໃນຂະໜາດເທົ່າໂມງ ເຊິ່ງໃນສະໄໝນັ້ນຖືວ່າເປັນນະວັດຕະກຳທີ່ລ້ຳສະໄໝຫຼາຍ, ຈົນໄດ້ຖືກບັນທຶກໃຫ້ເປັນ “ໂທລະທັດທີ່ນ້ອຍທີ່ສຸດໃນໂລກ” ໂດຍ Guinness Book of Records ໃນປີ 1984.

ຕອນທີ່ເປີດຕົວສິນຄ້າໃນປີ 1982 Seiko TV Watch ໄດ້ຂາຍພຽງແຕ່ 3,000 ໜ່ວຍເທົ່ານັ້ນດ້ວຍລາຄາທີ່ສູງເຖິງ 98,000 ເຢນ ຫຼື ປະມານ 895 ໂດລາສະຫະລັດ, ປັດຈຸບັນ Seiko TV Watch ກໍບໍ່ສາມາດນຳໃຊ້ໄດ້ອີກແລ້ວ ເນື່ອງຈາກລະບົບທີ່ເປັນ Analog Tuner (ເສົາຮັບສັນຍານ) ບໍ່ສາມາດຮັບສັນຍານພາບໄດ້ ເພາະທາງປະເທດຢີ່ປຸ່ນເອງກໍບໍ່ໄດ້ມີການອອກອາກາດ ຫຼື ປ່ອຍສັນຍານໂທລະພາບແບບເກົ່າແລ້ວ.

Seiko TV Watch ອາດຈະເປັນໄດ້ພຽງແຕ່ຂອງສະສົມໃນປັດຈຸບັນ ແຕ່ໃນປີ 1982 ກໍຖືວ່າເປັນນະວັດຕະກຳທີ່ໄດ້ພາໂລກກ້າວໄປຂ້າງໜ້າອີກຂັ້ນ.

ຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/