ກາຕູນ 3 ເລື່ອງ ທີ່ໄດ້ຮັບຮາງວັນ Oscars ເປັນກາຕູນທີ່ມີຄຸນະພາບ ແລະ ດີສຳລັບເດັກ


ກາຕູນກໍເປັນສື່ໜຶ່ງທີ່ເຂົ້າເຖິງເດັກນ້ອຍໄດ້ງ່າຍ ຈົນຜູ້ໃຫຍ່ ຫຼື ພໍ່ແມ່ຕ້ອງຫາມາໃຫ້ລູກໆໄດ້ເບິ່ງ ເຊິ່ງມີຫຼາກຫຼາຍເລື່ອງທີ່ໜ້າສົນໃຈ ແລະ ມີປະໂຫຍດສູງສຸດ. ສຳລັບກາຕູນ ທີ່ໄດ້ຮັບຮາງວັນ Oscars ທີ່ຫຼາຍຄົນເວົ້າເຖິງຫຼາຍໃນຫຼາຍປີຜ່ານມາ ເຊັ່ນ: Spirited Away, Finding Nemo, In Side Out ກໍຈະເປັນເລື່ອງທີ່ເດັກນ້ອຍເບິ່ງໄດ້ ຜູ້ໃຫຍ່ເບິ່ງດີ ມີປະໂຫຍດ ແລະ ມີຄຸນະພາບ.

Spirited Away ເປັນກາຕູນຈາກເອເຊຍ ດ້ວຍຄຸຸນະພາບຂອງເນື້ອຫາ ແລະ ພາບທີ່ງົດງາມ ເຮັດໃຫ້ Spirited Away ຝ່າຟັນກະແສກາຕູນຊາດຕາເວັນຕົກ ຈົນເຮັດໃຫ້ໄດ້ຮັບຮາງວັນ Oscars ໃນປີ 2002 ເຖິງຈະຜ່ານມາດົນນານແລ້ວ ແຕ່ກໍຍັງມີຄົນເວົ້າເຖິງ ແລະ ຕິດຕາມສະເໝີມາ. ເນື້ອເລື່ອງມີຢູ່ວ່າ: ມີເດັກຍິງອາຍຸປະມານ ​10 ​ປີ ທີ່ຫຼົງເຂົ້າໄປຢູ່ໃນໂລກແຫ່ງວິນຍານ ທີ່ໄດ້ພົບກັບສິ່ງປະຫຼາດຕ່າງໆ ເຊິ່ງເຮັດໃຫ້ຍິງຄົນນີ້ໄດ້ຮັບມື ພ້ອມຫາທາງເອົາຕົວລອດ, ເຫດການຕ່າງໆໄດ້ສອນໃຫ້ລາວເຕີບໃຫຍ່ຂຶ້ນ ດ້ວຍຄວາມກ້າຫານ ແລະ ຄວາມຕັ້ງໃຈ.

Finding Nemo ເປັນອີກເລື່ອງໜຶ່ງ ທີ່ເປັນທີ່ສົນໃຈໃນກຸ່ມຄົນຫຼາກຫຼາຍອາຍຸ ແລະ ຫຼາຍສະໄໝ, ເປັນເນື້ອເລື່ອງຂອງການຜະຈົນໄພຂອງປາໂຕໜຶ່ງ ທີ່ລັກໜີພໍ່ໄປສຳຫຼວດເຮືອລຳໜຶ່ງ ແລະ ຖືກຈັບໄປ, ພໍ່ຂອງລາວຈຶ່ງໄດ້ອອກໄປຕາມຫາລູກຮັກໃຫ້ກັບມາ ທັງສອງໄດ້ປະເຊີນກັບເລື່ອງລາວ ທີ່ສຸດຂອງການຕື່ນເຕັ້ນຢ່າງຫຼວງຫຼາຍ, ເຊິ່ງຖ້າເດັກນ້ອຍຄົນໃດຫາກໄດ້ເບິ່ງອາດຈະຮັກເລື່ອງນີ້ ເພາະນອກຈະໄດ້ຄວາມຮູ້ແລ້ວ ຍັງໄດ້ຄວາມກ້າຫານທີ່ຖ່າຍທອດມາຈາກຕົວລະຄອນ ແລະ ຮັບຮູ້ເຖິງຄວາມຮັກຂອງຄອບຄົວອີກດ້ວຍ.

Inside Out ເປັນເລື່ອງລາວຂອງ 5 ອາລົມ ທີ່ຢູ່ໃນສະໝອງຂອງເດັກອາຍຸ 11 ປີ ທີ່ຕ້ອງຍ້າຍມາຢູ່ໃນສະຖານທີ່ແຫ່ງໃໝ່ ສັງຄົມໃໝ່ໆຕາມຄອບຄົວ ເຊິ່ງອາລົມທັງ 5 ບໍ່ວ່າຈະເປັນ: ຄວາມສຸກ, ຄວາມຢ້ານ, ຄວາມໃຈຮ້າຍ, ຄວາມລັງກຽດ ແລະ ຄວາມເສົ້າ ຕ່າງກໍເປັນຕົວທີ່ຄວບຄຸມພຶດຕິກຳຂອງເດັກຄົນນີ້ ໃຫ້ຜ່ານຊີວິດແຕ່ລະວັນໄປໄດ້. ກາຕູນເລື່ອງນີ້ສອນຫຼາຍໆຢ່າງໃຫ້ກັບເດັກ ລວມທັງຜູ້ໃຫຍ່, ພ້ອມທັງມ່ວນ, ເຂົ້າໃຈງ່າຍ ແລະ ໃຫ້ຂໍ້ຄິດຫຼາຍໆຢ່າງໃຫ້ແກ່ຜູ້ທີ່ເບິ່ງ.

ຂອບໃຈຂໍ້ມູນຈາກ: https://bit.ly/3w38udw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/