ທະຫານຍິງ ຕັດສິນໃຈຈົບຊີວິດຕົນເອງ ເພາະຖືກຫົວໜ້າລວນລາມແລ້ວແຈ້ງຄວາມ ແຕ່ຄະດີບໍ່ຄືບໜ້າ


ທະຫານຍິງຕັດສິນໃຈຈົບຊີວິດຕົນເອງເພື່ອທວງຄວາມຍຸຕິທຳ ທີ່ຕົນເອງໄດ້ໄປແຈ້ງຄວາມຄະດີທີ່ຕົນເອງຖືກຫົວໜ້າລວນລາມ ແຕ່ຄະດີບໍ່ເຄື່ອນໄຫວ ເຫດການດັ່ງກ່າວຖືເປັນເລື່ອງທີ່ໂດ່ງດັງຫຼາຍໃນ ສ.ເກົາຫຼີ ຈົນທ່ານປະທານາທິບໍດີຂອງເກົາຫຼີອອກມາຂໍໂທດ ແລະ ຜູ້ບັນຊາການໄດ້ລາອອກ ເພື່ອສະແດງຄວາມຮັບຜິດຊອບກັບເຫດການທີ່ເກີດຂຶ້ນ.

ການຖືກລວນລາມທາງເພດ ຫຼື Sexual Harassment ຖືເປັນເລື່ອງທີ່ຜູ້ຍິງທຸກຄົນມີໂອກາດພົບໃນຊີວິດປະຈຳວັນ ໂດຍສະເພາະໃນສະຖານທີ່ສາທາລະນະ ເຊິ່ງສາມາດເກີດຂຶ້ນໄດ້ທຸກເວລາ ແລະ ບໍ່ສາມາດຄາດຄະເນໄດ້ເລີຍວ່າແຕ່ລະສະຖານະການຈະເປັນແບບໃດ.

ເມື່ອປີ 2017 ອົງການອະນາໄມໂລກໄດ້ສະຫຼຸບໄວ້ວ່າ ໃນແຕ່ລະປີ ມີແມ່ຍິງ 35% ໃນທົ່ວໂລກທີ່ຖືກລວນລາມທາງເພດ ຫຼື ຖືກຂົ່ມຂືນ ຢ່າງໜ້ອຍ 1 ຄັ້ງໃນຊີວິດຂອງພວກເຂົາ. ຈາກສະຖິຕິຂ້າງເທິງນັ້ນຈະສາມາດເຫັນໄດ້ວ່າ ຄວາມຮຸນແຮງທາງເພດນັ້ນຢູ່ອ້ອມຕົວເຮົາ ແລະ ສາມາດເກີດຂຶ້ນໄດ້ທຸກເວລາ ທຸກສະຖານທີ່.

ທີ່ມາ:

ພາບ:  Harin mommy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/