EXO ກັບມາປ່ອຍເພງໃໝ່ ຫຼັງຈາກຫາຍງຽບໄປ 558 ວັນ


ໃນຕອນແລງຂອງວັນທີ 7 ມິຖຸນາ ປີ 2021 ທີ່ຜ່ານມາ ໄດ້ມີການກັບມາຂອງວົງໄອດອລເກົາຫຼີທີ່ມີຊື່ສຽງໂດ່ງດັງທີ່ມີຊື່ວ່າ EXO ສິລະປິນຈາກ SM Entertainment ໂດຍປັດຈຸບັນມີສະມາຊິກວົງ 9 ຄົນ.

ວົງ EXO ໄດ້ກັບມາຫຼ້າສຸດແມ່ນປີ 2019 ກັບເພງ Obsession ແລະ ໄດ້ກັບມາອີກຄັ້ງໃນປີ 2021, ເຮັດໃຫ້ວົງການບັນເທີງ ສ.ເກົາຫຼີຄຶກຄື້ນຂຶ້ນຕື່ມ ໂດຍ EXO ໄດ້ປ່ອຍຄິບສະປອຍອອກມາກ່ອນແລ້ວເມື່ອເດືອນເມສາ ແລະ ບອກໃບ້ວ່າພວກເຂົາຢູ່ເທິງເຮືອຂົນສົ່ງເຮືອບິນ ຮວມທັງ MV  ເພງນີ້ແມ່ນຈະໃຊ້ຄອມພິວເຕີກຣາຟຟິກເປັນຈຳນວນຫຼາຍ.

อาจเป็นรูปภาพของ 6 คน และผู้คนกำลังยืน

ຢ່າງໃດກໍຕາມ, ກໍຂໍໃຫ້ແຟນຄັບຕິດຕາມການກັບມາຄັ້ງໃໝ່ຂອງ EXO ເພາະວ່າການກັບມາຄັ້ງນີ້ຕົ້ນສັງກັດສະປອຍມາວ່າສຸດຍອດຍອດອີ່ຫຼີ ແລະ ລາຍລະອຽດຈະເປັນແນວໃດກໍຕິດຕາມກັນຕໍ່ໄປ.

อาจเป็นรูปภาพของ 6 คน และสถานที่ในร่ม

ທີ່ມາ: https://www.komchadluek.net/news/ent/469498

ພາບ: https://www.facebook.com/weareoneEXO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/