ນັກວິໄຈສອງຄົນຈາກມະຫາວິທະຍາໄລ UC Davis (University of California, Davis) ໄດ້ຮັບທຶນ 2,3 ລ້ານໂດລາສະຫະລັດ ເພື່ອສຶກສາການປ່ຽນແປງທາງຮ່າງກາຍລວມໄປເຖິງສ່ວນປະກອບຕ່າງໆເຊັ່ນ: ໂຄງສ້າງໂມເລກຸນພາຍໃນເນື້ອເຍື່ອ, ກ້າມຊີ້ນ ແລະ ອະໄວຍະວະຕ່າງໆຂອງໜູ.
ພາຍໃຕ້ກະຊວງກະສິກໍາຂອງສະຫະລັດ (USDA), ສັດເຫຼົ່ານີ້ໄດ້ຮັບການປົກປ້ອງຄຸ້ມຄອງຜ່ານກົດໝາຍສະຫວັດດີການສັດ ເຊິ່ງເປັນກົດໝາຍຂອງລັດຖະບານກາງດຽວໃນສະຫະລັດທີ່ຄວບຄຸມການປິ່ນປົວສັດໃນການຄົ້ນຄວ້າ, ງານວາງສະແດງ, ການຂົນສົ່ງ, ແລະ ໂດຍຕົວແທນຈໍາໜ່າຍ.
ນັກວິໄຈໃຊ້ໜູຫຼາຍກວ່າ 1.500 ໂຕໃນໄລຍະເວລາ 6 ປີ ແລະ ພວກເຂົາເຝິກມັນໃຫ້ຮ່າງກາຍມີຄວາມທົນທານທຽບເທົ່າກັບມະນຸດ ໂດຍໃຫ້ແລ່ນເທິງເຄື່ອງແລ່ນ ຫຼື Treadmill . ຫຼັງຈາກນັ້ນພວກໜູກໍຈະຖືກຍຸຕິຊີວິດເພື່ອທີ່ນັກວິໄຈຈະໄດ້ຜ່າ ແລະ ວິເຄາະທຳຄວາມເຂົ້າໃຈເຖິງຜົນກະທົບຂອງການປ່ຽນແປງກ້າມຊີ້ນ ແລະ ອື່ນໆ.

ອີງຕາມມູນນິທິສໍາລັບການຄົ້ນຄວ້າຊີວະວິທະຍາ (FBR) ລະບຸວ່າ “ນັກຄົ້ນຄວ້າສຶກສາໜູເພາະວ່າພວກມັນຄ້າຍຄືກັນກັບຄົນທາງກຳມະພັນ” ແລະ “ປະມານ 95% ຂອງສັດທົດລອງທັງໝົດແມ່ນໜູ ແລະ ເປັນໜູທີ່ລ້ຽງໄວ້ສໍາລັບການຄົ້ນຄວ້າໂດຍສະເພາະ.” ນີ້ສະແດງໃຫ້ເຫັນເຖິງຈຳນວນໜູທີ່ຖືກໃຊ້ໃນການທົດລອງວ່າມັນຫຼາຍຂະໜາດໃດ ແລະ ເປັນຫຍັງຈຶ່ງໃຊ້ໜູ ຄືບໍ່ໃຊ້ ກົບ, ໝູ ຫຼື ໄກ່ແທນ?
ສາເຫດທີ່ຄົນນິຍົມໃຊ້ໜູທົດລອງຫຼາຍກວ່າສັດປະເພດອື່ນນັ້ນມີຫຼາກຫຼາຍສາເຫດດ້ວຍກັນເຊິ່ງສາມາດຈັດແບ່ງເປັນໝວດໝູ່ໄດ້ດັ່ງນີ້:
- ດ້ານກຳມະພັນ
- ໜູມີກຳມະພັນທີ່ຄ້າຍກັບມະນຸດທັງລະດັບກາຍະພາບ, ລະດັບຢີນ ຫຼື ໃນດ້ານລະບົບປະສາດ.
- ໜູສາມາດປະສົມພັນກັບຍາດພີ່ນ້ອງຕົນເອງໄດ້ໂດຍບໍ່ເຮັດໃຫ້ເກີດຢີນດ້ອຍ ຫຼື ມີຜົນກະທົບດ້ານພັນທຸກຳ ແລະ ຍັງເປັນຜົນດີເຮັດໃຫ້ໄດ້ລະຫັດກຳມະພັນໃກ້ຄຽງກັນ.

- ດ້ານການໃຊ້ງານ
- ໜູມີຂະໜາດໂຕທີ່ນ້ອຍດັ່ງນັ້ນເວລານຳມາທົດລອງຈຳນວນຫຼາຍເຮັດໃຫ້ປະຢັດພື້ນທີ່ໄດ້, ສາມາດຈັດເກັບໄດ້ງ່າຍ.
- ລາຄາຖືກ ແລະ ຫາຊື້ງ່າຍ.
- ມີວົງຈອນການສືບພັນທີ່ສັ້ນ ຫຼື ງ່າຍໆຄືມັນສາມາດອອກລູກໄດ້ເທື່ອລະຫຼາຍຕົວ, ອອກລູກໄດ້ຫຼາຍເທື່ອ ເຮັດໃຫ້ງ່າຍຕໍ່ການຜະລິດມາໃຊ້ໃນການທົດລອງ.
- ວົງຈອນຊີວິດສັ້ນຄືໜູມີອາຍຸຢູ່ປະມານ 12 ເດືອນເຖິງ 3,5 ປີເທົ່ານັ້ນ ເໝາະກັບການທົດລອງໄລຍະສັ້ນ.
- ໜູເປັນສັດທີ່ເອົາຕົວລອດເກັ່ງ ບໍ່ຄ່ອຍໄດ້ຮັບຜົນກະທົບຈາກສະພາບແວດລ້ອມ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/