ເກົາຫຼີໃຕ້ ເປັນໜຶ່ງໃນປະເທດທີ່ມີອັດຕາການເກີດຂອງປະຊາກອນຕໍ່າຫຼາຍ ດ້ວຍເຫດນັ້ນທີ່ຜ່ານມາທາງລັດຖະບານແມ່ນໄດ້ພະຍາຍາມຊຸກຍູ້ ແລະ ສະໜັບສະໜູນນະໂຍບາຍຕ່າງໆເພື່ອຫວັງຈະເຮັດໃຫ້ອັດຕາການເກີດພາຍໃນປະເທດເພີ່ມສູງຂຶ້ນ.

ຫຼ້າສຸດນີ້ເອງ Lee Jung-Sik ລັດຖະມົນຕີວ່າການກະຊວງແຮງງານເກົາຫຼີໃຕ້ໄດ້ປະກາດນະໂຍບາຍໃໝ່ທີ່ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າສົນໃຈຫຼາຍ ເພາະທາງລັດຈະອະນຸຍາດໃຫ້ສິດທັງພໍ່ ແລະ ແມ່ ສາມາດລາພັກໄປລ້ຽງລູກໄດ້ເຖິງ 1 ປີ 6 ເດືອນ ຈາກທີ່ສາມາດລາພັກໄດ້ພຽງ 1 ປີເທົ່ານັ້ນ.
ໂດຍນະໂຍບາຍໃຫ້ພໍ່ແມ່ລາພັກວຽກໄປລ້ຽງລູກນີ້ ແມ່ນມີຈຸດປະສົງເພື່ອເພີ່ມອັດຕາການເກີດໃນປະເທດ ເພາະປັດຈຸບັນນີ້ເກົາຫຼີໃຕ້ເປັນປະເທດທີ່ມີອັດຕາການເກີດໜ້ອຍທີ່ສຸດໃນໂລກ ພ້ອມນັ້ນຍັງເປັນປະເທດທີ່ເຂົ້າສູ່ສັງຄົມຜູ້ສູງອາຍຸ ໄວທີ່ສຸດໃນບັນດາ 38 ປະເທດທີ່ພັດທະນາແລ້ວ.

ໃນຕະຫຼອດ 16 ປີທີ່ຜ່ານມາ ເກົາຫຼີໃຕ້ພະຍາຍາມແກ້ໄຂບັນຫາດັ່ງກ່າວຢ່າງຕໍ່ເນື່ອງ ໂດຍການລົງງົບປະມານກວ່າ 2 ແສນລ້ານໂດລາໄປກັບການສະໜັບສະໜູນການດູແລເດັກ ແລະການລາພັກວຽກເພື່ອລ້ຽງດູລູກ ແຕ່ກໍຍັງບໍ່ສາມາດແກ້ບັນຫາອັດຕາການເກີດທີ່ລົດລົງໄດ້.
ທັງນີ້ໜຶ່ງໃນສາເຫດຂອງບັນຫານີ້ກໍຄືຊົ່ວໂມງການເຮັດວຽກທີ່ຍາວນານຂອງຊາວເກົາຫຼີໃຕ້, ຄ່າຄອງຊີບທີ່ສູງຂຶ້ນ ແລະ ການຂາດ Work-life balance ຫຼືກໍຄືສົມດຸນລະຫວ່າງຊີວິດ ແລະ ການເຮັດວຽກ. ດັ່ງນັ້ນການສະໜັບສະໜູນໃຫ້ພໍ່ແມ່ມືໃໝ່ມີເວລາເພີ່ມຂຶ້ນ ຈຶ່ງເປັນທາງອອກທີ່ຈະຊ່ວຍລົດຄວາມເຄັ່ງຕຶງກ່ຽວກັບການລ້ຽງລູກ.

ຈາກການສຶກສາຈຳນວນຫຼາຍພົບວ່າ ການລາພັກວຽກໄປລ້ຽງລູກແມ່ນສາມາດເຮັດໃຫ້ສຸຂະພາບຈິດຂອງຄູ່ຮັກດີຂຶ່ນ ພ້ອມຍັງຊ່ວຍພັດທະນາຄວາມສຳພັນລະຫວ່າງພໍ່ແມ່ລູກ. ນອກຈາກນີ້ຍັງຊ່ວຍເຮັດໃຫ້ເກີດການເທົ່າທຽມທາງເພດ ເນື່ອງຈາກທັງຜູ້ເປັນພໍ່ ແລະ ແມ່ຈະໄດ້ຊ່ວຍການດູແລລູກ ແລະ ເຮັດວຽກເຮືອນ.
ຢ່າງໃດກໍຕາມທາງ Lee Jung-Sik ຍັງບໍ່ໄດ້ຢືນຢັນວ່າເລື່ອງການຈ່າຍເງິນສຳລັບນະໂຍບາຍໃໝ່ນີ້ ແລະ ນະໂຍບາຍດັ່ງກ່າວຍັງບໍ່ໄດ້ຮັບການລົງຄະແນນສຽງຈາກການປະຊຸມສະພາຂອງເກົາຫຼີໃຕ້ ແຕ່ຖ້ານະໂຍບາຍດັ່ງກ່າວຖືກປະກາດໃຊ້ ເກົາຫຼີໃຕ້ກໍຈະກາຍເປັນປະເທດທີ່ໃຫ້ສິດການລາພັກລ້ຽງໄດ້ຫຼາຍທີ່ສຸດໃນໂລກ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/