ໃຜແຕ້ມຄິ້ວບໍ່ເປັນ L’Oreal Brow Magic ເທັກໂນໂລຢີທັນສະໄໝ ເຄື່ອງນີ້ຊ່ວຍໄດ້!

ໃຜແຕ້ມຄິ້ວບໍ່ເປັນ

ເທັກໂນໂລຢີນັບມື້ຍິ່ງມີການພັດທະນາຂຶ້ນຢູ່ຕະຫຼອດເວລາ ເຄື່ອງແຕ້ມຄິ້ວ ຫຼື ເຮັດໃຫ້ຄິ້ວຂອງຜູ້ຍິງງາມຂຶ້ນກໍມີການພັດທະນາເຊັ່ນດຽວກັນ.

L’Oreal ບໍລິສັດຜະລິດເຄື່ອງສໍາອາງທີ່ໃຫຍ່ທີ່ສຸດໃນໂລກຂອງຝຣັ່ງ ເປີດຕົວ Brow Magic ເຄື່ອງແຕ້ມຄິ້ວໄດ້ເປັນຄັ້ງທໍາອິດໃນງານ CES 2023 ໂດຍ L’Oreal ເຮັດວຽກຮ່ວມກັບບໍລິສັດເທັກ Pinker ຜູ້ຊ່ຽວຊານດ້ານການພິມຮອຍສັກແບບບໍ່ຖາວອນ ຜະລິດເຄື່ອງແຕ້ມຄິ້ວທີ່ມີຫົວສີດໝຶກຂະໜາດນ້ອຍ ຈຳນວນ 2.400 ຫົວ ແຕ້ມດ້ວຍຄວາມລະອຽດ 1.200 dpi.

ໃຜແຕ້ມຄິ້ວບໍ່ເປັນ

ວິທີໃຊ້ແມ່ນຈະງ່າຍຫຼາຍ ພຽງແຕ່ເປີດແອັບຂຶ້ນມາ L’Oreal Brow Magic ແລະ ຜ່ານເທັກໂນໂລຍີ AR (Augmented Reality) ເພື່ອຈັບຮູບຊົງ ແລະ ຄວາມໜາຂອງຄິ້ວ ຈາກນັ້ນເຄື່ອງ Brow Magic ຈະປະມວນຜົນຢ່າງວ່ອງໄວ. ເມື່ອພ້ອມໃຊ້ສາມາດຈັບເຄື່ອງນີ້ຂຶ້ນມາແນບທີ່ຄິ້ວ ແລະ ຄ່ອຍໆ ຍ້າຍໄປຕາມຮູບຄິ້ວ ເພື່ອແຕ້ມຄິ້ວໃນຮູບແບບທີ່ຕ້ອງການໄດ້ເລີຍ ໂດຍໝຶກນີ້ສາມາດໃຊ້ນ້ຳຢາລ້າງເຄື່ອງສຳອາງທົ່ວໄປລຶບອອກກໍໄດ້.

ໃຜແຕ້ມຄິ້ວບໍ່ເປັນ

ເປັນຄັ້ງທຳອິດທີ່ມີການຜະລິດເຄື່ອງແຕ້ມຄິ້ວ ສຳລັບຄົນທົ່ວໄປທີ່ເຮັດເອງໄດ້ຢູ່ເຮືອນ ໂດຍ “ລໍຣີອັນ” ໄດ້ເຜີຍໂສມເຄື່ອງນີ້ໃນງານ CES 2023 ໃນ Las Vegas ສະຫະລັດອາເມຣິກາ ແລະ ຄາດວ່າຈະເລີ່ມວາງຈຳໜ່າຍພາຍໃນປີນີ້.

ໃຜແຕ້ມຄິ້ວບໍ່ເປັນ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/