ໃນຕອນເຊົ້າຂອງວັນພຸດ ວັນທີ 22 ມິຖຸນາ 2022 ສຳນັກຂ່າວຕ່າງປະເທດລາຍງານວ່າ ໄດ້ເກີດມີແຮງສັ່ນສະເທືອນຂະໜາດ 6.1 ຢູ່ທີ່ ແຂວງ Paktika ປະເທດອັບການິສຖານ ເຊິ່ງມີຊາຍແດນຕິດກັບປະເທດປາກີສະຖານ ໂດຍໃນເບື້ອງຕົ້ນມີຜູ້ເສຍຊີວິດຈໍານວນຫຼາຍຮ້ອຍຄົນແລ້ວ.

ໃນເຫດການແຜ່ນດິນໄຫວຄັ້ງນີ້ ຈຸດສູນກາງຂອງແຜ່ນດິນໄຫວແມ່ນເລິກລົງໄປໃຕ້ດິນ 44 ກິໂລແມັດ ທີ່ເມືອງ Khost ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງອັບການິສຖານ ຈາກແຮງສັ່ນສະເທືອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍແລ້ວ 255 ຄົນ ແລະ ໄດ້ຮັບບາດເຈັບອີກ 200 ກວ່າຄົນ.

ຝ

ຢ່າງໃດກໍຕາມ ຂໍ້ມູນເບື້ອງຕົ້ນກ່ຽວກັບເຫດການດັ່ງກ່າວແມ່ນມີໜ້ອຍ ເນື່ອງຈາກປະຊາຄົມໂລກສ່ວນໃຫຍ່ນໍາເຈົ້າໜ້າທີ່ອອກຈາກອັບການິສຖານຫຼັງຈາກທີ່ກຸ່ມຕາລີບັນກັບຄືນມາຍຶດຄອງປະເທດໄດ້ອີກຄັ້ງເມື່ອປີ 2021 ທີ່ຜ່ານມາ ເຊິ່ງນັ້ນມັນສົ່ງຜົນໃຫ້ການສົ່ງຄວາມຊ່ວຍເຫຼືອປະຊາຊົນຈໍານວນ 38 ລ້ານຄົນໃນປະເທດແມ່ນຫຍຸ້ງຍາກລໍາບາກ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/