ປັງແບບບໍ່ມີຢຸດ! ແຮ່ນນ້າ ແລະ ວົງ 4EVE ໄດ້ຂຶ້ນ Billboard ທີ່ Time Square ເປັນຄັ້ງທຳອິດ


ເອີ້ນໄດ້ວ່າກະແສແຮງແບບບໍ່ມີຕົກສຳລັບ ວົງ Girl Group ສຸດຮິດຈາກປະເທດໄທ ຢ່າງ 4EVE ທີ່ໃນມື້ນີ້ເພຈ 4EVE ໄດ້ໂພສຮູບຂອງພວກເຂົາທີ່ໄດ້ຂຶ້ນປ້າຍ Billboard ກາງ Time Square ທີ່ New York ສະຫະລັດອາເມຣິກາ.

ນອກຈາກນີ້ແລ້ວ ແຮ່ນນ້າ ໂຣເຊ່ນບລູມ ຂວັນໃຈຊາວລາວເຮົາ ສະມາຊິກໜຶ່ງດຽວຂອງວົງທີ່ເປັນຄົນລາວ ກໍຖືໄດ້ວ່າເປັນສິລະປິນລາວຄົນທຳອິດທີ່ໄດ້ຂຶ້ນປ້າຍ Billboard ໃຈກາງ Time Square ອັນຊົງກຽດແຫ່ງນີ້ ເຊິ່ງນັ້ນກໍອາດເວົ້າໄດ້ວ່າ ແຮ່ນນ້າ ແມ່ນໄດ້ກ້າວໄປອີກຂັ້ນຂອງຄວາມສຳເລັດໃນເສັ້ນທາງທີ່ຕົນເອງມັກ ແລະ ໄດ້ສ້າງຄວາມພູມໃຈໃຫ້ແກ່ຄົນລາວເຮົາອີກດ້ວຍ.


ເອີ້ນໄດ້ວ່າຄວາມປັງ ແລະຄວາມສຳເລັດຂອງວົງ 4EVE ແມ່ນຍັງແຮງບໍ່ມີຕົກ ແລະ ກໍໄດ້ສ້າງຄວາມພາກພູມໃຈໃຫ້ແກ່ແຟນຄລັບທີ່ຕິດຕາມອີກດ້ວຍ.
ວົງ 4EVE ເດບິວຄັ້ງທຳອິດ ໃນວັນທີ 23 ທັນວາ ປີ 2020 ເຊິ່ງມາກັບເພງ Oohlala! ເຊິ່ງເພງນັ້ນກໍໄດ້ການຕອບຮັບທີ່ດີຈາກແຟນໆ. ນອກຈາກນີ້ ຍັງມີເພງດັງໆ ອີກຫຼາຍເພງເຊັ່ນ: วัดปะหล่ะ, Trick or Treat, Booty Bomb ແລະ ເພງໃໝ່ຫຼ້າສຸດຢ່າງ ข้อยกเว้น.

ທີ່ມາ: https://cutt.ly/CKxZyS1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/