ເກີດເຫດຜາຫີນເຈື່ອນ ລົ້ມທັບເຮືອນັກທ່ອງທ່ຽວທີ່ບຣາຊິວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຫຼາຍຄົນ


ເຫດການຜາຫີນເຈື່ອນລົ້ມທັບເຮືອນັກທ່ອງທ່ຽວເຮັດໃຫ້ມີຜູ້ເສຍຊີວິດ ເກີດຂຶ້ນໃນໄລຍະຕອນທ່ຽງ (ຕາມເວລາທ້ອງຖິ່ນຂອງບຣາຊິວ) ຂອງວັນທີ 8 ມັງກອນທີ່ທະເລສາບ Furnas ໃນລັດ Minas Gerais ແຫຼ່ງທ່ອງທ່ຽວຍອດນິຍົມ ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງປະເທດບຣາຊິວ. ຈາກເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດໃນເບື້ອງຕົ້ນ 7 ຄົນ, ສູນຫາຍອີກ 3 ຄົນ ແລະ ບາດເຈັບອີກ 32 ຄົນ.

Pedro Aihara ໂຄສົກພະແນກດັບເພີງແລະກູ້ໄພຂອງລັດ Minas Gerais ໄດ້ລະບຸວ່າ ເຈົ້າໜ້າທີ່ກູ້ໄພໄດ້ເຮັດການຄົ້ນຫາຜູ້ທີ່ສູນຫາຍອີກຄັ້ງໃນຕອນເຊົ້າຂອງວັນທີ 9 ມັງກອນ ຫຼັງຈາກຕ້ອງຢຸດພາລະກິດຊ່ວຍຊີວິດ ໃນຕອນຄ່ຳຂອງວັນທີ 8 ມັງກອນ ເນື່ອງຈາກແສງທຳມະຊາດໝົດ.

ຂະນະນີ້ນັກທ່ອງທ່ຽວຈຳນວນ 23 ຄົນຈາກ 32 ຄົນ ແມ່ນມີອາການບາດເຈັບເລັກໜ້ອຍແລະໄດ້ອອກຈາກໂຮງໝໍແລ້ວ, ສ່ວນທີ່ເຫຼືອອີກ 9 ຄົນຍັງຕ້ອງໄດ້ປິ່ນປົວຢູ່ທີ່ໂຮງໝໍ ເຊິ່ງໃນຈຳນວນນີ້ 2 ຄົນກະດູກຫັກແບບແຜເປີດຈົນເຫັນກະດູກ.

Pedro Aihara ກ່າວອີກວ່າເຈົ້າໜ້າທີ່ລວມເຖິງນັກດໍານໍ້າແລະເຮືອບິນ Helicopter ຈະປະຕິບັດພາລະກິດຕໍ່ໄປຢ່າງໜ້ອຍຈົນຮອດມື້ນີ້ ວັນທີ 10 ມັງກອນ ເພື່ອຊ່ວຍເຫຼືອຫຼາຍຄົນທີ່ຍັງຕິດຢູ່ກ້ອງກ້ອນຫີນ ນອກຈາກນີ້ຍັງມີວິດີໂອເຜີຍແຜ່ທາງໂຊຊຽວ ທີ່ສະແດງໃຫ້ເຫັນນັກທ່ອງທ່ຽວຮ້ອງໃສ່ໃຫ້ເຮືອອອກຈາກບໍລິເວນເກີດເຫດ ກ່ອນທີ່ຫີນຈະເຈື່ອນມາທັບເຮືອລຳດັ່ງກ່າວ.

ທາງດ້ານ Jair Bolsonaro ປະທານາທິບໍດີຂອງບຣາຊິວກ່າວວ່າ ກອງທັບໄດ້ສົ່ງທີມເຈົ້າໜ້າທີ່ບັນເທົາໄພໄປຊ່ວຍທີມກູ້ໄພອີກແຮງ.

ໃນວັນທີ 9 ມັງກອນທີ່ຜ່ານມາເຈົ້າໜ້າທີ່ດັບເພີງແລະນັກດຳນ້ຳ ໄດ້ຄົ້ນພົບສົບອີກ 3 ສົບ ເຮັດໃຫ້ຕອນນີ້ມີຜູ້ເສຍຊີວິດລວມກັນແມ່ນ 10 ຄົນ.

ຂະນະທີ່ທາງລັດ Minas Gerais ມີຝົນຕົກໜັກເປັນເວລາ 2 ອາທິດ ອີກທັງໜ່ວຍງານອຸຕຸຍົມວິທະຍາໄດ້ເຕືອນໄພລະດັບສີແດງ ຄາດວ່າຈະມີຝົນຕົກເປັນປະລິມານ 100 ມິນລີແມັດໄປອີກຢ່າງໜ້ອຍ 4 ມື້. ທັງນີ້ Romeu Zema ເຈົ້ານະຄອນຂອງລັດ Minas Gerais ລະບຸວ່າຝົນຕົກໜັກແມ່ນສາເຫດທີ່ເຮັດຫີນແຍກຕົວ ແລະ ເຈື່ອນລົງມາທັບເຮືອນັກທ່ອງທ່ຽວແລະລາວກໍໄດ້ກ່າວສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີອີກພ້ອມ.

“ຂ້ອຍຈະຢືນຄຽງຂ້າງສະແດງເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນກັບຄອບຄົວຜູ້ເສຍຊີວິດໃນໄລຍະເວລາທີ່ຍາກລຳບາກນີ້ ແລະ ເຮົາຈະດຳເນີນການຕໍ່ໄປເພື່ອໃຫ້ການຄຸ້ມຄອງແລະສະໜັບສະໜູນທີ່ຈຳເປັນ”.

ສາມາດເບິ່ງວິດີໂອຕອນເກີດເຫດໄດ້ທີ່ : https://cutt.ly/eU6eCtL

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/