ຜົນງານບໍ່ທຳມະດາ! ມີລຸ້ນການປ່ຽນແປງ ກັບ Michael Weiss ຄູຝຶກທີມຊາດລາວຄົນໃໝ່


ເມື່ອວັນທີ 7 ມັງກອນ 2022 ທີ່ຜ່ານມາ ສຕລ ໄດ້ປະກາດປົດ ເຊວາໄຣ ເວັນກາດາຣາມ ຄູຝຶກທີມຊາດລາວອອກຈາກຕຳແໜ່ງເປັນທີ່ຮຽບຮ້ອຍແລ້ວ ຈາກນີ້ກໍເຫຼືອພຽງຜົນງານ ແລະ ຄວາມຊົງຈຳໄວ້ໃຫ້ຮັບຊົມ. ຫຼັງຈາກນັ້ນ ກໍໄດ້ແຕ່ງຕັ້ງຄູຝຶກຄົນໃໝ່ ທ່ານ Michael Weiss.

ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງທ່ານ ໄມເຄິ້ນ ໄວສ໌ ເປັນຫົວໜ້າຄູຝຶກຄົນໃໝ່ ໂດຍລາວຈະເປັນຜູ້ນໍາພາຝຶກສອນທີມຊາດລາວຊຸດໃຫຍ່ ຮຸ່ນອາຍຸບໍ່ເກີນ 23 ປີ, ໂດຍມີໃບປະກາດ UEFA Pro License, ເຊິ່ງໄດ້ເຊັນສັນຍາກັບ ສະຫະພັນບານເຕະແຫ່ງຊາດລາວ ຈົນເຖິງປີ 2024 (2021-2024).

ປະຫວັດຫຍໍ້ຂອງ ທ່ານ Michael Weiss ຜົນງານການຄຸມທີມ ທີ່ເປັນໜ້າປະທັບໃຈຄື ຮັບຜິດຊອບທີມຊາດ ຟິລິບປິນ ຈົນກ້າວຂຶ້ນໄປເຖິງຕໍາແໜ່ງສູງສຸດໃນການຈັດອັນດັບ FIFA ໃນປີ 2012 ແລະ ເປັນທີມອັນດັບທີ 1 ໃນອາຊຽນຕາເວັນອອກສຽງໃຕ້ໃນປີ 2013. ໃນຖານະທີ່ເຄີຍເປັນຄູຝຶກໃຫ້ທີມຊາດມົງໂກເລຍ  ລາວໄດ້ປັບປຸງເກມການຫຼິ້ນໃຫ້ທຽບກັບລະດັບນານາຊາດ, ຫັນປ່ຽນປະເທດນ້ອຍທີ່ບໍ່ມີການຫຼິ້ນກິລາບານເຕະຫຼາຍ ໃຫ້ກ້າວເຂົ້າໄປສູ່ AFC “ປະເທດທີ່ມີຄວາມໃຝ່ຝັນຂອງປີ” ໃນທ້າຍປີ 2018. ຫຼັງຈາກ 3 ປີຜ່ານໄປ, ລາວໄດ້ລາອອກຈາກການເປັນຄູຝຶກຂອງ ມົງໂກເລຍ, ເຊິ່ງເປັນບ່ອນທີ່ລາວໄດ້ໃຫ້ການສະໜັບໜູນການພັດທະນາກິລາບານເຕະຂອງມົງໂກເລຍ.

ຄູຝຶກຄົນໃໝ່ ທ່ານ ໄມເຄິ້ນ ໄວສ ສະແດງຄວາມກະຕືລືລົ້ນຢ່າງສູງສໍາລັບຄວາມທ້າທາຍໃໝ່. ເຊິ່ງລາວໄດ້ເວົ້າວ່າ: “ກ່ອນອື່ນຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ປະທານ ແລະ ສະຫະພັນບານເຕະແຫ່ງຊາດລາວທີ່ໄວ້ວາງໃຈຂ້າພະເຈົ້າ. ພວກເຮົາໄດ້ມີການສົນທະນາກັນ ແລະ ໄດ້ມີການແລກປ່ຽນທາງດ້ານວິໄສທັດເພື່ອທີ່ຈະນໍາພາບານເຕະລາວກ້າວລະດັບຂຶ້ນໄປອີກ. ຂ້າພະເຈົ້າລໍຄອຍເວລາທີ່ຈະນໍາເອົາປະສົບການຂອງຂ້າພະເຈົ້າໄປສູ່ຜູ້ຫຼິ້ນໄວໜຸ່ມ ໃນຄວາມຄິດຂອງຂ້າພະເຈົ້າການເປັນຄູຝຶກທີມຊາດຄືຕໍາແໜ່ງສໍາຄັນໃນການນໍາພາກິລາບານເຕະຂອງພວກເຮົາໃຫ້ກ້າວໄປຂ້າງໜ້າ. ຍິ່ງໄປກວ່ານັ້ນຂ້າພະເຈົ້າກໍຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນຄູຝຶກທີມຊາດ ແລະ ລໍຄອຍເວລາທີ່ຈະຮຽນຮູ້ຮັບເອົາວັດທະນະທໍາຂອງປະເທດ. ເຖິງແມ່ນວ່າອັນດັບ ຟີຟາ ຂອງລາວຈະຕໍ່າ, ແຕ່ຈະພະຍາຍາມຊ່ວຍໃຫ້ບານເຕະລາວກ້າວໜ້າໄປເທື່ອລະກ້າວ,” “ຂ້າພະເຈົ້າຈະສ້າງທີມໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນສູງ.”

ທ່ານ ວີເພັດ ສີຫາຈັກຣ, ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: “ການໂອ້ລົມກັບທ່ານ ໄມເຄິ້ນ ໄວສ໌ເປັນການໂອ້ລົມທີ່ມີຄວາມຮ່ວມມື ແລະ ສ້າງສັນຫຼາຍ. ເຂົາຈະນໍາເອົາຄວາມຄິດ ແລະ ປະສົບການໃໝ່ໆມານໍາພ້ອມ; ພວກເຮົາຫວັງວ່າລາວສາມາດເຮັດໃຫ້ທີມຊາດລາວປະສົບຜົນສໍາເລັດເຊັ່ນດຽວກັນ. ການແຕ່ງຕັ້ງ ໄມເຄິ້ນ ໄວສ໌ ເປັນຄູຝຶກໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ຄວາມມ່ງໝັ້ນຂອງ ສະຫະພັນບານເຕະແຫ່ງຊາດລາວ ເພື່ອໃຫ້ໂອກາດທີ່ດີທີ່ສຸດຕໍ່ນັກກິລາຂອງພວກເຮົາໃນຂັ້ນຕໍ່ໄປ.”

ໄມເຄິ້ນ ໄວສ໌ ສໍາເລັດການສຶກສາລະດັບປະລິນຍາຕີດ້ານການບໍລິຫານ ແລະ ວິທະຍາສາດການກິລາທີ່ ມະຫາວິທະຍາໄລ Mainz. ລາວໄດ້ແຕ່ງງານກັບຍິງຄົນຍີ່ປຸ່ນ ແລະ ມີລູກສາວນໍາກັນສອງຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/