ໜີໃຜກໍໜີໄດ້ ແຕ່ໜີ Google Map ບໍ່ໄດ້! ມາເຟຍອີຕາລີໜີຄຸກມາເກືອບ 20 ປີ ສຸດທ້າຍຖືກຈັບເພາະ “Google Map” ຖ່າຍພາບຕິດໜ້າ


ເອີ້ນໄດ້ວ່າຕ້ອງຍົກຄວາມດີ ແລະ ຊົມເຊີຍ Google Map ຫຼັງຈາກ Google Map ໄດ້ຊ່ວຍຕໍາຫຼວດສືບຫາມາເຟຍທີ່ໜີຄະດີເປັນເວລາເກືອບ 20 ປີ ແລະ ສຸດທ້າຍຕຳຫຼວດກໍນຳຈັບຕົວໄດ້ສຳເລັດ.

ໂດຍGioacchino Gammino ອາຍຸ 61 ປີຄົນນີ້ເອີ້ນໄດ້ວ່າເປັນມາເຟຍທີ່ມີອິດທິພົນ ແລະ ເປັນໜຶ່ງໃນສະມາຊິກຂອງກຸ່ມມາເຟຍທີ່ມີ ຊື່ວ່າ Stidda ທີ່ອາໄສຢູ່ເທິງເກາະ Sicilian ປະເທດ ອິຕາລີ. ໃນປີ 2002 Gammino ໂຕນຄຸກ Rebibbia ທີ່ຕັ້ງຢູ່ໃນກຸງໂຣມ ອອກມາໄດ້ ແລະ ຕໍ່ມາໃນປີ 2003 ລາວຖືກຕັດສິນຈຳຄຸກຕະຫຼອດຊີວິດ ຈາກຄະດີຄາາຕະກຳທີ່ລາວໄດ້ກໍ່ໄວ້ກ່ອນໜ້ານີ້ ເຊິ່ງຕະຫຼອດເວລາທີ່ຜ່ານມາ Gammino ຫຼົບໜີການຈັບກຸມຂອງຕຳຫຼວດໃນຂັ້ນທີ່ເອີ້ນວ່າ ຈັບບໍ່ໄດ້ ໄລ່ບໍ່ທັນ ຕະຫຼອດໄລຍະເວລາເກືອບ 20 ປີ.

ຄະດີນີ້ຖືກນຳມາສອບສວນອີກຄັ້ງໂດຍໜ່ວຍງານຕຳຫຼວດຕໍ່ຕ້ານມາເຟຍ ອິຕາລີ (Deputy Director of The Italian Anti-Mafia Police Unit) ຫຼື DIA ພວກເຂົາຕາມສືບຈົນຮູ້ວ່າ Gammino ຢູ່ໃນປະເທດສະເປນ ຈົນເວລາຜ່ານໄປ 2 ປີກໍມີຄວາມຄືບໜ້າຄັ້ງໃຫຍ່ຂອງຄະດີນີ້ເກີດຂຶ້ນ ເມື່ອຕຳຫຼວດໄດ້ຖ່າຍຮູບຖະໜົນໃນແພັດຟອມ Google Map ທີ່ປາກົດເຫັນຊາຍສອງຄົນກຳລັງຢືນໂອ້ລົມກັນ ຢູ່ໜ້າຮ້ານຂາຍຜັກ-ໝາກໄມ້ທີ່ມີຊື່ວ່າ El Huerto de Manu ໃນເມືອງ Galapagar ປະເທດ ສະເປນ ແລະ ຊາຍທີ່ປາກົດໃນຮູບພາບທີ່ຕຳຫຼວດຖ່າຍໄວ້ນັ້ນແມ່ນມີໃບໜ້າຄ້າຍຄືກັບ Gammino ທີ່ພວກເຂົາກໍາລັງຕ້ອງການຕົວຢູ່.

ໂດຍຮູບພາບໃນ Google Map ແມ່ນຊ່ວຍຢັ້ງຢືນວ່າການສືບສວນຄັ້ງນີ້ຄືບໜ້າໄປຫຼາຍເຕີບ ແລະ ທາງຕຳຫຼວດເຊື່ອວ່າ Gammino ຕ້ອງອາໄສຢູ່ບໍລິເວນນັ້ນຢ່າງແນ່ນອນ ແຕ່ຍັງບໍ່ມີການຢືນຢັນຕົວຕົນວ່າແມ່ນ Gammino ແທ້ໆ ຫຼືບໍ່.

ຈາກນັ້ນຕຳຫຼວດກໍໄດ້ເຮັດການສືບສວນຕໍ່ ຈົນໄດ້ພົບກັບຮ້ານອາຫານແຫ່ງໜຶ່ງທີ່ມີຊື່ວ່າ La Cocina de Manu ທີ່ຕັ້ງຢູ່ໃນບໍລິເວນນັ້ນ ເຖິງວ່າຮ້ານອາຫານຈະປິດໄປແລ້ວ ແຕ່ພວກເຂົາໄດ້ພົບຫຼັກຖານສຳຄັນ ນັ້ນກໍຄືຮູບພາບຂອງ Gammino ທີ່ນຸ່ງຊຸດພໍ່ຄົວຢູ່ເທິງໜ້າເຟສບຸກຂອງຮ້ານອາຫານ ເຊິ່ງຕໍາຫຼວດສາມາດລະບຸຕົວຕົນໄດ້ຈາກຮອຍແຜເປັນທີ່ຢູ່ກ້ອງຄາງເບື້ອງຊ້າຍຂອງ Gammino.

ຫຼັງຈາກນັ້ນຕຳຫຼວດຈຶ່ງໄດ້ຖ້າປະສານງານກັບເຈົ້າໜ້າທີ່ໃນສະເປນທັນທີ. ສຸດທ້າຍເຈົ້າໜ້າທີ່ກໍສາມາດຈັບກຸມຕົວ Gamino ໄດ້ໃນວັນທີ 17 ທັນວາ 2021 ທີ່ຜ່ານມາ ແລະ ຕອນທີ່ຖືກຈັບລາວໄດ້ຖາມກັບຕຳຫຼວດວ່າ

“ພວກເຈົ້າຫາຂ້ອຍເຫັນໄດ້ແນວໃດ? ຂ້ອຍບໍ່ໄດ້ໂທຫາຄອບຄົວ 10 ປີແລ້ວໃດ໋”.

ເຊິ່ງໃນຕອນນີ້ Gammino ຍັງຢູ່ພາຍໃຕ້ການຄວບຄຸມຕົວຂອງຕຳຫຼວດສະເປນ ແລະ ຄາດວ່າຈະມີການສົ່ງຕົວກັບມາອິຕາລີ ພາຍໃນທ້າຍເດືອນກຸມພານີ້.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/