ສຸດລ້ຳ! ເມື່ອຟາມໃນຕຸຣກີ ລົງທຶນໃສ່ແວ່ນ VR ໃຫ້ງົວ ເພື່ອຕົວະໃຫ້ມັນຮູ້ສຶກວ່າມັນກຳລັງຢູ່ນອກ ແລະເຮັດໃຫ້ຜະລິດນ້ຳນົມໄດ້ຫຼາຍຂຶ້ນ


ຍຸກສະໄໝນີ້ເປັນຍຸກຂອງເທັກໂນໂລຢີ ບໍ່ວ່າເຈົ້າຈະຫັນໄປທາງໃດຢ່າງໜ້ອຍກໍຕ້ອງເຄີຍເຫັນ ຫຼື ສຳຜັດອຸປະກອນເທັກໂນໂລຢີຢ່າງແນ່ນອນ ເຊັ່ນແວ່ນຕາ VR ເທັກໂນໂລຢີທີ່ຈະເຮັດໃຫ້ເຮົາສຳຜັດກັບບັນຍາກາດໃນໂລກຈິນຕະນາການ ແລະ ສະຖານທີ່ຕ່າງໆທີ່ເຮົາຢາກໄປໄດ້. ນອກຈາກນີ້ ແວ່ນຕາ VR ຍັງຖືກນຳໄປໃຊ້ກັບງົວທີ່ຟາມແຫ່ງໜຶ່ງໃນປະເທດຕຸຣກີ ເພາະມັນສາມາດໃຫ້ງົວຜ່ອນຄາຍ ແລະ ສາມາດຜະລິດນ້ຳນົມໄດ້ຫຼາຍຂຶ້ນ.

Izzet Kocak ຜູ້ທີ່ເປັນເຈົ້າຂອງຟາມແຫ່ງນີ້ ໄດ້ເລີ່ມນຳແວ່ນ VR ມາທົດລອງໃສ່ໃຫ້ກັບງົວສອງໂຕໃນຟາມ ໂດຍໃນແວ່ນ VR ຈະສາຍພາບວິວທິວທັດທຳມະຊາດໃນທົ່ງຫຍ້າຂຽວ ແລະ ພູຜາປ່າໄມ້ ເພື່ອເຮັດໃຫ້ງົວຮູ້ສຶກວ່າພວກມັນບໍ່ໄດ້ຖືກຂັງໄວ້ໃນຟາມ ແລະ ກຳລັງຢູ່ໃນໂລກພາຍນອກທີ່ເຕັມໄປດ້ວຍທຳມະຊາດ ເຊິ່ງເປົ້າໝາຍໃນການທົດລອງຄັ້ງນີ້ ແມ່ນເພື່ອຢາກເພີ່ມຈຳນວນນ້ຳນົມຂອງງົວ.

Izzet Kocak ກ່າວວ່າ “ປົກກະຕິແລ້ວງົວໃນຟາມເຮົາຈະຜະລິດນ້ຳນົມໃຫ້ໄດ້ສະເລ່ຍ 22 ລິດ ຕໍ່ໜື່ງມື້ ແຕ່ເມື່ອພວກມັນໃສ່ແວ່ນ VR ອັດຕາການຜະລິດສະເລ່ຍເພີ່ມເປັນ 27 ລິດ”

ນອກນີ້ Kocak ຍັງບອກອີກວ່າການທີ່ງົວໄດ້ໃສ່ແວ່ນ VR ແລະເຮັດໃຫ້ພວກມັນຈິນຕະນາການວ່າກຳລັງຢູ່ໃນທົ່ງຫຍ້າຂຽວ ມັນຊ່ວຍໃຫ້ງົວມີຄວາມສຸກເພີ່ມຂຶ້ນ ລົດຄວາມກັງວົນລົງ ແລະ ກໍຍັງເປັນເຄື່ອງພິສູດໃຫ້ເຫັນວ່າ ການລ້ຽງງົວໃນສະພາບແວດລ້ອມທີ່ເປັນກະສິກຳນັ້ນເຮັດໃຫ້ສຸຂະພາບຂອງມັນບໍ່ແຂງແຮງ ແລະ ເຮັດໃຫ້ພວກມັນບໍ່ມີຄວາມສຸກ.

ຕາມລາຍງານຍັງອີກວ່າ Kocak ເຄີຍຫຼິ້ນດົນຕີຄລາສສິກໃຫ້ສັດລ້ຽງ 180 ໂຕຂອງລາວຟັງອີກ. ພ້ອມກັນນີ້ ລາວຍັງຍິນດີທີ່ຈະຊື້ແວ່ນ VR ມາເພີ່ມອີກ 10 ຊຸດ ເຊິ່ງໝາຍຄວາມວ່າມີງົວພຽງ 5 ໂຕເທົ່ານັ້ນທີ່ຈະໄດ້ໃສ່ແວ່ນ VR ເພາະຈາກຂະໜາດໂຄງໜ້າທີ່ໃຫຍ່ຂອງມັນ ເຮັດໃຫ້ງົວໜຶ່ງໂຕຕ້ອງໄດ້ໃຊ້ແວ່ນ VR ສອງອັນ.

ຈາກກໍລະນີນີ້ ມີຫຼາຍຄົນສົງໄສວ່າເປັນຫຍັງຈຶ່ງບໍ່ນຳເອົາງົວອອກໄປຢູ່ໃນທົ່ງຫຍ້າຂອງແທ້ ຫຼື ມີບັນຫາໃນການນຳງົວອອກໄປສູ່ພື້ນທີ່ທຳມະຊາດ ມັນເຮັດໄດ້ຍາກຫວາ? ແຕ່ຄຳຖາມເຫຼົ່ານີ້ກໍມີຄຳຕອບຈາກລາຍງານວ່າ ເພາະວ່າມັນເປັນລະດູໜາວ ຈຶ່ງເປັນສາເຫດທີ່ພາງົວອອກໄປຂ້າງນອກໄດ້ຍາກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/