ຊູເປີມາເກັດ Morrisons ກຽມເອົາຕົວບອກວັນໝົດອາຍຸໃນຕຸກນົມອອກ ຊີ້ບອກໃຫ້ດົມເອົາ


ພາຍໃນເດືອນນີ້ ຮ້ານຊູເປີມາເກັດ Morrisons ທີ່ສະຫະລາຊະອານາຈັກ ຈະໄດ້ກຽມເອົາຕົວບອກວັນໝົດອາຍຸໃນຕຸກນົມອອກ ແລະ ໃສ່ສະຫຼາກ “ຄວນບໍລິໂພກກ່ອນ” ແທນໃນ 90% ຂອງເຄື່ອງດື່ມດັ່ງກ່າວ ພ້ອມທັງໃຫ້ລູກຄ້າດົມກິ່ນເອົາເພື່ອກວດເບິ່ງຄຸນະພາບຂອງມັນ ເນື່ອງຈາກເກີດບັນຫາການເທນົມຖິ້ມໄປໂດຍບໍ່ໄດ້ກິນເປັນຈຳນວນຫຼວງຫຼາຍ.

ທາງອົງການກຸສົນ Wrap ເພື່ອການຣິໄຊເຄິນ ໄດ້ກ່າວວ່າ Morrisons ທີ່ເປັນຊູເປີມາເກັດທີ່ໃຫຍ່ທີ່ສຸດອັນດັບ 4 ຂອງປະເທດ ແລະ ຍັງເປັນແຫ່ງທຳອິດທີ່ໄດ້ເລີ່ມປະຕິບັດມາດຕະການດັ່ງກ່າວ. ນົມແມ່ນຜະລິດຕະພັນທີ່ເຫຼືອຖິ້ມຫຼາຍທີ່ສຸດອັນດັບສາມໃນສະຫະລາຊະອານາຈັກ, ຮອງຈາກມັນຝຣັ່ງ ແລະ ເຂົ້າຈີ່ ເຊິ່ງນັບເປັນປະລິມານກວ່າ 230 ລ້ານລິດທີ່ຕ້ອງໄດ້ເທຖິ້ມໄປທຸກປີ. ນອກຈາກນີ້ອີກກວ່າ 40 ລ້ານລິດທີ່ຖືກຖິ້ມໄປແມ່ນຍ້ອນການໃຊ້ເຄື່ອງໝາຍບອກວັນໝົດອາຍຸ ເມື່ອຮອດກຳນົດກໍຖິ້ມໄປ ເຖິງແມ່ນວ່າຈະມີການວິໄຈອອກມາຢືນຢັນຄວາມປອດໄພຕໍ່ການບໍລິໂພກຫຼັງມື້ໝົດອາຍຸໄປແລ້ວກໍຕາມ.

ດ້ວຍບາດກ້າວດັ່ງກ່າວນີ້, Morrisons ເຊື່ອວ່າມັນຈະຊ່ວຍໃຫ້ນົມຢ່າງຕ່ຳ 3.3 ລ້ານລິດບໍ່ໃຫ້ຖືກເທຖິ້ມຜ່ານສິນຄ້າຂອງຕົນເອງ. ພວກເຂົາຍັງໄດ້ເສີມອີກເຖິງການວິໄຈວ່າ ນົມນັ້ນບໍ່ຈຳເປັນຕ້ອງມີເຄື່ອງໝາຍໝົດອາຍຸ, ການຖິ້ມນົມໄປໂດຍບໍ່ໄດ້ໃຊ້ໃຫ້ມີປະໂຫຍດກໍເທົ່າກັບໃຊ້ແຮງງານຊາວນາໂດຍບໍ່ມີປະໂຫຍດ ແລະ ກໍປ່ອຍຄາບອນທີ່ບໍ່ຈຳເປັນອອກສູ່ຊັ້ນບັນຍາກາດເນື່ອງຈາກຈະຕ້ອງມີພື້ນທີ່ຫຍ້າທີ່ກວ້າງໃຫຍ່ເພື່ອລ້ຽງງົວໃຫ້ຜະລິດນົມໄດ້.

ທາງອົງການມາດຕະຖານອາຫານ (FSA) ໄດ້ກ່າວວ່າການໃຊ້ເຄື່ອງໝາຍໝົດອາຍຸ ຫຼື ຄວນບໍລິໂພກກ່ອນແມ່ນສາມາດນຳໃຊ້ໄດ້ທັງສອງເນື່ອງຈາກມັນຂຶ້ນກັບຂັ້ນຕອນ ແລະ ຊະນິດພ້ອມ ແຕ່ຈະຕ້ອງກຳກັບຢ່າງຊັດເຈນ ແລະ ທຸກຢ່າງທີ່ຖືກຕີພິມລົງໃນສິນຄ້າຈະຕ້ອງມີຫຼັກຖານຢືນຢັນ. ພຽງແຕ່ດົມກິ່ນຂອງອາຫານຢ່າງດຽວ ໂດຍທົ່ວໄປແລ້ວຈະບໍ່ປອດໄພພຽງພໍ ໂດຍສະເພາະສິນຄ້າທີ່ສາມາດສ້າງຜົນເສຍຢ່າງອາຫານເປັນພິດໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/