Graphics Processing Unit (GPU) ຫຼື ເຄື່ອງປະມວນຜົນກຣາຟຟິກ ເປັນອີກສ່ວນໜຶ່ງໃນຄອມພິວເຕີ້ ທີ່ຄົນຫຼິ້ນເກມ ຫຼື ຄົນທີ່ຈະປະກອບຄອມມາຫຼິ້ນເກມ ຈະຕ້ອງແນມຫາເປັນອັນດັບຕົ້ນໆ. ໃນໄລຍະທີ່ຜ່ານມາ ອຸດສາຫະກຳການຜະລິດຮາດແວຄອມພິວເຕີ້ ໄດ້ຮັບຜົນກະທົບຢ່າງໜັກ ເນື່ອງຈາກການຂຸດຄຣິບໂຕ ເຮັດໃຫ້ມີນັກຂຸດຫຼາຍຂຶ້ນ ແລະ ຊື້ອຸປະກອນມາໄວ້ເພື່ອຫວັງເກັງກຳໄລ ແລະ ບວກກັບວິກິດ Covid-19 ເຮັດໃຫ້ສາຍການຜະລິດໄດ້ຮັບຜົນກະທົບ ທັງໝົດນີ້ສົ່ງຜົນໃຫ້ລາຄາ GPU ດີດຕົວຂຶ້ນສູງກວ່າປົກກະຕິຫຼາຍເທົ່າ.

ຫຼ້າສຸດມີລາຍງານເຜີຍວ່າ ທາງ NVIDIA ບໍລິສັດຜະລິດ GPU ລາຍໃຫຍ່ຂອງໂລກ ສາມາດລົດຕົ້ນທຶນໃນການຜະລິດ ໄດ້ເຖິງ 8-12% ແລະ ທາງບໍລິສັດມີແຜນຈະສົ່ງຕໍ່ຂະບວນການລົດຕົ້ນທຶນນີ້ໃຫ້ກັບ ບໍລິສັດທີ່ເປັນພັນທະມິດກັນ.
ຢ່າງໃດກໍຕາມລາຄາຂອງ GPU ທີ່ຂາຍໃຫ້ຜູ້ບໍລິໂພກອາດຈະບໍ່ລົດລົງໃນທັນທີ. ແຕ່ຖ້າເບິ່ງ ກຣາຟ ທີ່ສະແດງໃຫ້ເຫັນເຖິງລາຄາຂອງ GPU ໃນຕ່າງປະເທດ ເຮົາຈະເຫັນວ່າ ປັດຈຸບັນລາຄາຂອງ GPU ບາງຮຸ່ນບໍ່ມີການເພີ່ມຂຶ້ນແລ້ວ ແລະ ໃນບາງຮຸ່ນກໍມີລາຄາທີ່ຖືກລົງນຳອີກ.
ໃນອະນາຄົດ ຖ້າຄວາມຕ້ອງການ GPU ສຳລັບການຂຸດຄຣິບໂຕໜ້ອຍລົງ ແລະ ຍັງສາມາດລົດຕົ້ນທຶນໃນການຜະລິດແບບນີ້ ເປັນໄປໄດ້ວ່າບັນດາເກມເມີ້ທັງຫຼາຍອາດຈະໄດ້ຊື້ GPU ໃນລາຄາທີ່ຖືກກວ່ານີ້ກໍເປັນໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/