ຣັດເຊຍສົ່ງເຮືອບິນຮົບກວ່າ 300 ຖ້ຽວໂຈມຕີຢູເຄຣນທາງອາກາດ ແຕ່ຍັງຄວບຄຸມນ່ານຟ້າບໍ່ໄດ້


ອ້າງອີງຈາກເຈົ້າໜ້າທີ່ລະດັບສູງຂອງກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ເປີດເຜີຍລະຫວ່າງການຖະແຫຼງການຕໍ່ສື່ມວນຊົນແບບບໍ່ລະບຸຊື່ ໂດຍກ່າວວ່າກອງທັບຣັດເຊຍໄດ້ເພີ່ມຈຳນວນເຮືອບິນຮົບກອງທັບໃນການໂຈມຕີທາງອາດໃນຢູເຄຣນຕະຫຼອດ 2 ມື້ທີ່ຜ່ານມາ, ໂດຍຕະຫຼອດ 24 ຊົ່ວໂມງທີ່ຜ່ານມາມີການສົ່ງທັງເຮືອບິນຂັບໄລ່ແລະເຮືອບິນຖິ້ມລະເບີດເຂົ້າໂຈມຕີເປົ້າໝາຍໃນຢູເຄຣນກວ່າ 300 ຖ້ຽວ.

ການເພີ່ມຈຳນວນເຮືອບິນກອງທັບດັ່ງກ່າວ ຖືວ່າເປັນການຂະຫຍາຍສົງຄາມທາງອາກາດແລະເປັນການສະແດງໃຫ້ເຫັນຊັດເຈນເຖິງຈຳນວນເຮືອບິນທີ່ຫຼາຍກວ່າຂອງກອງທັບຣັດເຊຍ ທາງດ້ານເຈົ້າໜ້າທີ່ Pentagon (ເພນຕາກອນ) ຂອງສະຫະລັດອາເມຣິກາຊີ້ວ່າ ຣັດເຊຍຍັງບໍ່ສາມາດຍາດຄວາມໄດ້ປຽບຫຼືກຸມອໍານາດທາງອາກາດເໜືອນ່ານຟ້າຂອງຢູເຄຣນໄດ້.

ໂດຍເຮືອບິນຂອງກອງທັບຣັດເຊຍທີ່ເພີ່ມຂຶ້ນມານັ້ນ ສ່ວນໃຫຍ່ແມ່ນຖືກໃຊ້ປະຕິບັດການໂຈມຕີທາງອາກາດສູ່ພື້ນດິນ ເຊິ່ງເປັນການເນັ້ນໂຈມຕີເປົ້າໝາຍທີ່ຢຸດຢູ່ກັບບ່ອນ ແລະ ບໍ່ໄດ້ໃຊ້ເວລາດົນໃນການປະຕິບັດພາລະກິດເໜືອນ່ານຟ້າຢູເຄຣນ ແລະ ກວ່າ 60% ຄາດວ່າເປັນເຮືອບິນຊະນິດປີກນົກ (Fixed Wing) ຫຼື ປີກໝຸນ (Rotary Wing).

ທາງດ້ານຢູເຄຣນກໍໄດ້ມີການເພີ່ມຖ້ຽວບິນທາງທະຫານຂອງຕົນເອງເຊັ່ນກັນ ແຕ່ບໍ່ມີການເປີດເຜີຍຈຳນວນທີ່ຊັດເຈນ ເຊິ່ງເຈົ້າໜ້າທີ່ Pentagon ຊີ້ວ່າກອງທັບຢູເຄຣນຍັງມີການໃຊ້ລະບົບປ້ອງກັນການໂຈມຕີທາງອາກາດແບບກະຈາຍຕົວແບບໃກ້ແລະໄກ ແລະ ໃຊ້ໂດຣນຈັບເປົ້າໝາຍເຮືອບິນຂອງກອງທັບຣັດເຊຍ.

ຢ່າງໃດກໍຕາມ ທາງດ້ານ John Kirby ໂຄສົກຂອງ Pentagon ປະຕິເສດທີ່ຈະລະບຸວ່າມີການສົ່ງລະບົບປ້ອງກັນການໂຈມຕີທາງອາກາດ S-300 ຫຼື S-400 ທີ່ຜະລິດໃນຣັດເຊຍ ໃຫ້ກັບຢູເຄຣນແທ້ຫຼືບໍ່.

ນອກຈາກນີ້ ຍັງພົບວ່າກອງທັບຣັດເຊຍໄດ້ເພີ່ມຄວາມເຄື່ອນໄຫວຂອງກອງທັບໃນທະເລດຳຕອນເໜືອ ແຕ່ຍັງບໍ່ພົບສັນຍານບົ່ງບອກວ່າມີການເປີດສາກໂຈມຕີໃນເມືອງໂອເດສຊາ ເຊິ່ງເປັນເມືອງທ່າສຳຄັນຕິດທະເລດຳ ທີ່ຕັ້ງຢູ່ທາງຕອນໃຕ້ຂອງຢູເຄຣນ. 

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/