ນັກມວຍ MMA ປະກາດຢາກຊົກໜ້າ Mark Zuckerberg ຍ້ອນມັກປິດບັນຊີ Instagram ລາວຕະຫຼອດ


ໃນເສິກມວຍ UFC Fight Night 204 ຮຸ່ນ Light Weight ທີ່ສະໜາມ O2 Arena ປະເທດອັງກິດ ໃນວັນທີ 19 ມີນາທີ່ຜ່ານມານີ້, Paddy Pimbelt ນັກມວຍຈາກອັງກິດ ສາມາດເອົາຊະນະ Rodrigo Vargas ນັກຊົກຈາກເມັກຊິໂກ ດ້ວຍການ submission ຫຼື ການລັອກຄູ່ຕໍ່ສູ້ຈົນຍອມ ໃນຍົກທຳອິດຂອງການແຂ່ງຂັນ. ແຕ່ຈຸດເດັ່ນທີ່ຄົນໃຫ້ຄວາມສົນໃຈ ບໍ່ແມ່ນສີມືມວຍອັນສຸດຍອດຂອງລາວ ແຕ່ເປັນການໃຫ້ສໍາພາດ ຫຼັງການຕໍ່ສູ້ຂອງລາວທີ່ສາມາດເອີ້ນສຽງເຮຈາກແຟນໆທົ່ວສະໜາມ.

ໂດຍການສຳພາດເກີດຂຶ້ນຫຼັງຈາກທີ່ຈົບການແຂ່ງຂັນ ໂຄສົກປະຈຳການແຂ່ງຂັນໄດ້ຖາມລາວວ່າ ເຈົ້າຢາກຕໍ່ສູ້ກັບໃຜໃນເສິກຕໍ່ໄປ ລາວຕອບວ່າ: “ ເຈົ້າຮູ້ບໍ່ຂ້ອຍຢາກສູ້ກັບໃຜ? ຄົນໆນັ້ນກໍຄື Mark Zuckerberg ຂ້ອຍຈະຕ້ອງຊົກໜ້າລາວໃຫ້ໄດ້! ເພາະຂ້ອຍເບື່ອລາວ ເຈົ້າຮູ້ບໍ່ວ່າຂ້ອຍໝາຍເຖິງຫຍັງ? ຂ້ອຍຮູ້ສຶກເບື່ອຫຼາຍທີ່ບັນຊີ Instagram ຂອງຂ້ອຍມັກຖືກປິດຕະຫຼອດ ເຖິງແມ່ນວ່າບັນຊີຂອງຂ້ອຍເຮັດແຕ່ສິ່ງດີໆ ຊ່ວຍອົງກອນການກຸສົນ ແລະ ຊ່ວຍເຫຼືອຜູ້ທີ່ມີບັນຫາສຸຂະພາບຈິດ. Mark Zuckerberg ເຈົ້າເປັນຄົນທີ່ມັກຂົ່ມເຫັງຄົນ ທີ່ໃຫຍ່ທີ່ສຸດໃນໂລກ”.

ໂດຍກ່ອນໜ້ານີ້, ການສຳພາດກ່ອນການຂຶ້ນຊົກ, Pimbelt ກໍໄດ້ກ່າວເຖິງບັນຫາທີ່  ບັນຊີ Instagram ຂອງລາວຖືກປິດ ໂດຍທີ່ລາວຢືນຢັນວ່າບັນຊີຂອງລາວຕົ້ນຕໍແມ່ນການປະກອບສ່ວນຊ່ວຍເຫຼືອວຽກງານດ້ານການກຸສົນຕ່າງໆ.

ເຖິງຢ່າງໃດກໍຕາມ Pimbelt ຍັງບໍ່ໄດ້ເປີດເຜີຍວ່າ ບັນຊີ Instagram ຂອງລາວຈະກັບມາໃຊ້ງານໄດ້ປົກກະຕິເມື່ອໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/