ໂຮງງານຜະລິດດິນຈີ່ແດງ ໃນເມືອງທ່າເຮືອ Hamburg ຂອງເຢຍລະມັນ ສາມາດປ່ຽນເປືອກຂອງຖົ່ວໂກໂກ້ໃຫ້ກາຍເປັນຝຸ່ນສີດຳທີ່ສາມາດຕໍ່ຕ້ານກັບການປ່ຽນແປງຂອງດິນຟ້າອາກາດ.
ໂດຍຖ່ານນີ້ມີຊື່ວ່າ biochar ເຊິ່ງຜະລິດໂດຍການໃຫ້ຄວາມຮ້ອນແກ່ເປືອກໂກໂກ້ທີ່ຢູ່ໃນຫ້ອງທີ່ປາສະຈາກອັອກຊີເຈນຈົນຮອດອຸນຫະພູມທີ່ 600 ອົງສາ.

ຜູ້ຊ່ຽວຊານກ່າວວ່າ ຂະບວນການດັ່ງກ່າວສາມາດກັກເກັບກ໊າສເຮືອນແກ້ວ ໂດຍໃຊ້ຜົງຝຸ່ນສີດຳເຫຼົ່ານັ້ນມາເປັນປຸ໋ຍ ຫຼື ເປັນສ່ວນປະສົມໃນການຜະລິດ “Green Concrete”
Peik Stenlund CEO ຂອງ Circular Carbon ກ່າວວ່າ “ພວກເຮົາກຳລັງຫັນປ່ຽນຮອບວຽນຂອງຄາບອນໄດອັອກໄຊ, ເຊິ່ງຖ້າຫາກເປືອກຂອງຖົ່ວໂກໂກ້ສາມາດກຳຈັດໄດ້ຕາມປົກກະຕິ ຄາບອນໄດອັອກໄຊທີ່ຢູ່ພາຍໃນຈະຖືກປ່ອຍອອກໄປສູ່ຊັ້ນໃນຂະນະທີ່ກຳລັງຍ່ອຍສະຫຼາຍ”. David Houben ນັກວິທະຍາສາດສິ່ງແວດລ້ອມຂອງສະຖາບັນ UniLaSalle ກ່າວເສີມວ່າ ດ້ວຍຂະບວນການນີ້ ກ໊າສຄາບອນໄດອັອກໄຊຈະຖືກກັກເກັບໃນໄວ້ໃນ biochar ແທນ, ເຊິ່ງ biochar 1 ໂຕນສາມາດກັກເກັບຄາບອນໄດອັອກໄຊໄດ້ເຖິງ 2,5 ຫາ 3 ໂຕນ.
ອີງຕາມການລາຍງານຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (IPCC) ຖ່ານ biochar ອາດຖືກນຳມາໃຊ້ເພື່ອດັກຈັບກ໊າສຄາບອນໄດອັອກໄຊຈຳນວນ 2,6 ຕື້ ຈາກ 40 ຕື້ metric ທີ່ມະນຸດສ້າງຂຶ້ນໃນແຕ່ລະປີ.
ທີ່ມາ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/