ມະເຮັງເຕົ້ານົມຖືເປັນອີກໜຶ່ງໂຣກຮ້າຍເກີດຂຶ້ນຫຼາຍທີ່ສຸດໃນເພດຍິງ ແຕ່ຮູ້ກັນຫຼືບໍ່ວ່າ ແທ້ຈິງແລ້ວເພດຊາຍກໍຍ່ອມມີຄວາມສ່ຽງເປັນມະເຮັງເຕົ້ານົມໄດ້ເຊັ່ນດຽວກັນ. ຈາກສະຖິຕິພົບວ່າ ໂດຍທົ່ວໄປແລ້ວເພດຊາຍມີຄວາມສ່ຽງເປັນມະເຮັງເຕົ້ານົມ 1 ໃນ 1.000 ຄົນເທົ່ານັ້ນ.
ເນື່ອງມາຈາກເພດຊາຍເປັນໂຣກມະເຮັງເຕົ້ານົມມີບໍ່ຫຼາຍເຮັດໃຫ້ການສຶກສາກ່ຽວກັບໂຣກນີ້ມີຈຳນວນໜ້ອຍ, ບໍ່ຄ່ອຍມີການກ່າວເຖິງໂຣກນີ້ຫຼາຍປານໃດ ແລະ ເປັນເຫດໃຫ້ຄົນສ່ວນຫຼາຍບໍ່ຮູ້ວ່າຜູ້ຊາຍກໍມີຄວາມສ່ຽງເປັນມະເຮັງເຕົ້ານົມໄດ້. ສະນັ້ນ, ມັນຈຶ່ງສົ່ງຜົນໃຫ້ພວກເຂົາບໍ່ໄດ້ໃຫ້ຄວາມສຳຄັນໃນການກວດເຕົ້ານົມຂອງຕົນ ເຊິ່ງສ່ວນຫຼາຍແລ້ວຄົນທີ່ຮູ້ວ່າຕົນເອງເປັນໂຣກນີ້ມັກຈະຢູ່ໃນລະດັບຂັ້ນຮຸນແຮງແລ້ວ ກໍ່ໃຫ້ເກີດຄວາມຍາກລຳບາກໃນການປິ່ນປົວ ແລະ ມີອັດຕາການເສຍຊີວິດຂ້ອນຂ້າງສູງ.
ໂອກາດສ່ຽງຕໍ່ການເປັນມະເຮັງເຕົ້ານົມຂອງເພດຊາຍ
ໂດຍປົກກະຕິແລ້ວປັດໄຈສ່ຽງເປັນມະເຮັງເຕົ້ານົມຂອງເພດຊາຍກໍຄ້າຍຄືກັບເພດຍິງໃນຫຼາຍຢ່າງເຊັ່ນ:
•ສ່ວນຫຼາຍແລ້ວມັກເກີດຂຶ້ນກັບເພດຊາຍທີ່ມີອາຍຸສູງໄວ ຢູ່ໃນປະມານ 60-70 ປີ
•ຄົນໃນຄອບຄົວ ຫຼື ຍາດພີ່ນ້ອງເຄີຍມີປະຫວັດເປັນມະເຮັງເຕົ້ານົມ ເຖິງວ່າຈະເປັນເພດຍິງກໍຕາມ ແຕ່ນັ້ນມັນກໍເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມໃນເພດຊາຍໄດ້
•ມີປະຫວັດການຖືກລັງສີໃນບໍລິເວນໜ້າເອິກ ນັ້ນມັນຍ່ອມເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມຊາຍໄດ້
•ການໃຊ້ຢາຄຸມກຳເນີດ ຈະເພີ່ມຄວາມສ່ຽງເປັນໄດ້ທັງຍິງ ແລະ ຊາຍ
•ໂຣກຕັບ ເຊັ່ນ: ຕັບແຂງ ຄົນເຈັບກຸ່ມນີ້ມັກເກີດມີພາວະເຕົ້ານົມໃຫ່ຍ (Gynecomastia) ຮ່ວມຢູ່ນຳ
•ໂຣກຂອງອັນທະ ເຊັ່ນວ່າ: ອັນທະອັກເສບ, ອັນທະບໍ່ລົງຖົງ
(Undescend testis) ອາດເຮັດໃຫ້ເກີດຄວາມຜິດປົກກະຕິໃນຮໍໂມນຊາຍ
•ໂຣກຂອງກຳມະພັນບາງຊະນິດ ເຊັ່ນ: Klinefelter’s Syndrome ເປັນໂຣກຜິດປົກກະຕິກ່ຽວກັບໂຄຣໂມໂຊມ ເຊິ່ງພົບເຫັນໄດ້ໜ້ອຍ

ວິທີສັງເກດຄວາມຜິດປົກກະຕິຂອງເຕົ້ານົມ
•ຮູ້ສຶກມີກ້ອນນູນໆບໍລິເວນເຕົ້ານົມ ຫຼື ເຕົ້ານົມບວມຜິດປົກກະຕິແຕ່ບໍ່ຮູ້ສຶກເຈັບ
•ຜິວໜັງເປັນຮອຍບຸ້ມລົງໄປ ຫຼື ແຫ້ງຫ່ຽວ
•ຫົວນົມຫົດຕົວ ຫຼື ຫັນເຂົ້າດ້ານໃນ
•ຫົວນົມ ແລະ ບໍລິເວນເຕົ້ານົມມີຂະໜາດຜິດປົກກະຕິ ຫຼື ມີຮອຍແດງ
•ບາງຄັ້ງມະເຮັງເຕົ້ານົມສາມາດແພ່ກະຈາຍໄປຍັງຕ່ອມນໍ້າເຫຼືອງໃຕ້ແຂນ ຫຼື ຮອບໆກະດູກຄໍ ແລະ ກໍ່ໃຫ້ເກີດກ້ອນບວມໄດ້ ລວມເຖິງກ້ອນບວມບໍລິເວນເຕົ້ານົມນັ້ນເອງກໍອາດຂະຫຍາຍໃຫຍ่ຂຶ້ນ ແລະ ຮູ້ສຶກເຈັບໄດ້.
ວິທີປິ່ນປົວໂຣກມະເຮັງເຕົ້ານົມໃນເພດຊາຍ
•ການຜ່າຕັດກຳຈັດກ້ອນມະເຮັງ ພ້ອມກັບຕັດເນຶ້ອເຍື່ອບາງສ່ວນເຕົ້ານົມອອກ
•ການສາຍລັງສີປິ່ນປົວ ຫຼື ການສາຍແສງ
•ການໃຫ້ຢາເຄມີບຳບັດ ຫຼື ຄີໂມ (Chemotherapy)
•ການໃຊ້ຮໍໂມນບຳບັດໄລຍະຍາວ

ວິທີຫຼຸດຄວາມສ່ຽງເປັນມະເຮັງເຕົ້ານົມ
- ໝັ່ນກວດສຸຂະພາບເປັນປະຈຳ
- ອອກກຳລັງກາຍເປັນປະຈຳ
- ຄວບຄຸມນໍ້າໜັກບໍ່ໃຫ້ເກີນມາດຕະຖານ
- ງົດ ຫຼື ຈຳກັດສິ່ງມຶນເມົາ
- ບໍ່ສູບຢາ
ອ້າງອີງຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/