ຜ້າເຊັດຕົວ ແຫຼ່ງສະສົມເຊື້ອໂຣກຫາກບໍ່ທຳຄວາມສະອາດ


ພາຍຫຼັງສຳເລັດການອາບນໍ້າທຳຄວາມສະອາດຮ່າງກາຍແລ້ວ ສິ່ງທີ່ຂາດບໍ່ໄດ້ຄື: “ຜ້າເຊັດຕົວ ຫຼື ຜ້າຂົນໜູນັ້ນເອງ” ເຊິ່ງວ່າຜ້າເຊັດຕົວແມ່ນຜ້າທີ່ໃຊ້ໄວ້ເຊັດສິ່ງເປິເປື້ອນ, ເຊັດບໍລິເວນຮ່າງກາຍຈາກຊຸ່ມຊື້ນໃຫ້ແຫ້ງສະອາດ. ເມື່ອຄົນເຮົາຊົມໃຊ້ເປັນປະຈຳທຸກມື້ຈຳຕ້ອງໝັ່ນຊັກລ້າງທຳຄວາມສະອາດຢູ່ສະເໝີ ເພາະບໍ່ເຊັ່ນນັ້ນຈະກາຍເປັນແຫຼ່ງເຊື້ອໂຣກໄດ້.

ໂດຍປົກກະຕິແລ້ວຄວນຊັກທຳຄວາມສະອາດຈັກຄັ້ງຕໍ່ອາທິດ?

ສາສະດາຈານ Philip Tierno ນັກຈຸລະຊີວະຈາກ New York school of Medicine ໄດ້ເຜີຍເຖິງການເຝົ້າສັງເກດຈຳນວນແບັກທີເຣຍທີ່ເກີດຂຶ້ນກັບຜ້າເຊັດຕົວທີ່ມີຜູ້ຄົນໃຊ້ໃນແຕ່ລະມື້ ໂດຍລາວກ່າວວ່າ ຫາກໃຊ້ຜ້າເຊັດຕົວຜືນເກົ່າຕິດຕໍ່ກັນຫຼາຍກວ່າ 3-6 ຄັ້ງຂຶ້ນໄປ ເຊິ່ງບໍ່ໄດ້ຮັບການທຳຄວາມສະອາດກໍເທົ່າກັບວ່າ “ບໍ່ອາບນໍ້າເລີຍຈະດີກວ່າ” ເນື່ອງຈາກຜ້າເຊັດໂຕຈະມີກິ່ນອັບ ແລະ ມີເຊື້ອແບັກທີເຣຍສະສົມຢູ່.

ຈາກຜົນສຳຫຼວດຄົນຍີ່ປຸ່ນຫຼາຍກວ່າ 48% ພົບວ່າພວກເຂົາປ່ຽນຜ້າຂົນໜູໃໝ່ທຸກມື້ ຍ້ອນວ່າຜ້າຂົນໜູທີ່ຖືກໃຊ້ໄດ້ແລ້ວ ໃນໄລຍະເວລາ 2 ມື້ຈະມີເຊື້ອໂຣກສະສົມຫຼາຍກວ່າ 10 ລ້ານຕົວ.

ຖ້າຫາກບໍ່ໝັ່ນທຳຄວາມສະອາດເປັນປະຈຳຈະເກີດຫຍັງຂຶ້ນ?

ຄືດັ່ງຮູ້ກັນແລ້ວວ່າ ຜ້າເຊັດຕົວຍິ່ງປຽກຊື້ນຍິ່ງສະສົມເຊື້ອໂຣກ ເພາະວ່າເວລາເຮົາເຊັດຮ່າງກາຍແຕ່ລະຄັ້ງ ມັນຈະມີເຊລຜິວໜັງທີ່ຕາຍແລ້ວຕິດສະສົມຢູ່ໃນຜ້າ ເຊິ່ງເຮົານຳມັນມາເຊັດບໍ່ວ່າຈະເປັນລະຫວ່າງຂາ, ຂີ້ແຮ້… ເລີຍຍິ່ງມີແບັກທີເຣຍອາໄສຢູ່ໃນຜິວໜັງ, ມີເຊື້ອຣາ, ປັດສາວະ, ເສດອາຈົມສະສົມຢູ່ ເປັນຕົ້ນ.

ການເຊັດຕົວດ້ວຍຜ້າຂົນໜູບໍ່ສະອາດນອກຈາກຈະເກີດການຕິດເຊື້ອທີ່ຜິວໜັງແລ້ວຍັງສ່ຽງເປັນໂຣກທາງເດີນຫາຍໃຈ, ການອັກເສບ, ອາການພູມແພ້, ຜົມຫຼົ່ນ, ຕິດເຊື້ອທາງເດີນປັດສາວະ ແລະ ມີກິ່ນ. ຕາມການລາຍງານຍັງກ່າວເພີ່ມເຕີມວ່າຍັງມີການຕິດເຊື້ອໃນກະແສເລືອດ ແລະ ການຕິດເຊື້ອໜອງໃນທີ່ເກີດຈາກເຊື້ອອີໂຄໄລ (E.coli)

ສະນັ້ນ, ເພື່ອບໍ່ໃຫ້ຜ້າເຊັດຕົວເປັນແຫຼ່ງສະສົມເຊື້ອໂຣກຄວນປະຕິບັດຄືດັ່ງນີ້:

•ຊັກທັນທີຫາກຖືກສານຄັດຫຼັ່ງໃນຮ່າງກາຍ ເຊັ່ນ: ນໍ້າມູກ ແລະ ນໍ້າລາຍ

•ຊັກທັນທີເມື່ອນຳໄປເຊັດເຫື່ອ ແລະ ປະໄວ້ໃນບ່ອນອັບຊື້ນ

•ອາຍຸການໃຊ້ງານຜ້າເຊັດຕົວປົກກະຕິປະມານ 1-3 ປີ

• ຢ່າໃຊ້ຜ້າເຊັດຕົວຮ່ວມກັບຜູ້ອື່ນ ໂດຍສະເພາະຜູ້ທີ່ເຈັບປ່ວຍ ຫຼືຜູ້ທີ່ມີບັນຫາກ່ຽວກັບຜິວໜັງຕ່າງໆ 

•ຕາກຜ້າເຊັດຕົວໃຫ້ແຫ້ງຫຼັງໃຊ້ງານເພື່ອປ້ອງກັນການປຽກຊຸ່ມ ແລະ ການແຜ່ເຊື້ອພະຍາດ

•ໃຊ້ນໍ້າຢາຊັກຜ້າ ແລະ ແຟັບຕາມປົກກະຕິກໍພຽງພໍຕໍ່ກໍາຈັດເຊື້ອພະຍາດທີ່ຕິດຢູ່ໃນຜ້າເຊັດຕົວ

•ບໍ່ຊັກຜ້າເຊັດຕົວຮ່ວມກັບເສື້ອຜ້າອື່ນໆເພື່ອຫຼຸດການແຜ່ເຊື້ອແບັກທີເຣຍ

ອ້າງອີງຈາກ:

https://cutt.ly/1wjaLJGl

https://cutt.ly/pwjaKM04

https://cutt.ly/UwjaLptf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/