ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍໄອຣິສໃນເລື່ອງ Titanic ຈະໄດ້ຮັບເງິນຄ່າຕົວຈາກຮູບເງົາທຸກປີ ເຖິງວ່າເວລາຈະຜ່ານມາ 25 ປີແລ້ວກໍຕາມ

ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍ

ໃນເດືອນກຸມພາທີ່ຈະມາຮອດນີ້ ເຊິ່ງເປັນການຄົບຮອບ 25 ປີຂອງຮູບເງົາລະດັບຕຳນານຢ່າງ Titanic ແລະ ຈະມີການສະເຫຼີມສະຫຼອງໂດຍການນຳເອົາຮູບເງົາເລື່ອງນີ້ກັບມາສາຍຄືນໃນໂຮງຮູບເງົາທັງໃນລະບົບປົກກະຕິ, 3D, ATMOS 3D ແລະ IMAX 3D HFR ພ້ອມພາບ remastered ລະດັບ 4K ໃຜທີ່ຢາກເບິ່ງຮູບເງົາເລື່ອງນນີ້ກໍກຽມຕົວໄວ້ ເພາະ Titanic ມີຄວາມຍາວກວ່າ 3 ຊົ່ວໂມງ.

ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍ

ເມື່ອເວົ້າເຖິງ Titanic ແລ້ວ ເຊື່ອວ່າມີອີກຫຼາຍເລື່ອງທີ່ຄົນຍັງບໍ່ຮູ້ກ່ຽວກັບຮູບເງົາເລື່ອງນີ້ ເຊັ່ນເລື່ອງລາວຕົວຢ່າງທີ່ເຮົາຈະນຳມາສະເໜີໃນມື້ນີ້ ເປັນເລື່ອງລາວຂອງ Reece Thompson ນັກສະແດງຜູ້ຮັບເດັກນ້ອຍໄອຣິສທີ່ນອນເທິງຕຽງລະຫວ່າງຟັງນິທານຈາກແມ່ໃນ Titanic ທີ່ໄດ້ອອກມາເປີດເຜີຍວ່າຕົນເອງຍັງໄດ້ຮັບເງິນຄ່າຕົວທຸກປີ ເຖິງວ່າຮູບເງົາເລື່ອງນີ້ຈະຜ່ານມາກວ່າ 25 ປີແລ້ວກໍຕາມ.

ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍ
ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍ

ດັ່ງທີ່ຫຼາຍຄົນຮູ້ໃນປີ 1997 ເຊິ່ງເປັນປີທີ່ສ້າງຮູບເງົາຍັກໃຫຍ່ລະດັບຕຳນານຢ່າງ Titanic ໂດຍ Reece Thompson ນັກສະແດງເດັກຊາວອາເມຣິກາ ເຊິ່ງຕອນນັ້ນອາຍຸ 5 ປີ ໄດ້ມີໂອກາດຮັບບົດເປັນເດັກນ້ອຍທີ່ເປັນລູກຂອງຄອບຄົວຊາວໄອຣິສ ເຊິ່ງມີແມ່ທີ່ພະຍາຍາມເລົ່ານິທານໃຫ້ລູກໆຟັງ ເພື່ອບໍ່ໃຫ້ລູກໆເກີດຄວາມຢ້ານກົວ ແລະ ຮັບຮູ້ເຖິງເລື່ອງທີ່ເຮືອ Titanic ກໍາລັງຈະຫຼົ້ມ. ໂດຍສາກນັ້ນເປັນສາກນ້ອຍໆ ທີ່ປາກົດມາອອກມາໃນໄລຍະເວລາສັ້ນໆ ແຕ່ກໍສາມາດສ້າງຄວາມສະເທືອນໃຈໃຫ້ກັບຜູ້ຮັບຊົມໄດ້ເປັນຢ່າງດີ. ໂດຍບົດທັງໝົດໃນ Titanic Reece Thompson ໄດ້ຖ່າຍທຳທັງໝົດ 3 ສາກ ພ້ອມກັບບົດເວົ້າສັ້ນໆພຽງ 1 ປະໂຫຍກເທົ່ານັ້ນ.

ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍ

ຕໍ່ມາໃນປີ 2018 ທາງ Business Insider ໄດ້ມີໂອກາດສໍາພາດກັບ Reece Thompson ໂດຍລາວເຜີຍວ່າ ລາວຈື່ໄລຍະເວລາທີ່ຖ່າຍທຳຮູບເງົາ Titanic ບໍ່ຄ່ອຍໄດ້ ເພາະຕອນນັ້ນຍັງນ້ອຍຢູ່ ແຕ່ Titanic ປະສົບຄວາມສຳເລັດຢ່າງມະຫາສານຈົນສາມາດເຮັດລາຍໄດ້ຈາກອະດີດຈົນຮອດປັດຈຸບັນໄດ້ເກືອບ 2,2 ລ້ານໂດລາ ເຊິ່ງນັ້ນເຮັດໃຫ້ Reece ຍັງໄດ້ຮັບເງິນຈາກການເປັນນັກສະແດງຄົນໜຶ່ງໃນເລື່ອງນີ້ມາຕະຫຼອດໄລຍະເວລາກວ່າ 20 ປີທີ່ຜ່ານມາ.

ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍ

ທັງນີ້ລາຍໄດ້ທີ່ນັກສະແດງແຕ່ລະຄົນຈະໄດ້ຈາກຮູບເງົານັ້ນແຕກຕ່າງກັນໄປຕາມສັນຍາທີ່ແຕ່ລະຄົນເຊັນກ່ອນຮັບງານສະແດງ ລວມເຖິງຄວາມສຳເລັດຂອງຮູບເງົາ, ຄວາມຖີ່ໃນການເຮັດຊ້ຳ, ເຜີຍແຜ່ຊ້ຳໃນຊ່ອງທາງທີ່ມີການຄິດຄ່າບໍລິການ ບໍ່ວ່າບົດຈະນ້ອຍສ່ຳໃດ ຖ້າຫາກວ່າມີຕົນເອງປາກົດຢູ່ໃນເລື່ອງກໍສາມາດຮັບເງິນໄດ້ ຍົກເວັ້ນຜູ້ທີ່ຮັບບົດເປັນ Background actors ຫຼື ນັກສະແດງທີ່ປາກົດມາແຕ່ສຽງຈະບໍ່ໄດ້ຮັບເງິນໃນສ່ວນນີ້.

ຮູ້ຫຼືບໍ່? ນັກສະແດງຜູ້ຮັບບົດເດັກນ້ອຍ

ຢ່າງໃດກໍດີ ຕາບໃດທີ່ຮູບເງົາເລື່ອງນີ້ຍັງຄົງເຮັດເງິນໄດ້ຈາກການນຳກັບມາສາຍໃໝ່ ຫຼື ເຮັດການຜະລິດຊ້ຳ ຫຼື ເຜີຍແຜ່ໃນບໍລິການຕ່າງໆ ເຫຼົ່ານັກສະແດງກໍຈະຍັງສາມາດຮັບລາຍໄດ້ຢູ່ເລື້ອຍໆ ຍາວໄປຮອດຮຸ່ນລູກຮຸ່ນຫຼານເລີຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/