ພາສາລາວເປັນ 1 ໃນ 33 ພາສາຫຼ້າສຸດທີ່ທາງ Google Translate ປະກາດຮອງຮັບການແປພາສາແບບ Offline

ພາສາລາວເປັນ 1

ຫຼາຍຄົນອາດຈະຄຸ້ນເຄີຍກັບແອັບແປພາສາຢ່າງ Google Translate ມາແລ້ວຢ່າງແນ່ນອນ ເພາະແອັບນີ້ຖືວ່າເປັນຕົວຊ່ວຍທີ່ດີສຳລັບຄົນທີ່ຕ້ອງການແປພາສາຕ່າງ ເພື່ອໃຊ້ໃນການສື່ສານລະຫວ່າງຄົນຕ່າງປະເທດ, ແປເອກະສານ, ຮ່ຳຮຽນ, ເຮັດວຽກ, ເຈລະຈາພົວພັນວຽກງານລະຫວ່າງປະເທດ ແລະ ອື່ນໆ…ທັງນີ້ຮູ້ບໍວ່າພາສາລາວເຮົານັ້ນ ຫາກໍຖືກປະກາດເປັນ 1 ໃນ 33 ພາສາຫຼ້າສຸດທີ່ທາງ Google Translate ຮອງຮັບການແປພາສາແບບ Offline.

ພາສາລາວເປັນ 1

ໂດຍ 33 ພາສາທີ່ຖືກເພີ່ມແມ່ນມີຄື:

  1. ພາສາບາສ
  2. ພາສາເຊບົວໂນ
  3. ພາສາຊິເຊວາ
  4. ພາສາຄໍຊິກາ
  5. ພາສາຟຣີເຊຍ
  6. ພາສາເຮົາຊາ
  7. ພາສາຮາວາຍ
  8. ພາສາມົ້ງ
  9. ພາສາອິກໂບ
  10. ພາສາຊະວາ
  11. ພາສາກຳປູເຈຍ
  12. ພາສາກິນຍາວັນດາ
  13. ພາສາເຄີດ
  14. ພາສາລາວ
  15. ພາສາລະຕິນ
  16. ພາສາລັກເຊມເບີກ
  17. ພາສາມາລາກາຊີ
  18. ພາສາເມົາຣີ
  19. ພາສາມຽນມາ
  20. ພາສາໂອຣິຍາ
  21. ພາສາຊາມົວ
  22. ພາສາສະກ໋ອດກາລິກ
  23. ພາສາເຊໂຊໂທ
  24. ພາສາໂຊນາ
  25. ພາສາສິນຫ໌
  26. ພາສາຊຸນດາ
  27. ພາສາຕາຕາຣ໌
  28. ພາສາເຕີກເມນ
  29. ພາສາອຸຍກູຣ໌
  30. ພາສາໂຄຊ່າ
  31. ພາສາຍິດດິຊ
  32. ພາສາໂຍຣູບາ
  33. ພາສາຊູລູ

ໂດຍຜູ້ໃຊ້ສາມາດໃຊ້ພາສາເຫຼົ່ານີ້ໃນລະບົບແປພາສາແບບ Offline ຂອງ Google Translate ຕັ້ງແຕ່ມື້ນີ້ເປັນຕົ້ນໄປ. ຈຸດດີກໍຄືເຮົາບໍ່ຕ້ອງກັງວົນກັບບັນຫາເນັດບໍ່ມີ ເນື່ອງຈາກສາມາດແປພາສາແບບ Offline ໄດ້ເລີຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/