ເສຍຫາຍໜັກ! Man U ເສຍໂອກາດເຮັດຄະແນນ ຂຶ້ນມາເປັນອັນ 2 ຫຼັງເຮັດໄດ້ພຽງສະເໝີກັບ Crystal Palace 1 ປະຕູຕໍ່ 1

ເສຍຫາຍໜັກ! Man U

ເອີ້ນໄດ້ວ່າໜ້າເສຍດາຍສຸດໆ ສຳລັບແຟນໆຂອງຊາວ Red Devil ຫຼັງພາດໂອກາດທອງ ທີ່ຈະເຮັດຄະແນນຕີຕື້ນກ້າວຂຶ້ນມາເປັນອັນດັບ 2 ຂອງຕາຕະລາງການແຂ່ງຂັນ ພຣີເມຍລີກ ຫຼັງໃນເກມການແຂ່ງຂັນ ຂອງຄໍ່າຄືນທີ່ຜ່ານມາ ຖືກ ຄຣິສຕໍພາເຣດ ຍິງປະຕູຕີສະເໝີໃນນາທີສຸດທ້າຍຂອງເກມ ເຮັດໃຫ້ຈົບເກມສະເໝີກັນໄປ 1 ປະຕູຕໍ 1 ເກັບໄດ້ພຽງ 1 ຄະແນນ ຢ່າງໜ້າເສຍດາຍ.

ສຳລັບເກມນັດນີ້ ແມນຢູ ນັ້ນມາພ້ອມຄວາມຫວັງທີ່ວ່າຈະເກັບ 3 ຄະແນນ ຕີຕື້ນ ກ້າວຂຶ້ນມາເປັນອັນດັບ 2 ​ຂອງຕາຕະລາງ ຫຼັງເຮັດຜົນງານໄດ້ຢ່າງໂດດເດັ່ນໃນຫຼາຍໆນັດທີ່ຜ່ານມາ ແລະ ໃນເກມນີ້ ແມນຢູ ກໍເຮັດໄດ້ດີ ເປັນຝ່າຍຄຸມເກມໄວ້ທັງໝົດ ກ່ອນຈະມາໄດ້ປະຕູ ໃນທ້າຍເຄິ່ງເວລາທຳອິດ ຈາກ ບຣູໂນ້ ເຟີນັນເດສ ເຮັດໃຫ້ ແມນຢູ ຂຶ້ນນຳ ຄຣິສຕໍພາເຣດ 1 ປະຕູຕໍ່ 0 ແລະ ໝົດເຄິ່ງເວລາທຳອິດດ້ວຍສະກໍນີ້.

ເສຍຫາຍໜັກ! Man U

ຫຼັງເລີ່ມເຄິ່ງເວລາທີ 2 ມາ ກໍເປັນໄປຕາມຄາດ ທີ່ແມນຢູລົງມາຕັ້ງຮັບ ແລະ ເປັນຝ່າຍຂອງຄຣິສຕໍພາເຣດ ທີ່ເຮັດເກມບຸກຢ່າງຕໍ່ເນື່ອງ  ແຕ່ກໍບໍ່ສາມາດສ້າງອັນຕະລາຍໃຫ້ກັບກອງຫຼັງແມນຢູໄດ້. ຈົນເກມດຳເນີນມາຮອດ ນາທີສຸດທ້າຍກ່ອນທົດເວລາ ເບິ່ງຄືວ່າ 3 ຄະແນນນັ້ນຈະຢູ່ໃນມືຂອງແມນຢູແລ້ວ ກ່ອນທີ່ ມິເຊວ ອອຍເຊ ປີກລີລາດີຂອງຄຣິສຕໍພາເຣດຈະມາຍິງຟຣີຄິກເຂົ້າໄປຢ່າງສວຍງາມ ພາໃຫ້ຄຣິສຕໍພາເຣດກັບມາຕີສະເໝີ ແມນຢູ ໄປໄດ້ 1 ປະຕູຕໍ່ 1 ດັບຝັນ 3ຄະແນນຂອງ ແມນຢູ ໄດ້ສຳເລັດ.

ເສຍຫາຍໜັກ! Man U

ເອຣິກ ເທັນຮາດ ຄູເຝິກຂອງ ແມນຢູໄດ້ໃຫ້ສຳພາດຫຼັງເກມນັດນີ້ວ່າ: “ແນ່ນອນມັນໜ້າຜິດຫວັງ ເມື່ອເຈົ້າເຮັດປະຕູນຳຄູ່ແຂ່ງໄດ້ຕະຫຼອດທັງເກມ ແຕ່ຕ້ອງມາຖືກຍິງຕີສະເໝີໃນ ນາທີສຸດທ້າຍ ຈົນຕ້ອງຈົບລົງດ້ວຍຜົນສະເໝີ ແລະ ເຮັດ 2 ຄະແນນຫຼຸດອອກຈາກມືໄປແບບນີ້”.

ຈາກຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ ແມນຢູ ນັ້ນ ເກັບໄດ້ ພຽງ 1 ຄະແນນ ໂດຍລົງແຂ່ງທັງໝົດ 19 ນັດ ເຮັດໄດ້ 39 ຄະແນນ ກ້າວຂຶ້ນມາເປັນອັນດັບ 3 ​ແທນທີ່ຂອງ ນິວຄາສເຊິນ ຢູໄນເຕັດ ແລະ ຕາມຫຼັງ ອັນດັບ 1 ຢ່າງ ອາເຊນອລຢູ່ 8 ຄະແນນ.

ເສຍຫາຍໜັກ! Man U

ເຊິ່ງໃນນັດນີ້ ນອກຈາກການພາດໂອກາດເຮັດຄະແນນຕີຕື້ນແລ້ວ ໃນນັດນີ້ຍັງໄດ້ເກີດເຫດການທີ່ແຟນບານຫຼາຍຄົນ ແລະ ທີມງານຂອງແມນຢູບໍ່ຢາກໃຫ້ເກີດກໍຄື ການໄດ້ໃບເຫຼືອງຂອງ ກອງກາງຕົວສຳຄັນຂອງທີມ ຢ່າງ ຄາເຊມິໂຣ ທີ່ສະສົມໃບເຫຼືອງຄົບ 5 ໃບ ເຊິ່ງຈະຖືກແບນໃນເກມນັດຕໍ່ໄປ ທີ່ມີຄວາມສຳຄັນຢ່າງຍິ່ງ ເນື່ອງຈາກຈະເປັນເກມທີ່ຕ້ອງ ບຸກໄປຢາມ ແລະ ຕ້ອງຕັດແຕ້ມ ອາເຊນອລ ໃຫ້ໄດ້ ຖ້າຍັງຢາກຢູ່ໃນເສັ້ນທາງການລຸ້ນແຊ້ມຕໍ່ໄປ.

ເສຍຫາຍໜັກ! Man U

ຄາເຊມິໂຣ ນັ້ນເປັນກອງຕົວຮັບ ອາຍຸ 30 ປີ ຄົນສຳຄັນ ທີ່ໄດ້ກາຍເປັນຟັນເຟືອງຂັບເຄື່ອນເກມຂອງແມນຢູ ໃຫ້ມີຟອມທີ່ດີໄດ້ຄຶໍືກັບໃນປັດຈຸບັນນີ້. ການຂາດຫາຍໄປຂອງ ຄາເຊມິໂຣ ນັ້ນກໍຖືວ່າໜ້າເປັນຫ່ວງພໍສົມຄວນ ໂດຍສະເພາະໃນເກມທີ່ມີຄວາມໝາຍຄວາມສຳຄັນ ທີ່ຕ້ອງອອກໄປພົບກັບ ອາເຊນອລ ໃນນັດຕໍ່ໄປນີ້.

ເສຍຫາຍໜັກ! Man U

ໂດຍເກມນັດຕໍ່ໄປຂອງ ແມນຢູ ທີ່ຈະພົບກັບ ອາເຊນອລ ນັ້ນ ຈະເລີ່ມລົງສະໜາມໃນວັນອາທິດ ທີ 22 ມັງກອນ ເວລາ 23:30 ແລະ ເຮົາຈະມາເບິ່ງກັນວ່າ ຜີສາດແດງ ໂຕນີ້ຈະຟື້ນຄືນມາ ຫຼື ຈະເປັນ ປືນໃຫຍ່ ທີ່ເຮັດຄະແນນ ກ້າວໄປໃກ້ກັບຄຳວ່າ ແຊ້ມ ພຣີເມຍລີກ ໄດ້ອີກ 1 ກ້າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/