ຮູ້ຫຼືບໍ່ ຄົນສົ່ງຕໍ່ທວນໄຟໃນງານ Tokyo Olympics 2020 ບໍ່ໄດ້ມີແຕ່ນັກກິລາ ແຕ່ຍັງມີແພດໝໍຜູ້ທີ່ຮັກສາຜູ້ປ່ວຍໂຄວິດ-19 ອີກ!!!


ເປັນການໃຫ້ຄວາມສຳຄັນກັບທຸກພາກສ່ວນແທ້ໆ ສຳລັບການເດີນຂະບວນສົ່ງຕໍ່ທວນໄຟໃນງານ Tokyo Olympics 2020 ທີ່ບໍ່ສະເພາະນັກກິລາເທົ່ານັ້ນທີ່ສົ່ງຕໍ່ທວນໄຟ ແຕ່ຍັງມີແພດໝໍຜູ້ທີ່ຢູ່ດ່ານໜ້າຕໍ່ສູ້ກັບພະຍາດໂຄວິດ-19 ຕັ້ງແຕ່ການລະບາດທຳອິດ ມາສົ່ງຕໍ່ທວນໄຟອີກພ້ອມ!!!

ແພດ ແລະ ພະຍາບານທີ່ເຂົ້າຮ່ວມແມ່ນ ດຣ. ຮິໂຣກິ ໂອຮາຊິ ແພດຜູ້ທີ່ຮັກສາຜູ້ປ່ວຍຢູ່ເທິງເຮືອສຳລານຂອງຍີ່ປຸ່ນທີ່ມີຜູ້ໂດຍສານ ແລະ ລູກເຮືອ 3,700 ຄົນ ຕິດຢູ່ໃນໄລຍະໂຄວິດລະບາດຕົ້ນປີ 2020 ແລະ ພະຍາບານຜູ້ຊ່ວຍທີ່ເຝົ້າຮັກສາຜູ້ປ່ວຍຈຳນວນຫຼາຍ ມາສົ່ງຕໍ່ທວນໄຟ ຖືເປັນນາທີທີ່ຊຶ້ງໃຈຂອງຄົນທົ່ວໂລກ.

ນອກຈາກນັ້ນ ຍັງມີອະດີດນັກກິລາຍີ່ປຸ່ນສະໄໝກ່ອນມາເດີນຂະບວນສົ່ງຕໍ່ທວນໄຟອີກຫຼາຍຄົນ. ສ່ວນຄົນທີ່ເປັນຄົນຈູດທວນໄຟຄົນທຳອິດແມ່ນ ນາໂອມິ ໂອຊາກະ ນັກກິລາເທນນິສຜິວສີຊາວຍີ່ປຸ່ນ ຖືວ່າເປັນການເປີດແຂ່ງຂັນຢ່າງເປັນທາງການ, ເຊິ່ງນາໂອມິ ໂອຊາກະ ເປັນລູກຊອດ ຍີ່ປຸ່ນ-ເຮຕິ ນັກກິລາເທນນິສອະດີດມື 1 ຂອງໂລກ ສະແດງໃຫ້ເຫັນວ່າ ຍີ່ປຸ່ນເປີດກວ້າງເລື່ອງວັດທະນະທຳ ແລະ ບໍ່ຈຳແນກສີຜິວ.    

ຂອບໃຈຂໍ້ມູນຈາກ:

https://bit.ly/372HX5p

https://bit.ly/3kZdjC2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/