ມາຮູ້ຈັກກັບວິໄສທັດຂອງຜູ້ນຳສິງກະໂປ “ໃຊ້ຊີວິດຮ່ວມກັບໂຄວິດ”


ປັດຈຸບັນຫຼາຍປະເທດທົ່ວໂລກ ຕ້ອງຫັນກັບມາໃຊ້ມາດຕະການລັອກດາວເພື່ອຮັບມືກັບ ເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ທີ່ກຳລັງລະບາດ. ແຕ່ກົງກັນຂ້າມກັບສິງກະໂປ ປະເທດທີ່ມີເນື້ອທີ່ໜ້ອຍທີ່ສຸດໃນອາຊຽນ ກຳລັງວາງວິໄສທັດໃໝ່ໃນການກຳຈັດເຊື້ອພະຍາດນີ້ ໂດຍການກຽມຄວາມພ້ອມໃຫ້ແກ່ປະຊາຊົນເພື່ອໃຫ້ສາມາດຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19ໄດ້ຄືໃຊ້ຊີວິດປົກກະຕິທົ່ວໄປ ພ້ອມກັບບໍ່ຕ້ອງລັອກດາວ ຫຼື ນັບຈຳນວນຜູ້ຕິດເຊື້ອ. ນອກຈາກນັ້ນ, ປະຊາຊົນຍັງສາມາດເດີນທາງເຂົ້າອອກໂດຍທີ່ບໍ່ຕ້ອງກັກຕົວອີກຕໍ່ໄປ.

ແຜນການດັ່ງກ່າວມີຊື່ວ່າ “ໃຊ້ຊີວິດຮ່ວມກັບໂຄວິດ” (Live With COVID) ເຊິ່ງເປັນແຜນທີ່ຖືກນຳສະເໜີໂດຍ ຄະນະລັດຖະມົນຕີທີ່ຮັບໜ້າທີ່ສະເພາະກິດເພື່ອຮັບມືກັບເຊື້ອພະຍາດໂຄວິດ-19 ເພາະສິງກະໂປເຫັນວ່າການເຮັດໃຫ້ຜູ້ຕິດເຊື້ອກາຍເປັນ 0 ແມ່ນເປັນໄປບໍ່ໄດ້ເລີຍ ເພາະເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ແມ່ນສາມາດລະບາດການຕິດເຊື້ອໄດ້ໄວ ແລະ ຈະມີສາຍພັນໃໝ່ເກີດຂຶ້ນມາເລື້ອຍໆ.

ຂັ້ນຕອນທຳອິດຂອງແຜນການການໃຊ້ຊີວິດຮ່ວມກັບພະຍາດໂຄວິດ-19 ແລະ ເປັນຂັ້ນຕອນທີ່ສຳຄັນທີ່ສຸດ ແມ່ນ ການສັກວັກຊີນ ໂດຍສິງກະໂປຕັ້ງເປົ້າໝາຍທີ່ຈະສັກວັກຊີນໃຫ້ຄົບສອງເຂັມໃຫ້ແກ່ປະຊາຊົນ ໃຫ້ໄດ້ 2/3 ຂອງປະຊາກອນທັງໝົດພາຍໃນຕົ້ນເດືອນສິງຫານີ້.

ຂັ້ນຕອນທີສອງແມ່ນ ການກວດເຊື້ອໃຫ້ແກ່ປະຊາຊົນໄດ້ງ່າຍ ແລະ ວ່ອງໄວ ໂດຍຕອນນີ້ລັດຖະບານສິງກະໂປໄດ້ແຈກຢາຍຊຸດກວດເຊື້ອດ້ວຍຕົນເອງໃຫ້ແກ່: ສະຖາບັນການແພດ, ຄີນິກເອກະຊົນ, ເຈົ້າຂອງກິດຈະການ ແລະ ຮ້ານຂາຍຢາແລ້ວ ພ້ອມກັນນັ້ນ,​ລັດຖະບານເອງຍັງຂຸ້ນຂ້ຽວຈັດຫາອຸປະກອນເທັກໂນໂລຢີທັນສະໄໝໃໝ່ໆທີ່ສາມາດກວດເຊື້ອໄດ້ວ່ອງໄວເຂົ້າມາເພີ່ມຂຶ້ນ.

ແລະ ຕໍ່ມາແມ່ນການເຮັດໃຫ້ສັງຄົມມີຄວາມຮັບຜິດຊອບ ໂດຍການຮຽກຮ້ອງໃຫ້ປະຊາຊົນຮັກສາສຸຂະອະນາໄມໃຫ້ດີ ພ້ອມກັບຢູ່ຫ່າງຈາກຊຸມຊົນເວລາບໍ່ສະບາຍ.

ຄະນະສະເພາະກິດຂອງສິງກະໂປລະບຸວ່າ ຖ້າຫາກວ່າວິໄສທັດນີ້ສຳເລັດ ຜູ້ຕິດເຊື້ອຈະສາມາດຮັກສາຕົນເອງຢູ່ບ້ານໄດ້ ເພາະໄດ້ຮັບການສັກວັກຊີນແລ້ວອາການຈະບໍ່ຮຸນແຮງ ສ່ວນຄົນອ້ອມຂ້າງທີ່ໄດ້ຮັບວັກຊີນແລ້ວກໍຈະມີຄວາມສ່ຽງທີ່ຈະຕິດເຊື້ອຕ່ຳ ແລະ ລັດຖະບານກໍຈະບໍ່ໄດ້ລາຍງານຈຳນວນຜູ້ຕິດເຊື້ອລາຍໃໝ່ອີກຕໍ່ໄປ ແຕ່ຈະໄປບັນທຶກສະເພາະຜູ້ທີ່ມີອາການໜັກ ແລະ ເຂົ້າຫ້ອງມໍລະສຸມແທນ.  

ທີ່ມາ: https://www.thairath.co.th/news/foreign/2130461

ພາບ: thairath, wikkipidia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/