ກາຕູນມາສຄອດໃນງານ Tokyo Olympics 2020 ແມ່ນຖືກໂຫວດມາຈາກເດັກນ້ອຍປະຖົມທົ່ວປະເທດ!!!


ກາຕູນມາສຄອດສຸດໜ້າຮັກໃນງານ Tokyo Olympics 2020 ທັງ 2 ຕົວທີ່ມີຊື່ວ່າ ມິໄຣໂຕວະ ແລະ ໂຊເມຕີ້ ໄດ້ຮັບການໂຫວດມາຈາກນັກຮຽນປະຖົມທົ່ວປະເທດຍີ່ປຸ່ນ ແລະ ຕ່າງປະເທດ ໂດຍພວກເຂົາໄດ້ບອກວ່າ ນັກຮຽນປະຖົມຈະເປັນຕົວແທນຂອງຊາດໃນອະນາຄົດ ເມື່ອພວກເຂົາເຕີບໃຫຍ່ຂຶ້ນ.

ໂດຍທັງສອງຕົວ ເກີດຈາກພະລັງຄວາມຕື່ນເຕັ້ນຂອງເດັກນ້ອຍປະຖົມຈາກທັງໝົດ 16,769 ໂຮງຮຽນ,​ ນັກວິຊາການພາກສ່ວນທີ່ກ່ຽວຂ້ອງໄດ້ກວດສອບຊື່ຂອງມາສຄອດທັງສອງ ແລະ ເຫັນວ່າເປັນຊື່ທີ່ດີ ແລະ ມີຄວາມໝາຍເລິກເຊິ່ງຈຶ່ງອະນຸມັດໃຫ້ຜ່ານ.

ມິໄຣໂຕວະ ມາສຄອດໂອແລັມປິກ 2020 ມາຈາກຄຳວ່າມິໄຣ 未来 (ອະນາຄົດ) ແລະ ເອເອັນ 永遠 (ຕະຫຼອດໄປ) ເຊິ່ງແຝງຄວາມໝາຍໄວ້ວ່າ “ຂໍໃຫ້ອະນາຄົດສົດໃສຢູ່ຕະຫຼອດໄປ”

ໂຊເມຕີ້ ມາສຄອດຝັ່ງພາຣາແລມປິກ 2020 ກຳເນີດຂຶ້ນມາຈາກຄຳວ່າ so mighty ທີ່ແປວ່າ “ເຂັ້ມແຂງກວ່າທີ່ຄິດ” ໃນພາສາອັງກິດ. ໂຊເມຕີ້ ມີໜວດເປັນກີບດອກຊາກຸຣະ ສະແດງໃຫ້ເຫັນຄວາມແຂງແກ່ນຈົນເປັນຕາເຫຼືອເຊື່ອໃຫ້ທຸກຄົນໄດ້ເຫັນຜ່ານກິລາພາຣາແລມປິກ.

ຂອບໃຈຂໍ້ມູນຈາກ: https://bit.ly/2VcAvlw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/