ຢັ້ງຢືນແລ້ວ! ລາວຈະໄດ້ຮັບວັກຊີນ Sinopharm ຈາກ ສປ.ຈີນ ຈຳນວນ 1.000.000 ໂດສ ພາຍໃນເດືອນສິງຫານີ້


ເມື່ອຕອນເຊົ້າຂອງວັນທີ 27 ກໍລະກົດ 2021 ທີ່ຜ່ານມາ ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ຖະແຫຼງຂ່າວກ່ຽວກັບການຮັບວັກຊີນວ່າ ສປປ ລາວ ຈະໄດ້ຮັບວັກຊີນຍີ່ຫໍ້ Sinopharm ຈາກການຊ່ວຍເຫຼືອຂອງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ຈຳນວນ 1.000.000 ໂດສ ເຊິ່ງຈະມາເຖິງ ສປປ ລາວ ພາຍໃນຕົ້ນເດືອນສິງຫານີ້. ນອກຈາກນັ້ນ, ສປປ ລາວ ຍັງຈະໄດ້ຮັບວັກຊີນຍີ່ຫໍ້ AstraZeneca ຈຳນວນ 415.000 ໂດສ ຈາກລັດຖະບານອັງກິດຕື່ມອີກ.

ປັດຈຸບັນ,  ປະຊາກອນໃນ ສປປ ລາວ ໄດ້ຮັບວັກຊີນເຂັມທຳອິດແລ້ວ ຈຳນວນ 1.070.856ຄົນ ຫຼື 14,4% ແລະ ສັກຄົບແລ້ວຈຳນວນ 842.091ຄົນ ຫຼື 11,3% ຂອງຈຳນວນປະຊາກອນທັງໝົດທົ່ວປະເທດ (ປັດຈຸບັນປະຊາກອນລາວມີທັງໝົດ 7.387.329ຄົນ ຂໍ້ມູນວັນທີ 25/7/2021)

ທີ່ມາ:

  • https://bit.ly/3BNb4b1
  • https://bit.ly/3iRKYuF
  • https://bit.ly/3fjUyWr

ພາບ: Quartz

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/